ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວ ອາເມຣິກັນ ສະເຫຼີມສະຫຼອງ ວັນຄອບຄຸນພະເຈົ້າ ຄືກັນກັບຊາວອາເມຣິກັນ ແຕ່ດ້ວຍປະເພນີແບບຊາວລາວ


ອາຫານການກິນ ວັນຂອບຄຸນພະເຈົ້າ ຕ້ອງມີໄກ່ງວງເປັນເຄົ້າ
ອາຫານການກິນ ວັນຂອບຄຸນພະເຈົ້າ ຕ້ອງມີໄກ່ງວງເປັນເຄົ້າ

ໃນອາທິດທີສີ່ ວັນພະຫັດຂອງເດືອນພະຈິກ ທຸກໆປີ ເປັນວັນພັກແຫ່ງຊາດນຶ່ງທີ່ສຳຄັນຂອງສະຫະລັດ ເອີ້ນວ່າ Thanksgiving ຫຼື ວັນຂອບ ຄຸນພະເຈົ້າ ຊຶ່ງຊາວອາເມຣິກັນທົ່ວປະເທດ ກໍຈະພາກັນກະກຽມອາຫານການກິນໂດຍສະເພາະແມ່ນໄກ່ງວງອົບເປັນຫຼັກ ເພື່ອຕ້ອນຮັບຍາດຕິພີ່ນ້ອງທັງຢູ່ໃກ້ແລະໄກ ຜູ້ທີ່ຈະເດີນທາງມາຢ້ຽມຢາມ ໃນວັນພັກທ້າຍອາທິດຂອງບຸນດັ່ງກ່າວ ໂດຍລວມທັງຊາວລາວອາເມຣິກັນທີ່ອາໄສຢູ່ໃນສະຫະລັດ ກໍສະຫຼອງວັນບຸນນີ້ ເຊັ່ນກັນ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍງານກ່ຽວກັບເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທຸກໆ​ປີ​ໃນ​ວັນ​ພະ​ຫັດ​ຂອງ​ອາ​ທິດ​ທີ​ສີ່​ ໃນ​ເດືອນ​ພະ​ຈິກ, ປະ​ຊາ​ຊົນ​ອາ​ເມ​ຣິ​ກັນທົ່ວປະເທດ ​ຈະ​ສະ​ເຫຼີມ​ສະ​ຫຼອງ ວັນ​ຂອບ​ຄຸນ​ພະ​ເຈົ້າ ຫຼື Thanksgiving. ມັນ​ເປັນ​ການ​ລະ​ນຶກ​ເຖິງ​ງານກິນ​ລ້ຽງ​ພາຍຫຼັງຈາກການ​ເກັບ​ກ່ຽວ​ ເມື່ອ​ປີ 1621 ເວ​ລາ​ທີ່​ນັກອາ​ນາ​ນິ​ຄົມ, ຜູ້​ທີ່​ໄດ້​ມາ​ຈາກປະ​ເທດ ອັງ​ກິດ, ໄດ້​ແລກ​ປ່ຽນ​ອາ​ຫານ​ມິດ​ຕະ​ພາບ ​ກັບ​ຄົນ​ພື້ນ​ເມືອງ​ຂອງ​ດິນ​ແດນ ຄືຊາວອິນເດຍແດງ.

ໃນ​ເມືອງແຄມຝັ່ງທະເລແອັດແລນຕິກ ພ​ລິມ​ມັດ ຂອງ ລັດແມ​ສ​ຊາ​ຈູ​ເຊັດ​ສ໌ ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງສະຫະລັດ, ເຊິ່ງ​ເປັນ​ສະ​ຖານ​ທີ່​ ຂອງວັນ Thanksgiving ແຫ່ງ​ທຳ​ອິດຂອງການ​ສະ​ເຫຼີ​ມ​ສະຫຼອງ​ງານ​ລ້ຽງ​ຄັ້ງ​ທຳ​ອິດ​ນັ້ນ​ ໄດ້​ເກີດ​ຂຶ້ນ​ດົນ​ກວ່າ 400 ປີ​ທີ່​ຜ່ານ​ມາ.

ໃນປັດຈຸບັນນີ້ ວັນພັກດັ່ງກ່າວ ກໍຍັງຄົງປະຕິບັນກັນມາຕາມປະເພນີໃນແຕ່ລະປີ ແຕ່ອາຫານການກິນ ກໍໄດ້ມີການປ່ຽນແປງໄປຕາມການເວລາ ແລະສະພາບການຂອງແຕ່ລະຄອບຄົວ ໂດຍສະເພາະເຈົ້າພາບຕ້ອນຮັບຍາດຕິພີ່ນ້ອງເພື່ອນມິດໃກ້ຊິດ ທີ່ຈະມາຮ່ວມໃນການສະເຫຼີມສະຫຼອງວັນດັ່ງກ່າວ.

ຊາວອາເມຣິກັນສ່ວນໃຫຍ່ຈະຖືເອົາວາລະໂອກາດວັນພັກຍາວນີ້ ໄປຢ້ຽມຢາມຍາດຕິພີ່ນ້ອງ ບໍ່ວ່າຈະເປັນເຄືອຍາດດຽວກັນ ຫຼືວ່າເຄືອຍາດທາງສາມີຫຼືພັນລະຍາ ຊຶ່ງຈະໄດ້ມາເຕົ້າໂຮມກັນອີກຄັ້ງນຶ່ງ ເພື່ອຮັບປະທານອາຫານຄ່ຳຮ່ວມກັນຕາມປະເພນີດັ້ງເດີມ ທີ່ປະຕິບັດກັນຕະຫຼອດມາໃນແຕ່ລະປີ ແຕ່ກໍໄດ້ຍຸຕິລົງໃນປີ 2019 ຍ້ອນເກີດການລະບາດຂອງພະຍາດໂຄວິດ-19 ສະນັ້ນປີນີ້ ຈຶ່ງເປັນການກັບຄືນສູ່ການສະເຫຼີມສະຫຼອງຕາມປົກກະຕິ ຊຶ່ງເຈົ້າພາບຜູ້ຈັດງານລ້ຽງ ກໍຈະສະເໜີໃຫ້ແຕ່ລະຄອບຄົວເຮັດອາຫານມາສົມທົບກັນ ດັ່ງທີ່ຍານາງ ຕຸ້ມລະຄອນຄຳ ຈຸນລະມະນີ ເບກເກີ ຜູ້ທີ່ມີສາມີເປັນຄົນອາເມຣິກັນ ຊຶ່ງເພິ່ນມີລູກຊາຍນຳກັນສອງຄົນ ທີ່ອາໄສຢູ່ໃນເມືອງຊີແລນ ລັດມິຊິແກັນ ທາງພາກເໜືອໃກ້ກັບທະເລສາບມິຊິແກັນ ຂອງລັດມິຊິກແກັນ ກ່າວຕໍ່ວີໂອເອລາວ ກ່ຽວກັບການສະເຫຼີມສະຫຼອງວັນຂອບຄຸນພະເຈົ້າ ວ່າ:

“ກະບໍ່ໄດ້ມີຫຍັງພິເສດຫຼາຍ ກະທຳມະດາ ແບບວ່າເຮົາໃຊ້ເວລາຄົວກິນອາຫານບາງຢ່າງ ແລ້ວເຮົາກະເອົາໄປປັນກັນກິນກັບຄອບຄົວ ຂອງນ້ອງນີ້ ທຸກໆເຮົາສິມີວ່າ ປີນີ້ເຮົາສິສະຫຼອງກັນຢູ່ເຮືອນນ້ອງເຮືອນອ້າຍເຮືອນແມ່ເຮືອນພໍ່ ເຮົາກະເລືອກ ແລ້ວເຮົາກະເລືອກ ຊື່ເຮົາ ຢາກຈະເຮັດອາຫານແບບໃດເອົາມາສູ່ກິນ ລະຄົນທີ່ເປັນເຈົ້າພາບແຕ່ລະປີເຮົາກະປ່ຽນທີ່ກັນເປັນເຈົ້າພາບເນາະ ສົມມຸດວ່າ ຄັນປີນີ້ຈັດຢູ່ບ້ານຂອງນ້ອງ ປີໜ້າກະຈັດຢູ່ບ້ານຂອງນ້ອງສາວ ຂອງສາມີ ຫຼືວ່າ ແມ່ຂອງສາມີ ປ່ຽນກັນຈັດໃນແຕ່ລະປີ ລະເຮົາກະເຮັດອາຫານມາສັງສັນນຳກັນ ລະກະກິນສຸໆປີກະຕ້ອງມີໄກ່ງວງ ລະກະມີແຮ້ມ ຫາກແຕ່ວ່າ ອາຫານຈານອື່ນໆຫັ້ນ ແລ້ວແຕ່ວ່າເຮົາຢາກເຮັດຫຍັງໄປສັງສັນນຳກັນ.”

ຄອບຄົວຂອງຍານາງຕຸ້ມລະຄອນຄຳ ຈຸນລະມະນີ ເບກເກີ ພ້ອມດ້ວຍພໍ່ແລະແມ່.
ຄອບຄົວຂອງຍານາງຕຸ້ມລະຄອນຄຳ ຈຸນລະມະນີ ເບກເກີ ພ້ອມດ້ວຍພໍ່ແລະແມ່.

ຍານາງຕຸ້ມລະຄອນຄຳ ກ່າວອີກວ່າ ພໍ່ແມ່ແລະອ້າຍນ້ອງທີ່ເຄີຍອາໃສຢູ່ໃກ້ກັນ ກໍພາກັນຍົກຍ້າຍໄປຢູ່ແຫ່ງອື່ນ ສະນັ້ນປີນີ້ເພິ່ນແລະສາມີຈະໄປສະຫຼອງຢູ່ທີ່ເຮືອນນ້ອງສາວຂອງຜົວເພິ່ນ.

ໃນແຕ່ລະປີຍານາງຕຸ້ມ ກ່າວວ່າ ເພິ່ນກໍໄດ້ເຮັດອາຫານເປັນໄກ່ງວງແດ່ ອາຫານຈານອື່ນໆແດ່ ສ່ວນອາຫານລາວ ກໍເຮັດໄປສູ່ພີ່ນ້ອງທາງຜົວຂອງເພິ່ນຄື ທ່ານເຈມສ໌ ເບກເກີ ໃຫ້ພວກເພິ່ນໄດ້ຊິມລອງເບິ່ງ ຊຶ່ງຍານາງກ່າວໃຫ້ຟັງດັ່ງນີ້:

“ທັງສອງແບບ ບາງປີນ້ອງກະເຮັດໄກ່ງວງ ບາງປີນ້ອງກະເຮັດອາຫານລາວ ຫາກແຕ່ອາຫານລາວນີ້ ສ່ວນຫຼາຍນ້ອງກະບໍ່ໄດ້ເຮັດອາຫານລາວແບບລາວໆ ກະມີປີນຶ່ງ ນ້ອງເຮັດຕຳໝາກແຕງໄປ...ໃຫ້ເຂົາເຈົ້າຊິມຫັ້ນນ່າ ແບບວ່າເປັນສິ່ງທີ່ແຕກຕ່າງຫັ້ນເນາະ ແຕ່ວ່າເຂົາເຈົ້າກະບໍ່ກິນເຜັດຄືເຮົາ ວ່າຊັ້ນເນາະ ເຮົາກະເຮັດໄປກະບໍ່ເຜັດປານໃດນໍ້ ບາງຄົນກະມັກ ບາງຄົນກະບໍ່ມັກ ເພາະວ່າເຂົາເຈົ້າບໍ່ກິນເຜັດ ຫາກສ່ວນຫຼາຍອັນທີ່ພວກເຂົາເຈົ້າກິນຕະຫຼອດ ລະແມ່ນຢໍຈືນ (egg roll) ນ້ອງຫັ້ນເຮັດໂຕນີ້ດຸ ເອົາໄປກິນນຳກັນຫັ້ນນ່າ ເພາະເຂົາເຈົ້າມັກ ເຂົາເຈົ້າມັກໂຕນີ້ລາຍ.”

ສຳລັບຄອບຄົວຂອງຍາແມ່ ວິສາຂາ ແສນທອງ ຜູ້ທີ່ໄດ້ຕັ້ງຖິ່ນຖານຢູ່ໃນເຂດນະຄອນເດັນເວີ ລັດໂຄໂຣລາໂດ ຕັ້ງແຕ່ອົບພະຍົບມາສະຫະລັດ ແລະບັນດາລູກເຕົ້າຂອງເພິ່ນ ທີ່ອາໄສຢູ່ໃນເມືອງໃກ້ຄຽງ ແລະຕ່າງລັດ ກໍພາກັນເດີນທາງມາຮ່ວມ ຊຶ່ງບຸນວັນຂອບຄຸນພະເຈົ້ານີ້ ເພິ່ນກ່າວວ່າ ເປັນວັນບຸນໃຫຍ່ ທີ່ຈະໄດ້ພົບພໍ້ຍາດຕິພີ່ນ້ອງພ້ອມທັງລູກເຕົ້າແລະຫຼານເຫຼນ ໃນແຕ່ລະປີ.

ສ່ວນອາຫານການກິນນັ້ນ ເພິ່ນກ່າວໃຫ້ຟັງວ່າ:

“ແຕ່ລະປີຫັ້ນ ແມ່ຫັ້ນບໍ່ໄດ້ເຮັດເອົາເອງດອກຂອງກິນຫັ້ນ ມີແຕ່ລູກຫຼານເຂົາເຮັດ ພວກລູກຫຼານພາກັນເຮັດ ລະກະເຊີນເອົາແມ່ໄປກິນເຂົ້ານຳເຂົາ ນຳລູກນຳຫຼານ ກະພໍ້ພີ່ພໍ້ນ້ອງຢູ່ໃນວັນ Thanksgiving ຫັ້ນ ລະກະເຫັນໝົດສູ່ຜູ້ສູ່ຄົນລູກຫຼານຫັ້ນນະ ທຳມະດາແມ່ກະຢູ່ເຮືອນແມ່ພີ້ ຄັນແມ່ນວ່າມີບຸນຈັ່ງຊີ້ນິ ແປ່ວ່າຖືວ່າ ເປັນບຸນໃຫຍ່ Thanksgiving ນະ ພວກລູກຫຼານໄປເຮັດການກະໄດ້ພັກໝົດສຸຄົນ ພາກັນເຮັດຂອງຢູ່ຂອງກິນມາຊຸມ ພໍ່ແມ່ກະໄປກິນນຳເຂົາ ຈັ່ງຊັ້ນແຫລະ ແຕ່ລະປີເປັນຈັ່ງຊັ້ນ.”

ຍາແມ່ ວິສາຂາ ກ່າວອີກວ່າ ໃນແຕ່ລະປີລູກສາວຄົນທີ່ສອງຂອງເພິ່ນ ເປັນເຈົ້າພາບຈັດງານລ້ຽງບຸນ Thanksgiving ເປັນປະຈຳ ແລະໄດ້ຈັດແຈງໃນເລື້ອງອາຫານການກິນໃຫ້ແຕ່ລະຄອບຄົວເຮັດມາສົມທົບກັນ ຕົ້ນຕໍ່ຫຼັກກໍຄື ອົບໄກ່ງວງຍັດເຄື່ອງ ແລະ ຂອງຫວານເປັນພາຍໝາກອຶ ພ້ອມທັງອາຫານລາວ ດັ່ງທີ່ເພິ່ນກ່າວດັ່ງນີ້:

“ແຕ່ລະຄົນກະຖືຂອງກິນມາສອງສາມເຍື່ອງ ເຍື່ອງນຶ່ງ ຕາມແຕ່ພວກເຂົາສິມັກຫັ້ນແຫລະ ຫາກແຕ່ວ່າໃຫ້ແມ່ນຂອງກິນຫັ້ນ ແມ່ນເຄື່ອງ ກິນເວລາກິນ Thanksgiving ຫັ້ນເປັນແບບທີ່ວ່າ ເປັນຂອງເປັນໄກ່ງວງ ຈັ່ງຊັ້ນຫັ້ນລະ ເປັນຂະໜົມ ເປັນຂະໜົມເປັນເຄັກເປັນຫຍັງຫັ້ນນະ ເປັນພຳກິນພາຍ ເປັນເຄັກອັນນາ ໝາກອຶຈັ່ງຊັນຫັ້ນນະ ກິນເວລາ Thanksgiving ຫັ້ນລະ,” ອາຫານການກິນຫັ້ນກະມີອາຫານລາວພ້ອມເບາະ ຫຼືວ່າ ມີປະເພດອາຫານຂອງອາເມຣິກາ? “ທີ່ຈິງແລ້ວມັນເປັນຂອງອາເມຣິກາ ຫາກແຕ່ວ່າລາງຄົນ ຄົນລາວເຮົາມັກແບບທີ່ວ່າ ລາບກ້ອຍ ຫຼືວ່າ ເປັນແບບອັນໜາ ແໜມ ເປັນແບບເອາະຣາມ ແມ່ນຫຍັງກະຢ່າ ເຂົາເຮັດມາໄດ້ ເອົາມາຕັ້ງໃສ່ໂຕະຫັ້ນໄດ້ ຫາກແຕ່ວ່າ ມັນກິນ ມັນກະມີແຕ່ວ່າບາງຄົນກະໄປກິນແຕ່ ກິນແຕ່ໄກ່ງວງທໍ່ນັ້ນແຫລະ ຂອງມັນເປັນມື້ບຸນໄກ່ງວງເດະ.”

ວັນພັກຂອບຄຸນພະເຈົ້າສຳລັບປີ 2023 ນີ້ ຄາດກັນວ່າ ປະຊາຊົນຊາວອາເມຣິກັນຫຼາຍລ້ານຄົນ ຈະອອກເດີນທາງໄປສະໜາມບິນ ສະຖານີລົດໄຟ ຫຼືລົດເມໂດຍສານ ແລະທາງຫຼວງທົ່ວສະຫະລັດ ໃນຈຳນວນຫຼາຍເປັນປະຫວັດການ ເລີ້ມຕັ້ງແຕ່ວັນອັງຄານເປັນຕົ້ນໄປ ອີງຕາມລາຍງານຂອງອົງການຂ່າວເອພີ.

XS
SM
MD
LG