ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວໃນຕ່າງແດນ ສ່ວນໃຫຍ່ແລ້ວ ພາກັນສະຫຼອງ ຕ້ອນຮັບປີໃໝ່ສາກົນ ຢູ່ບ້ານເຮືອນຂອງໃຜລາວ


ຄົນພາກັນເຂົ້າຮ່ວມສະຫຼອງຕ້ອນຮັບປີໃໝ່ສາກົນ 2022 ຢູ່ຈະຕຸລັດ Times Square ໃນຂະນະທີ່ໄວຣັສໂຄໂຣນາສາຍພັນໃໝ່ໂອໄມຄຣອນ ພວມແຜ່ລະບາດ, ນິວຢອກ, ສະຫະລັດ ອາເມຣິກາ, ວັນທີ 31 ທັນວາ 2021.
ຄົນພາກັນເຂົ້າຮ່ວມສະຫຼອງຕ້ອນຮັບປີໃໝ່ສາກົນ 2022 ຢູ່ຈະຕຸລັດ Times Square ໃນຂະນະທີ່ໄວຣັສໂຄໂຣນາສາຍພັນໃໝ່ໂອໄມຄຣອນ ພວມແຜ່ລະບາດ, ນິວຢອກ, ສະຫະລັດ ອາເມຣິກາ, ວັນທີ 31 ທັນວາ 2021.

ການສະຫຼອງບຸນປີໃໝ່ສາກົນ ປີ 2022 ທີ່​ຫາ​ກໍຜ່ານພົ້ນໄປ​ໃນທ້າຍອາທິດແລ້ວ ນີ້ ບໍ່ໄດ້
ຮັບຄວາມມ່ວນຊື່ນຢ່າງສົມໃຈ ເນື່ອງຈາກການແຜ່ລະບາດ ຂອງໄວຣັສໂຄໂຣນາສາຍພັນ
ໃໝ່ໂອໄມຄຣອນ ຢູ່ໃນທົ່ວໂລກ. ຫຼາຍປະເທດໄດ້ມີການຫ້າມ ບໍ່ໃຫ້ສະຫຼອງກັນແບບແອ
ອັດຈົນເກີນໄປໃນທີ່ສາທາລະນະແລະວາງກົດລະບຽບ ໃຫ້ເຕົ້າໂຮມກັນໜ້ອຍລົງ. ແຕ່ເຖິງ
ປານນັ້ນ ກໍຍັງບໍ່ສາມາດຄວບຄຸມ ແລະຫລີກ ລ່ຽງໄດ້ ຊຶ່ງເຮົາເຫັນຈາກສະຖິຕິ ມີຄົນປ່ວຍ
ເຂົ້າໂຮງໝໍເພີ້ມຂຶ້ນຢ່າງຫຼວງຫຼາຍ.

ຢູ່ນະຄອນມົງເຣອານ (Montreal) ປະເທດກາດາ ທາງການໄດ້ຫ້າມ ບໍ່ໃຫ້ຊຸມ ແຊວກັນ
ຢູ່ຕາມສະຖານທີ່ສາທາລະນະຫຼັງຈາກ 10 ໂມງແລງຈົນຮອດ 5 ໂມງ ຕອນເຊົ້າ ຊຶ່ງທ່ານ
ພຽນດອນ ສຸທຳ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ກໍມີກົດລະບຽບເຄັ່ງຄັດເຊັ່ນກັນ ຊຶ່ງທ່ານສິງຄຳ ເດດກ້າ
ກ່າວວ່າ:

ລິງໂດຍກົງ



ຢູ່ຈະຕຸລັດໄທມ໌ ໃນນະຄອນນິວຢອກ ສະຫະລັດອາເມຣິກາ ຕາມປະເພນີແລ້ວມີ ປະມານ
58,000 ຄົນ ພາກັນຢືນລໍຖ້ານັບຖອຍຫຼັງ ໃນຕອນທ່ຽງຄືນ. ປີນີ້ທາງການມີກຳນົດໃຫ້ພຽງ
15,000 ພັນຄົນ ເພາະສະນັ້ນສ່ວນໃຫຍ່ໄດ້ພາກັນ ຊຸມແຊວ ເປັນກຸ່ມນ້ອຍໆ ຢູ່ຕາມບ້ານ
ເຮືອນຂອງໃຜລາວ.

XS
SM
MD
LG