ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວລາວ-ອາເມຣິກັນ ຮ່ວມສະຫລອງ ບຸນຂອບຄຸນພະເຈົ້າ ຢູ່ທົ່ວປະເທດ


ອາຫານການກິນແບບພື້ນເມືອງ ທີ່ຕ້ອງມີໄກ່ງວງ ຂອງ ວັນຂອບຄຸນພະເຈົ້າ ຫລື "Thanksgiving."
ອາຫານການກິນແບບພື້ນເມືອງ ທີ່ຕ້ອງມີໄກ່ງວງ ຂອງ ວັນຂອບຄຸນພະເຈົ້າ ຫລື "Thanksgiving."

ມື້​ນີ້ ​ວັນ​ພະຫັດ ທີ 26 ອາທິດ​ທີສີ່ ເດືອນພະຈິກ ຊຶ່ງ​ຕາມ​ປະ​ເພ
ນີແລ້ວ​ ​ຊາວອະ​ເມຣິກັນຈະ​ພາກັນສະຫລອງບຸນ Thanks-
giving ຫລື​ບຸນ​ຂອບຄຸນ​ພະ​ເຈົ້າ ​ປະ​ຈໍາປີ ​ທີ່​ໄດ້​ສ​ະ​ເຫຼີ​ມສະ
ຫລອງ​ກັນ​ມາເປັນ​ເວລາ ​ດົນ​ກວ່າ​ສອງຮ້ອຍປີ​ແລ້​ວ. ເພ​າະສະ
ນັ້ນ ລາຍການ​ຊີວິດຊາວ​ລາວ ​ຂອງ ​ວີ​ໂອ​ເອ ແລງ​ມື້​ນີ້ ​ເຮົາ​ຈຶ່ງຖື
ໂອກາດ​ ​ນໍາ​ເອົາ​ການ​ສໍາພາດກັບ ບັນດາ​ສະຕິ​ລາວ-ອາ​ເມຣິກັນຢູ່ທາງພາ​ກຕາ​ເວັນຕົກ
ພາກ​ກາງ ​ແລະ​ພາກ​ຕາ​ເວັນ​ອອກ ຂອງສະຫະລັດ ມາສະ​ເໜີ​ທ່າ​ນ ກ່ຽວ​ກັບ​ການ​ຫ້າງ​ຫາ
​ແລະ​ ສະຫລອງ​ບຸນ​ດັ່ງກ່າວ ຊຶ່ງ ກິ່ງ​ສະ​ວັນ ຈະ​ນຳ​ມາສະ​ເໜີ​ທ່ານໃນ​ອັນ​ດັບຕໍ່​ໄປ.

obama turkey
please wait
Embed

No media source currently available

0:00 0:00:35 0:00

ສະ​ບາຍ​ດີ ທ່ານ​ຜູັ​ຟັງທີ່​ເຄົາ​ລົບ ມື້​ນີ້​ແມ່ນ ວັນ​ພະຫັດ ທີ 26 ​ເດືອນ​ພະຈິກ ກົງ​ກັບ ວັນ
Thanksgiving ຫລືວັນ​ສະຫລອງ​ບຸນຂອບ​ຄຸນ​ພະ​ເຈົ້າ ສຳລັບ​ປີ 2015 ຊຶ່ງ​ເປັນ​ບຸນ​
ໃຫຍ່ ​ຂອງຊາດປາງ​ນຶ່ງໃນ ສະຫະລັດ. ບຸນ​ດັ່ງກ່າວນີ້​ໄດ້​ສະຫລອງ​ກັນ​ມາ​ເປັນ​ເວລາ ສອງຮ້ອຍ​ກວ່າ​ປີ​ແລ້ວ​. ​ກ່ອນ​ຂ້າພະ​ເຈົ້າ ​ຈະ​ນຳພາ​ທ່ານ​ກ້າວໄປ​ເຖິງ​ເນື້ອ​ໄນ​ຂອງ​ ການ
ສະຫລອງ​ບຸນ​ Thanksgiving ນີ້ ​ເຮົາ​ມາ​ທຳ​ຄວາມເຂົ້າ​ໃຈ​ກັນ ເຖິງ​ບັນ​ຍາ​ກາດ​ ​ແລະ
​ສິ່ງ​ແວດ​ລ້ອມຂອງ​ບຸນ​ນີ້ນ້​ອຍໜຶ່ງ​ກ່ອນ.

ປັດ​ຈຸ​ບັນ​ນີ້ ຢູ່​ພາກ​ເໜືອ​ຂອງ ສ​ະ​ຫະ​ລັດ ອາ​ກາດໄດ້​ເລີ້ມໜາວ ​ແລະ​ມີ​ຫິມະ​ຕົກ​ໜັກແລ້ວ
ຕົ້ນ​ໄມ້​ຍັງ​ເຫລືອ​ໄວ້​ໃຫ້​ເຫັນ​ແຕ່​ຮ່າງ ​ປາ​ດ​ສະ​ຈາກ​ໃບ ຍົກ​ເວັ້ນ​ແຕ່​ຕົ້ນ​ແປກ ແລະ​ຕົ້ນ​ໄມ້
ຊະ​ນິດ​ທີ່ສູ້​ທົນ​ກັບ​ຄວາມ​ໜາວ​ໄດ້​ນັ້ນ ຊຶ່ງຍັງ​ພາ​ກັນ​ຂຽວ​ງາມ​ໄວ້​ໃຫ້​ເຫັນຢູ່. ​ບັດ​ນີ້ບັນ​ຍາ​
ກາດຂອງ ປະ​ຊາ​ຄົມ​ອາ​ເມ​ຣິ​ກັນ ​ແມ່ນ​ເຕັມ​ໄປ​ດ້ວຍ ການ​ຕົກ​ແຕ່ງ​ດ້ວຍແສງ​ສີ ແລະ​ເຄື່ອງ
​ເອ້​ຢູ່​ຕາມ​ບ້ານ​ເຮືອນ ຖະ​ໜົນ​ຫົນ​ທາງ ແລະ​ຮ້ານ​ຄ້າຕ່າ​ງໆ ເພື່ອ​ຕ້ອນ​ຮັບ​ການ​ສະຫລອງ​
ບຸນອື່ນ​ໆ​ ທີ່ຈະ​ຕິດ​ຕາມມາ​ໃນ​ເທດສະການ​ບຸນ​ນີ້ ​ຄືບຸນ Christmas ​ໃນ​ວັນ​ທີ 25 ເດືອນ
ທັນ​ວາ ແລະ​ໃນວັນ​ທີ່ 31 ທັ​ນ​ວາ ຄື​ວັນ​ສຸດ​ທ້າຍ​ຂອງ​ປີ ກໍຈະ​ແມ່ນ​ມື້​ສະ​ຫລອງ​ສົ່ງທ້າຍ
​ປີ​ເກົ່າ ແລະຕ້ອນ​ຮັບ​ປີ​ໃໝ່ ຄ​.ສ 2016.

ໃນ​ວາ​ລະ​ໂອ​ກາ​ດສະ​ຫລອງ​ບຸນ ຂອບ​ຄຸນ​ພະ​ເຈົ້າ​ນີ້ ປ​ະ​ຊາ​ກອນ ສະ​ຫະ​ລັດ ຫ​ລາຍ​ລ້ານ
​ຄົນຈະ​ພາ​ກັນ​ເດີນ​ທາງໂດຍ​ທາງ​ລົດ ​ທາງເຮືອ​ບິນ ​ລົດ​ບັ​ສ ແລະ​ລົດ​ໄຟ ​ໄປ​ຢ້​ຽ​ມ​ຢາມ​ຖາມ
​ຂ່າວ​ ຍາດ​ຕິ​ພີ່​ນ້ອງ ຢູ່​ທຸກ​ຫົນ​ແຫ່ງ. ນອກ​ຈາກ​ນັ້ນແລ້ວ ເຂົາ​ເຈົ້າ​ກໍ​ຈະພາ​ກັນຊື້​ອາ​ຫານ​
ການ​ກິນ​ ເຄື່ອງ​ດື່ມເພື່ອຕ້ອນ​ຮັບ​ລ້ຽງສະ​ຫລອງ ໃນ​ວັນ ຂອ​ບ​ຄຸນ​ພະ​ເຈົ້າ​ ​ແລະ​ໃນຕອນ
​ເຊົ້າ​ຂອງ ​ວັນ​ພະຫັດມື້ນີ້​ ທີ່​ນະຄອນ​ນິວຢອກ​ກໍແມ່ນມີ​ການ​ເດີນ​ສວນສະໜາ​ມ ປະ​ຈຳປີ​
ຢ່າງ​ຄຶກຄື້ນຂະໜານ​ໃຫຍ່.

ໃນ​ຄໍ່າ​ຄືນ​ຂອງວັນ​ຂອບ​ໃຈ​ພະ​ເຈົ້າ​ນີ້ ວີ​ໂອ​ເອ ​ໄດ້​ຖື​ໂອ​ກາ​ດສໍາພາດກັບ ສະມາຊິກ ​ໂບດ Grace Lao Lutheran Church ທີ່​ເມືອງ Richmond ລັດ California, ຍານາງ ອາ
​ນົງພາ ​ເທບ​ພະ​ພອນ ຊຶ່ງ​ຍາ​ນາງ​ໄດ້​ກ່າວເຖິງ​ຄວາ​ມຣູ້ສຶກກ່ຽວ​ກັບ​ວັນ​ບຸນດັ່ງ​ກ່າວ​ນີ້​ວ່າ:

ຍານາງອານົງພາ ເທບພະພອນ ທີ່ເມືອງ Sacramento ລັດ California.
ຍານາງອານົງພາ ເທບພະພອນ ທີ່ເມືອງ Sacramento ລັດ California.

ລິງໂດຍກົງ

ປະຊາ​ຄົມ ອາ​ເມຣິກັນ ໄດ້​ສະຫລອງ​ບຸນ Thanksgiving ​ນີ້​ມາ​ເປັນ​ເວລາຫຼາຍກ​ວ່າ 200
ປີ​ແລ້ວ. ​ແຕ່ວ່າ​ ບຸນ​ດັ່ງກ່າວ​ນີ້ ບໍ່​ໄດ້​ປະກາດ​ສະຫລອງ ຢ່າງເປັນ​ທາງ​ການ​ ຈົນ​ເຖິງ​ປີ
1863 ຂອງລະດູ​ໃບ​ໄມ້​ຫລົ່ນ ​ໃນວັນພະຫັດ ອາທິດ ທີສີ່ ເດືອນ​ພະຈິກ. ເວລາ​ນັ້ນ ​ປະ​ເທດຊາດ ແມ່ນ​ຕົກຢູ່ພາຍ​ໃຕ້ ການ​ປົກຄອງ​ຂອງ ປະທານາທິບໍດີ Abraham Lincoln ປະທານາທິບໍດີ ຄົນ​ທີ 16 ຂອງ​ ສ​ະຫະລັດ ອາ​ເມຣິກາ​.

ກໍາເໜີ​ດການ​ສະຫລອງບຸນ ວັນຂອບ​ຄຸນ​ພະ​ເຈົ້າ ​ໄດ້ເລີ້ມ​ມີ​ມາ​ແຕ່​ປີ 1621. ເວລາ​ນັ້ນ ​ໄດ້ມີນັກ​ສະ​ແຫວ​ງບຸນຊາວ​ອັງກິດ 102 ຄົນ ຊຶ່ງ​ເປັນກຸ່ມ​ທໍາ​ອິດ​ ທີ່​ພາກັນ​ເດີນທາງ​ມາ​ເຖິງແຜ່ນດິນ​ໃໝ່ ​ເພື່ອ​ສະແຫວ​ງຫາສິດ​ທິ ໃນການສັກກາລະ​ບູຊາ. ​ເຂົາ​ເຈົ້າ​ພາກັນເດີນ​ທາງໂດຍ​ທາງເຮືອ ທີ່​ມີ​ຊຶ່ວ່າ Mayflower ​ໃຊ້​ເວລາຢູ່ 66 ມື້​ ຈຶ່ງ​ໄດ້ຕົກມາເຖິງ​ແຜ່ນດິນ​ໃໝ່ ຊຶ່ງເຂດ​ນັ້ນ ​ເອີ້ນ​ກັນ​ໃນ​ປັດຈຸບັນ​ນີ້ວ່າ​ New England.

ອາຫານການກິນວັນຂອບຄຸນພະເຈົ້າ
ອາຫານການກິນວັນຂອບຄຸນພະເຈົ້າ


​ຊາວ​ອັງກິດ​ເຫລົ່າ​ນີ້ ໄດ້ມາຕັ້ງ​ບ້ານ​ໃໝ່ ທີ່ຮູ້​ກັນ​ວ່າ Plymouth ຢູ່​ໃນລັດ Massachusetts ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ ສະຫະລັດ ອາ​ເມ​ຣິ​ກາ ນີ້​ເອງ. ​ຈາກ​ການລ່ອງ​ເຮືອ ​ຂ້າມ​ມະຫາ​ສະ​ມຸດ ອັນ​ກວ້າງໃຫຍ່​ ​ເວ​ລາ​ເຂົາ​ເຈົ້າ ເດີນທາງມານັ້ນ ​ເຂົາ​ເຈົ້າ ​ໄດ້​ປະສົບ​ກັບ​ຄວາມ​ອິດ​ເມື່ອຍ ອ່ອນ​ເພຍ ໂຫຍ​ຫີ​ວ ​ແລະ​ປະ​ເຊີນ​ກັບອາກາດ​ໜາວ. ຈໍານວນ​ນຶ່ງ​ໄດ້​ເກີດ​ເຈັບ​ປ່ວຍຍ້ອນຂາດ​ອາຫານ ​ເປັນພະຍາດ ​ແລະໄດ້​ລົ້ມ​ຫາຍ​ຕາຍ​ໄປ​ເກືອບ​ເຄິ່ງນຶ່ງ.

​ຊາວ​ອິນ​ເດຍ​ແດງ ທີ່​ເປັນຊົ​ນ​ເຜົ່າ​ທ້ອງ​ຖິ່ນ ​ໄດ້​ເຫັນຄວາມ​ຍາກ​ລໍາບາກ ​ຂອງ​ຊາວ​ອັງກິດ​ເຫລົ່າ​ນີ້ ​ທີ່ບໍ່​ລຶ້ງເຄີຍກັບ​ສິ່ງ​ແວດ​ລ້​ອມໃໝ່ ຈຶ່ງໄດ້ພາກັນຊ່ວຍ​ສິດສອນນໍາພາ ​ຊາວ​ອັງກິດ​ເຫຼົ່າ​ນັ້ນ ​ໃຫ້ຮູ້ຈັກ​ປູກ​ໝາກ​ສາລີ ຫາ​ປາ ​ຢູ່​ຕາມແມ່​ນໍ້າລໍາ​ເຊ ໂຮ່​ເນື້ອ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ​ແມ່ນ​ການຈັບ​ໄກ່​ງວງປ່າ ມາ​ເປັນ​ອາຫານ ແລະ​ຫລີກ​ລ້ຽງ​ພືດ​ຕ່າງໆທີ່​ເປັນ​ພິດ. ​

ເຫລົ້າວາຍ
ເຫລົ້າວາຍ

​ ເມື່ອ​ໄດ້ພົ້ນຈາກ​ຄວາມໂຫຍ​ຫີ​ວ ໃນ​ປີ​ຕໍ່​ມາ ຊາວ​ອັງ​ກິດ​ພວກນັ້ນ ຈຶ່ງ​ໄດ້ພາກັນສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ຕໍ່ຊາວ​ອິນ​ເດຍ​ແດງດັ່ງກ່າວ ໂດຍເຊື້ອ​ເຊີນ​ ​ເຂົາ​ເຈົ້າມາ​ຮ່ວມ​ຮັບ​ປະທານ​ອາຫານ ຈາກ​ຜົນ​ປູກ ທີ່​ ຊາວ​ອິນ​ເດຍ​ແດງ ໄດ້​ສິດສອນ ໃຫ້​ເຂົາ​ເຈົ້າລອດພົ້ນ​ຈາກ​ຄວາມ​ອຶດ​ຢາກ ​ແລະ​ລົ້ມ​ຫາຍ​ຕາຍ​ໄປນັ້ນ.

​ຕໍ່ໄປນີ້ ຂ້າ​ພະເຈົ້າຈະຂໍແນະນຳ​ໃຫ້​ທ່ານ​ພົບ​ກັບ ຍານາງ​ສົມ​ຟອງ ບັກ​ຄຳ ຢູ່​ທີເມືອງ Des Moines ລັດ IOWA ຕັ້ງ​ຢູ່​ພາກ​ກາງຂອງ ສະຫະລັດ ຊຶ່ງ ຍານາງ​ໄດ້​ໃຫ້​ຄວາມ​ຮູ້ສຶກ​ຕໍ່ ວີ​ໂອ​ເອດັ່ງ​ນີ້:

ຍານາງສົມຟອງ ບັກຄຳ (ຊ້າຍ) ແລະທ່ານນາງ Hillary Clinton ທີ່ເມືອງ Des Moines ລັດ IOWA.
ຍານາງສົມຟອງ ບັກຄຳ (ຊ້າຍ) ແລະທ່ານນາງ Hillary Clinton ທີ່ເມືອງ Des Moines ລັດ IOWA.

ລິງໂດຍກົງ

ສະຕີລາວອີກຜູ້ນຶ່ງທີ່ ​ທ່ານຈະໄດ້​ພົບ​ກໍຄື ​ຍາ​ນາງແສງດາຣາ ສີຣິດາວົງ ຢູ່​ທີ່ພາກ​ເໜືອ​ຂອງ​ລັດ Virginia ຕິດ​ກັບ​ນະຄອນຫລວງ ວໍ​ຊິງ​ຕັນ ດີ​.ຊີ. ລອງມາຟັງເບິ່ງ​ ​ວ່າ ​ເພີ່ນ​ໄດ້ຫ້າງ​ຫາ​ອາຫານ​ການ​ກິນ ​ແລະ ​ຈະຊຸມ​ແຊວ​ກັນ​ຢ່າງ​ໃດ​ໃນການສະຫຼອງບຸນ Thanksgiving ປີນີ້?

ຍານາງ ແສງດາຣາ ສິຣິດາວົງ ທີເມືອງ Fairfax ລັດ Virginia
ຍານາງ ແສງດາຣາ ສິຣິດາວົງ ທີເມືອງ Fairfax ລັດ Virginia

ລິງໂດຍກົງ

ດ້ວຍ ​ເຫດ​ນີ້​ເອງ ວັນພະຫັດ ​ອາທິດທີ​ສີ່ ເດືອນ​ພະຈິກ ​ທຸກໆ​ປີ ຈຶ່ງ​ໄດ້​ກາຍ​ມາ​ເປັນບຸນ​ Thanksgiving​ ​ຫລື​ວັນ​ຂອບຄຸນ​ພະ​ເຈົ້າ​ ​ຍ້ອນຊາວ​ອິນ​ເດຍ​ແດງ​. ​ເພາະ​ສະ​ນັ້ນ ມື້​ນີ້
ອັນເປັນວັນພັກ​ລັດ​ຖະ​ການທົ່ວ​ປະ​ເທດ ​ຮ້ານ​ຄ້າ​ຕ່າງໆ​ຈຶ່ງພາກັນປິດ​ ​ຖະໜົນ​ຫົນ​ທາງ​
ງຽບ​ສະຫງັດ ຢູ່​ຕາ​ມບ້ານ​ເຮື​ອນຕ່າງໆ ບໍ່​ວ່າ​ຄົນຈະ​ມີ​ພື້ນຖານ ສາສະໜາ ​ແລະ​ຮີດຄອງ
ປະ​ເພນີ ​ທີ່ມາ​ຈາກ​ໃສ​ກໍ​ຕາມ ບັນດາສະມາຊິກ​ຄອບຄົວ ພ້​ອມ​ດ້ວຍ ຍາດຕິ​ພີ່ນ້ອງ ໝູ່​ເພື່ອນ​ທີ່ຢູ່ໃກ້ ​ແລະ​ໄກ ​ຈຶ່ງໄດ້​ພາ ກັນເດີນທາງ​ມາ​ເຕົ້າ​ໂຮມ ​ພົບ​ພໍ້ ​ຮັບ​ປະ​ທານ​ອາ​ຫານ ​ແລະ​ຖາມ​ຂ່າ​ວຄາວກັນຢ່າງ​ຄຶກຄື້ນ. ​ເພາະ​ສະ​ນັ້ນ ຜູ້​ເປັນ​ເຈົ້າ​ພາບ​ຮັບ​ຕ້ອນ ຈຶ່ງຕ້ອງ​ໄດ້​ຫ້າງ​ຫາ​ກະ​ກຽມ ຕົກ​ແຕ່ງ​ອາ​ຫານ​ການກິນ​ຢ່າ​ງ​ສຸດ​ຝີ​ມື ເພື່ອ​ໃຫ້​ບັນ​ດາ​ແຂກ​ໄດ້​ຮັບ​ປະ​ທານຢ່າງ​ແຊ​ບ​ຊ້ອຍ.

Thanksgiving Atttitude
please wait

No media source currently available

0:00 0:01:53 0:00

ບັນດານັກທ່ອງທ່ຽວ ແລະປະຊາກອນ ສະຫະລັດ ຜູ້ມາຢ້ຽມຢາມ ນະຄອນຫລວງ ວໍຊິງຕັນ ດີ.ຊີ ໃຫ້ທັດສະນະ ໃນຄວາມໝາຍຂອງ ການສະຫລອງບຸນ "Thanksgiving."

XS
SM
MD
LG