ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບຸນ ຢັງ ເຈົ້າຂອງຟາມລ້ຽງໄກ່ ຊາວອາເມຣິກັນເຊື້ອສາຍລາວ ຕຽມຢຸດເຊົາກິດຈະການ ເພື່ອອອກກິນເບ້ຍບໍານານ


ທ່ານບຸນ ຢັງ ແລະພັນລະຍາ ຍານາງປະເສີດ ເຈົ້າຂອງຟາມໄກ່ ທີ່ລັດອາແຄັນຊໍ
ທ່ານບຸນ ຢັງ ແລະພັນລະຍາ ຍານາງປະເສີດ ເຈົ້າຂອງຟາມໄກ່ ທີ່ລັດອາແຄັນຊໍ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານບຸນ ຢັງ ທີ່ໄດ້ເຮັດທຸລະກິດຟາມ
ລ້ຽງໄກ່ຢູລັດອາແຄັນຊໍ ມາໄດ້ 11 ປີແລ້ວ ແລະ ກຳລັງວາງແຜນຢຸດເຊົາ ແລະຈະຂາຍ
ທຸລະກິດເພື່ອອອກໄປບໍານານ. ທ່ານບຸນໄດ້ແບ່ງປັນປະສົບການ ກ່ຽວກັບ ການເຮັດ
ທຸລະກິດຟາມລ້ຽງໄກ່ ສູ່ຟັງວ່າ ມີຄວາມຫຍຸ້ງຍາກ ແລະງ່າຍຢ່າງໃດນັ້ນ ກິ່ງສະຫວັນ
ຈະນໍາມາສະເໜີ ທ່ານໃນອັນດັບຕໍ່ໄປ.

ທ່ານຜູ້ຟັງທີ່ເຄົາລົບໃນສະໄໝຄົນລາວໄດ້ອົບພະຍົບມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະ
ລັດເມີ່ອສາມສີ່ທົດສະວັດກ່ອນນັ້ນ ສ່ວນຫຼາຍຈະບໍ່ສາມາດເລືອກວຽກເຮັດງານທຳ
ໄດ້ຕາມໃຈຊອບ ເພາະສະນັ້ນ ຫຼາຍໆຄົນຕ້ອງໄດ້ເຮັດວຽກຢູ່ຕາມໂຮງຈັກໂຮງງານ,
ບໍລິສັດ ຫຼືບໍ່ກໍມີທຸລະກິດຂອງຕົນຄື ຮ້ານອາຫານຂາຍເຄື່ອງຂອງຕ່າງໆ . ແຕ່ອີກສ່ວນ
ຜູ້ທີ່ມີຄວາມສາມາດກໍໄດ້ເຮັດວຽກຢູ່ຕາມຫ້ອງການຕ່າງໆຜູ້ທີ່ເຮົາໄດ້ສຳພາດສຳລັບ
ມື້ນີ້ແມ່ນ ນັກທຸລະກິດຟາມລ້ຽງໄກ່ ເຊິ່ງເຂົາເຈົ້າຈະສົ່ງໄກ່ຂອງເຂົາເຈົ້າໄປຂາຍໃຫ້
ແກ່ ບໍລິສັດຜະລິດອາຫານໄທສັນ (Tyson) ຢູ່ໃນລັດອາແຄັນຊໍ. ແຕ່ວ່າບັດນີ້ພວກ
ທ່ານເຫລົ່ານີ້ແມ່ນກຳລັງຈະພາກັນຢຸດເຊົາໄປບໍານານ ເພື່ອພັກຜ່ອນກັບຊີວິດ ບັ້ນ
ປາຍ. ສິ່ງທີ່ໜ້າສົນໃຈນັ້ນກໍຄືເຂົາເຈົ້າຕ້ອງໄດ້ຂາຍຊັບສິນລວມມີ ເຮືອນ ລົກລ້ຽງໄກ່
ທີ່ດິນ ແລະ ເຄື່ອງມືຕ່າງໆ ແລ້ວຍ້າຍໄປຕັ້ງຖິ່ນຖານໃໝ່ຢູ່ແຫ່ງອື່ນ.

ເຖິງແມ່ນວ່າການເຮັດອາຊີບດັ່ງກ່າວນີ້ ຕົນເອງຈະເປັນນາຍຂອງຕົນເອງກໍຕາມ ແຕ່ມັນ
ກໍເປັນວຽກອອກແຮງງານ ມີຄວາມຮັບຜິດຊອບສູງ ແລະ ມີລາຍໄດ້ດີ ພໍສົມຄວນ. ແຕ່ວ່າ
ເຂົາເຈົ້າບໍ່ມີບັນດາລູກຫຼານລຸ້ນໃໝ່ຄົນໃດມີຄວາມສົນໃຈ ທີ່ຈະສືບຕໍ່ອາຊີບດັ່ງກ່າວ. ບັດ
ນີ້ຂ້າພະເຈົ້າຂໍແນະນຳໃຫ້ທ່ານຮູ້ຈັກກັບທ່ານ ບຸນ ຢັງ ເຈົ້າຂອງຟາມລ້ຽງໄກ່, ມີລົກໄກ່ 12
ລົກ ແລະ ລ້ຽງໄກ່ຈຳນວນລ້ານກວ່າ ໂຕໃນທຸກໆສາມເດືອນ ເພື່ອສົ່ງໃຫ້ບໍລິສັດ ໄທສັນ
(Tyson) ທີ່ເປັນບໍລິສັດ ຜະລິດອາຫານທີ່ີໃຫຍ່ສຸດໃນ ສະຫະລັດ ຊຶ່ງທ່ານ ບຸນ ໄດ້ເລົ່າ
ເຖິງຈຸດສຳຄັນສູ່ ວີໂອເອ ຟັງດັ່ງນີ້

ດິນຟາມບ່ອນລ້ຽງໄກ່ ທີີມີທັງຝູງງົວ ຂອງທ່ານບຸນ ຢັງ
ດິນຟາມບ່ອນລ້ຽງໄກ່ ທີີມີທັງຝູງງົວ ຂອງທ່ານບຸນ ຢັງ

ລິງໂດຍກົງ

ຊາວອົບພະຍົບ ລາວ ທີ່ໄດ້ເດີນທາງເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນ ສະຫະລັດ ເມື່ອສາມສີ່
ທົດສະວັດກ່ອນນັ້ນ ເຂົາເຈົ້າບໍ່ລື້ງເຄີຍກັບພູມີພາກໂດຍສະເພາະດ້ານ ພາສາ ແລະຄວາມ
ຊຳນານດ້ານວຽກງານ. ເພາະສະນັ້ນເຂົາເຈົ້າ ຕ້ອງໄດ້ພະ ຈົນໄພເຮັດວຽກທຸກໆຢ່າງ ແລະ
ສ່ຽງໂຊກໄປຕາມລັດຕ່າງໆເພື່ອຕັ້ງຖິ່ນຖານ ນຳພາຄອບຄົວໃຫ້ຢູ່ດີມີສຸກ. ຫຼາຍຄົນໄດ້ປະ
ສົບຜົນສຳເລັດ, ຫຼາຍຄົນໄດ້ລົ້ມ ແຫຼວແລ້ວກໍສາມາດຕັ້ງຫລັກໃໝ່ໄດ້.ສ່ວນບັນດາລູກຫຼານ
ລຸ້ນໃໝ່ທີ່ໄດ້ເຕີບໃຫຍ່ຂຶ້ນ ເຂົາເຈົ້າໄດ້ຮັບການສຶກສາສູງ ແລະບໍ່ຢາກເດີນຕາມຮອຍວຽກ
ງານຂອງພໍ່ແມ່ທີ່ໄດ້ເຮັດມາ ດັ່ງທີ່ທ່ານບຸນໄດ້ ກ່າວເຖິງຕອນນີ້ວ່າ:

ໄກ່ທີ່ລ້ຽງຢູ່ໃນຟາມ ຂອງທ່ານບຸນ ຢັງ
ໄກ່ທີ່ລ້ຽງຢູ່ໃນຟາມ ຂອງທ່ານບຸນ ຢັງ

ລິງໂດຍກົງ

ທ່ານບຸນ ເຄີຍໄດ້ຕັ້ງຮ້ານອາຫານຢູ່ລັດ ເທັກຊັສ ມາກ່ອນ ຕໍ່ມາໄດ້ຫັນປ່ຽນອາຊີບ ແລະ
ປ່ຽນມາເປັນເຈົ້າຂອງຟາມລ້ຽງໄກ່ ໄດ້ສິບເອັດປີແລ້ວ ທ່ານໄດ້ ເຫລົ່າເຖິງເບື້ອງຕົ້ນ ແລະ
ສະຫລຸບສູ່ຟັງດັ່ງນີ້

ລິງໂດຍກົງ

ນັ້ນແມ່ນວິຊາອາຊີບ ແລະຊີວິດການເປັນຢູ່ຂອງຊາວ ອາເມຣິກັນ ເຊື້ອສາຍລາວ ທີ່
ຕັ້ງຖິ່ນຖານຢູ່ລັດ ອາແຄັນຊໍ ທີ່ໄດ້ພາກັນເຮັດຟາມລ້ຽງໄກ່ສົ່ງໃຫ້ແກ່ ບໍລິສັດພະລິດອາ
ຫານ ໄທສັນ (Tyson) ຂອງ ສະຫະລັດ ແລະ ບັດນີ້ກຳລັງ ກະກຽມອອກກິນເບ້ຍບໍາ
ນານ ເພື່ອຫາຄວາມສຸກກັບໝາກຜົນທີ່ໄດ້ສ້າງມາ.

XS
SM
MD
LG