ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຊາວລາວ-ອາເມຣິກັນ ຮ່ວມສະຫລອງ ບຸນຄຣິສມັສ (ວີດີໂອ/ສະໄລດ໌)


ຕົ້ນຄຣິສມັສ ທີ່ຖືກຕົກແຕ່ງຢ່າງງົດງາມ ຢູ່ເດີ່ນຕໍ່ໜ້າ ສະພາຄອງແກຣສ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ
ຕົ້ນຄຣິສມັສ ທີ່ຖືກຕົກແຕ່ງຢ່າງງົດງາມ ຢູ່ເດີ່ນຕໍ່ໜ້າ ສະພາຄອງແກຣສ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ​ຄ່ຳ​ຄືນວານ​ນີ້​ແມ່ນ​ບຸນ​ເທດ
​ສະກາ​ນ​ ຄ​ຣິ​ສ​ມັສ ແລະນັ້ນ​ກໍແມ່ນ​ຕອນນຶ່​ຂອງເພງ Silence
Night ​ ທີ່​ຄົນ​ນິຍົມ​ຫລາຍຄວາມ​ທີ່​ສຸດໃນບັນດາ​ເພງຄ​ຣິ​ສ​ມັສ.
ເພງ Silence Night ​ຂຽນ​ຂື້ນ​ໃນ​ປີ 1818 ລຽບ​ລຽງໂດຍ Franz
Xaver ແລະ​ແຕ່ງ​ໂດຍ ຄຸນ​ພໍ່ Joseph Mohr ທີ່ເມືອງ​ຮ່ອມ​ພູ
ນ້ອຍໆຕັ້ງ​ຢູ່​ແຄມ​ແມ່​ນ້ຳເມືອງ Oberndorf bei Salzburg ປະ​ເທດ ອອ​ສ​ເຕ​ຣຍ. ເພງ Silence Night ​ນີ້ໄດ້​ຖືກ​ອົງ​ການ UNESCO ອົງການ​ເສດຖະກິດ ວິທະຍາສາດ ​ແລະ​ທະ​ນາ​ທໍາ ຂອງ ສະຫະ​ປະຊາ​ຊາດ ​ເປັນ​ມໍ​ລະ​ດົກ​ໂລກ ໃນ​ເດືອນເມ​ສາ ປີ 2011 ແປ​ອອກມາ​ກວ່າ 140 ພາ​ສາ ແລະ​ໄດ້​ນຳໄປຮ້ອງ​ໂດຍ​ບັນ​ດາ​ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ຢູ່ຫລາຍໆ​ຄົນ​ຢູ່​ທົ່ວ​ໂລ​ກ.

ເພາະສະ​ນັ້ນ ຢູ່​ໃນ​ບັນຍາກາດ ສະຫລອງ​ບຸນຄຣິສມັສ ນີ້​ຈະ​ເຕັມ​ໄປ​ດ້ວຍ​ສຽງ​ເພງ ​ແລະ​ການ​ຮ້ອງ​ເພງ ອັນ​ອອນ​ຊອນ​ຢູ່​ຕະຫລອດ.

Christmas
please wait
Embed

No media source currently available

0:00 0:02:35 0:00

ຊາວ​ຄ​ຮິ​ສ​ຕຽນ ພາ​ກັນ​ສະ​ຫລອງ​ບຸນ​ຄ​ຮິ​ສ​ມັ​ສ ຢູື​ທົ່ວ​ໂລກ

​ບັດນີ້ຂ້າພະເຈົ້າຈະນຳພາທ່ານ​ໄປສັງ​ເກດການ​ສະ​ຫລອງ​ບຸນຄ​ຣິ​ສມັ​ສ ຫລື​ບຸນ​ວັນ​ເກີດ​ພະ​ເຍ​ຊູ ຄົບ​ຮອບ 2014 ປີຕາມປະ​ຕິ​ທິນສາ​ກົນ. ​ຄຳ​ວ່າ “Christ” ຄ​ຣິ​ສ ຫລື​ໄຄຣສ ໝາຍ​ເຖິງ​ ພະ​ເຈົ້າ ຂອງ​ສາ​ສະ​ໜາ ຄ​ຣິ​ສ​ ຄື​ພະ​ເຍ​ຊູ​ ນັ້ນ​ເອງ ແລະ “Mass” ​ມາ​ສ ໝ​າຍ​ເຖິງ​ການ​ເຕົ້າ​ໂຮມ​ສູດ​ມົນ. ສາ​ສະ​ໜາ​ຄ​ຣິ​ສ​ຕຽນ ເປັນ​ສາ​ສະ​ໜາ​ທີ່​ມີ​ປະ​ຊາ​ກອນ​ໂລກ ​ພາ​ກັນນັ​ບ​ຖື​ຫລາຍ​ທີ່​ສຸດ ​ແລະລອງ​ລົງ​ມາແມ່ນສາສະ​ໜາອິ​ສ​ລາມ.

ຊາວ​ຄ​ຣິ​ສ​ຕຽນ ພາ​ກັນ​ສະ​ຫລອງ​ບຸນ​ຄ​ຣິ​ສ​ມາ​ສ ມ​າ​ເປັນ​ເປັນ​ເວ​ລາສອງ​ພັນ​ປາຍປີແລ້ວ​ ໂດຍ​ລິ​ເລີ້ມ​ດ້ວຍການ​ໃຕ້​ທຽນໄຂ ໃຊ້​ໃບ​ໄມ້ ແລະ​ໝາກ​ໄມ້ຕົກ​ແຕ່ງບ້ານ​ເຮືອນ ​ແບບ​ທຳ​ມະ​ຊາດ ເພຶ່ອ​ໃຫ້​ບັນ​ຍາ​ກາດ ຂອງ​ລະ​ດູ​ໜາວ​ ທີ່ປົກ​ຄຸມ​ໄປ​ດ້ວຍ​ຫິ​ມະ​ນັ້ນ ມີ​ຄວາມເບີກ​ບານມ່ວນຊຶ່ນ. ວິ​ວັດ​ທະ​ນາ​ການ​ສະ​ຫລ​ອງ​ບຸນ​ຄ​ຣິ​ສ​ມັ​ສ ໄດ້ປ່ຽນໄປ​ຕາມຍຸກ​ສະ​ໄໝ ຈົນ​ຕົກ​ທອດ​ມາ​ຮອດ​ສະ​ໄໝ
ເທັກໂນ​ໂລ​ຈີທີ່​ລ້າ​ສຸດ ຂອງ​ສັດ​ຕະ​ວັດ​ທີ່ 21.​ ປັດ​ຈຸ​ບັນ​ນີ້ ການ​ສະ​ຫລອງ​ບຸ​ນ​ຄ​ຣິ​ສ​ມັ​ສ ໄດ້​ກາຍ​ມາ​ເປັນ​ການ​ຊື້​ຂາຍປະ​ຈຳ​ທ້າຍ​ປີ​ໃຫ​ຍ່​ສຸດຂອງ​ໂລກ​.

ການຕົກແຕ່ງເອ້ຍ້ອງບຸນຄຣິສມັສ
ການຕົກແຕ່ງເອ້ຍ້ອງບຸນຄຣິສມັສ

ຢູ່​ໃນ​ບັນ​ຍາ​ກາດ​ສະ​ຫລອງ​ບຸ​ນ​ຄ​ຣິ​ສມັສນີ້ ເຮືອນຊານ ຮ້ານຄ້າ
ແລະຖະໜົນຫົນທາງ ຖືກຕົກແຕ່ງເອ້ຍ້ອງດ້ວຍແສງ​ໄຟ ໂບສີ
ແດງ ພວງມາລາ ທີ່​ເຮັດ​ດ້ວຍ​ໃບ​ຕົ້ນ​ແປກ. ຢູ່ໃນເຮືອນຊານມີ
ຕົ້ນແປກ ປະ​ດັບ​ປະ​ດາດ້ວຍເຄຶ່ອງເອ້ຕ່າງໆ ພ້ອມດ້ວຍແສງສີ
ອັນງົດງາມແລະ​ຫໍ່ຂອງຂວັນ ໃຫ້ແກ່ເດັກນ້ອຍ ຜູ້​ໃຫ​ຍ່ ກິນລ້ຽງ
ຊຸມແຊວກັນຢ່າງຄຶກຄື້ນ ແລະສິ່ງ​ສຳ​ຄັນ​ທີ່​ສຸດ​ນັ້ນ​ກໍ​ຄື ​ການອາ
​ສາ​ສະ​ມັກ ​ແລະເຮັດບຸນສິນ​ກິນ​ທານໃຫ້​ແກ່​ຜູ້​ທຸກ​ຈົນ.

ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ​ດີ​.ຊີ ແຕ່​ລະ​ປີ​ກ່ອນ​ບຸນ​ຄ​ຣິ​ສ​ມັສ ມາ
​ເຖິງ ມີ​ພິ​ທີ່​ອັນ​ສຳ​ຄັນຫລາຍ​ຢ່າງເຊັນ​ວ່າ ພິ​ທີແກ່ຕົ້ນ​ແປກ​ໃສ່​ລົດ​ມ້າມາສົ່ງ ​ທຳ​ນຽບ​ຂາວ ມີພິ​ທີ່​ໃຕ້​ໄຟ​ຕົ້ນ​ຄ​ຣິ​ສ​ມັ​ສແຫ່ງ​ຊາດ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ພິ​ທີ່​ໃຕ້​ໄຟ​ຕົ້ນ​ຄ​ຮິ​ສ​ມັ​ສ ຢູ່​ບໍລິ​ເວນ​ໜ້າ​ຕຶກ​ລັດຖະສະພາ.

ເບິ່ງວີດີໂອ ຊາວໂລກສະຫລອງ ບຸນຄຣິສມັສກັນແບບໃດ:

For Some, Holiday Spirit Contrasts With Harsher Realities
please wait

No media source currently available

0:00 0:03:09 0:00
ລິງໂດຍກົງ

ໃນວາ​ລະບຸນ​ຄ​ຣິ​ສ​ມັ​ສນີ້​ ໂຮງຮຽນຕ່າງເລີ້ມ​ປິດ​ກ່ອນ​ນຶ່ງ​ອາ​ທິດ ເປັນ​ລະ​ດູການທີ່​ມີຄົນເດີນ
​ທາງ​ຫລາຍ​ທີ່​ສຸດ ​ເພື່ອກັບ​ບ້ານ​ຢ້ຽມ​ຢາມ​ຄອບ​ຄົວທີ່​ຢູ່​ໃກ້​ແລະ​ໄກ. ​ໃນວັນທີ 25 ເດືອນ​ທັນ
​ວາ ໂຮງການລັດຖະບານ ບໍລິສັດຮ້ານຄ້າ ຕະຫລາດປິດເກືອບໝົດ ​ຖ​ະໜົນຫົນທາງ​ງຽບ
​ສະ​ງັດປາ​ສ​ຈາກ​ລົດ​ແລ່ນ​ປານເມືອງຮ້າງ. ສິ່ງ​ສໍ​າ​ຄັນ​ຂອງວັນ​ຄ​ຣິ​ສ​ມັສ ​ນັ້ນ​ກໍ​ຄື ​ຢູ່​ທີ່ໂບດຂອ​ງ
​ຊາວຄ​ຣິ​ສ​ຕຽນ ເຂົາ​ເຈົ້າເຕົ້າ​ໂຮມກັນ​ສູດມົນ​ພາ​ວັນ​ນາ ແລະອວຍພອນຊຶ່ງ​ກັນ​ແລະ​ກັນ. ໃນ
​ວາ​ລະໂອກາ​ດ​ດຽວ​ກັນ​ນີ້ ວີ​ໂອ​ເອ ໄດ້​ສຳ​ພາດ ທ່ານຄຳຜຸຍ ສິງວົງ​ສາ ຜູ້ຕາງ ໜ້າ ແລະທີ່ປຶກ
ສາແຫ່ງຊາດ ຂອງປະຊາຄົມ ຄາໂທລິກລາວໃນສະຫະລັດ ປະ​ຈໍາ​ກອງເລຂາທິການຝ່າຍ
ປະຊາຄົມກຸ່ມນ້ອຍຕ່າງໆ ຂອງຄະນະກຳມະການ ຊາວເອເຊຍປາຊິຟິກ ແລະຊາວເກາະ
ຂອງສາສະໜາ​ກາ​ໂຕ​ລິກ. ທ່ານ​ຄຳ​ຜຸຍ ​ໄດ້​ອະທິ​ບາຍກ່ຽວກັບ ບຸນ​ເ​ທດສະການ​ຄຣິສ​ມັສ ​ວ່າ :

ລິງໂດຍກົງ

ທ່ານຄໍາຜຸຍ ສິງວົງສາ
ທ່ານຄໍາຜຸຍ ສິງວົງສາ

ຢູ່​ໃນ ສະ​ຫະ​ລັດ​ ແລະ​ຢູ​ໂຣບ ບ່ອນ​ທີ່ສາ​ສະ​ໜາ​ຄ​ຣິ​ສ ຄອບ​ງຳເປັນ​
ສ່ວນ​ໃຫ​ຍ່​ນັ້ນ ບັນ​ດາ​ຜູ້​ຄົນທີ່ນັບ​ຖື ສາ​ສະ​ໜາ​ອຶ່ນໆ​ ​ຕ່າງ​ກໍ​ພາ​ກັນ
​ຫລີກ​ລ່ຽງອິດທິ​ພົນຮິດຄອງປະ​ເພ​ນີຂອງການ​ສະ​ຫລອງ​ບຸ​ນ​ຄ​ຣິ​ສ
​ມັສ ນີ້​ໄດ້ຍາກ. ໂດຍ​ສະ​ເພາະ​ ຄອບ​ຄົວ​ທີ່​ມີ​ເດັກ​ນ້ອຍລູກຫລານທີ່
​ເກີດຢູ່ ໃນ​ປະ​ເທດທີ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ ບັນ​ດາ​ພໍ່​ແມ່​ຜູ້​ປົກ​ຄອງ
​ຕ້ອງ​ໄດ້​ພາ​ລູກ​ເຕົ້າສະ​ຫລອງ ​ໄປ​ຕາມ​ບັນ​ຍາ​ກາດ ແລະເຖິງ​ແມ່ນ
ວ່າ​ຈະ​ບໍ່​ເລິກ​ເຊິ່ງ​ທາງ​ດ້ານ​ສາ​ສະ​ໜາກໍ​ຕາມ ແຕ່​ຕ້ອງ​ມີ​ຂອງຂວັນ
ແລະ​ຕັ້ງ​ຕົ້ນຄ​ຣິ​ສ​ມັສ ຢູ່​ໃນ​ເຮືອນ​ຊານ ​ໃຫ້​ລູກ​ເຕົ້າ​ໄດ້​ຮັບ​ຄວາມ​
ມ່ວນ​ຊື່ນ ເໝືອນ​ດັ່ງ​ເດັກ​ນ້ອຍ​ອຶ່ນໆ ທົ່ວ​ໄປ.

ກ່ອນ​ຈາກ​ກັນ​ໄປ​ໃນ​ຄໍາ​ຄືນ​ວັນ​ນີ້ ທ່ານ​ຄໍາ​ຜູ​ຍ ສິງ​ວົງສາ ​ໄດ້​ສົ່ງ​ຄໍາ​ອວຍພອນ​ມາສູ່ພໍ່​ແມ່​ພີ່ນ້ອງ ທີ່ຢູ່ໃກ້ ​ແລະ​ໄກ​ດັ່ງ​ນີ້:


Santa
Santa

ນັບ​ຕັ້ງ​ແຕ່​ປະ​ຊາ​ກອນ​ເຊື້ອ​ສາຍ​ລາວ ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ ສະ​ຫະ​ລັດກໍ​ຄື ຢູ​ໂຣບ ອອ​ສ​ເຕ​ຣເລຍ ແລະ​ປະ​ເທດ​ທີ່​ສາມ​ຕ່າງໆ ເປັນ​ເວ​ລາກວ່າ ສາມ​ທົດ​ສະ​ວັດ​ທີ່​ຜ່ານມ​າ ຫລາຍໆ​ຄົນ​ໄດ້​ຫັນ​ປ່ຽນໄປ​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ ແລະ​ອຶ່ນໆ. ​ສ່ວນ​ທີ່ຍັງ​ດໍ​າ​ເນີນນັບ​ຖື​ສາ​ສະ​ໝາ​ພຸດ​ຢູ່ນັ້ນຕ່າງກໍພາກັນ​ກ່າວ​ວ່າ ດຽວ​ນີ້ ລູກ​ເຕົ້າ​ພາ​ກັນ​ໃຫ​ຍ່​ໝົດ​ແລ້ວ ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ຈຳ​ເປັນ ທີ່​ຈະ​ຕ້ອງພາ​ລູກ​ເຕົ້າສະ​ຫລອງ​ແບບ​ເປັນພິ​ຖິພິ​ຖັນເໝືອນດັ່ງ​ເວ​ລາທີ່ລູກ​ເຕົ້າ ​ຍັງ​ເປັນ​ເດັກ​ນ້ອຍ​. ແຕ່​ໄດ້ຖື​ໂອ​ກາດ​ອັນ​ສຳ​ຄັນ ແລະ​ສັກ​ສິດ​ດັ່ງ​ກ່າວ​ນີ້​ເຕົ້າ​ໂຮມຍາດຕິ​ພີ່ນ້ອງ ​ແລະຊຸມແຊວກັນ.




XS
SM
MD
LG