ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວອາເມຣິກັນ ຢູ່ໃນລັດຄາລີຟໍເນຍ ປະເຊີນໜ້າກັບການຫ້າມອອກນອກບ້ານ ເນື່ອງຈາກການແຜ່ລະບາດໂຄວິດ-19


ຮູບພາບຈາກເຮືອບິນສະແດງໃຫ້ເຫັນລົດກຳລັງລຽນແຖວ ລໍຖ້າກວດຫາໂຄວິດ-19 ຢູ່ທີ່ສະໜາມກິລາ Dodger Stadium ໃນນະຄອນລອສ ແອນເຈີລິສ ລັດຄາລີຟໍເນຍ ວັນທີ 18 ພະຈິກ 2020.
ຮູບພາບຈາກເຮືອບິນສະແດງໃຫ້ເຫັນລົດກຳລັງລຽນແຖວ ລໍຖ້າກວດຫາໂຄວິດ-19 ຢູ່ທີ່ສະໜາມກິລາ Dodger Stadium ໃນນະຄອນລອສ ແອນເຈີລິສ ລັດຄາລີຟໍເນຍ ວັນທີ 18 ພະຈິກ 2020.

ເລີ້ມແຕ່ວັນເສົາ ວັນທີ 6 ທັນວາຜ່ານມານີ້ ຜູ້ປົກຄອງລັດຄາລີຟໍເນຍ ທ່ານກາວິນ ນິວ
ຊອມ (Gavin Newsom) ໄດ້ປະກາດພາວະສຸເສີນຫ້າມບໍ່ໃຫ້ຄົນອອກນອກບ້ານ
ຫ້າມບໍ່ໃຫ້ມີກິດຈະການເຕົ້າໂຮມກັນໃດໆຢູ່ໃນເຮຶອນ ແລະນອກເຮຶອນ ຢູ່ທົ່ວລັດຄາລີ
ຟໍເນຍ ນັບແຕ່ 10 ໂມງຕອນແລງ ຫາ 5 ໂມງ ເຊົ້າ ຈົນຮອດວັນທີ 21 ທັນວາ ແລະ
ອາດຈະຍືດເວລາອອກໄປອີກ ຖ້າຫາກຈໍາເປັນ.

ຄຳສັ່ງດັ່ງກ່າວຈະມີຜົນບັງຄັບໃຊ້ຢູ່ໃນ 41 ເມືອງຂອງທັງໝົດ 58 ເມືອງຂອງ ລັດດັ່ງ
ກ່າວ ບ່ອນທີ່ໄວຣັສໂຄໂຮນາແຜ່ລະບາດຢ່າງວ່ອງໄວ. ຄຳສັ່ງຊຸດ ໃໝ່ນີ້ບໍ່ ໄດ້ບັງຄັບ
ໃຫ້ປິດທຸລະກິດໃຫຍ່ໆ ແລະສໍາຄັນ. ສ່ວນທຸລະກິດທີ່ເຫັນວ່າບໍ່ ສຳຄັນນັ້ນຕ້ອງປິດແຕ່
10 ໂມງແລງ ແລະ ຮ້່ານອາຫານກໍອະນຸຍາດໃຫ້ ສັ່ງເອົາອອກໄປກິນເທົ່ານັ້ນ. ແຕ່ເຖິງ
ຢ່າງໃດກໍດີ ຄົນສາມາດພາໝາ ອອກໄປ ຍ່າງໄດ້ ແລະໄປເອົາຢາໄດ້.

ຍານາງປີນາ ຄຳຊົມພູ ສະມາຊິກສັງຄົມລາວອາເມຣິກັນ ຢູ່ເມືອງແຊນໂຮເຊ (San Jose)
ທີ່ໄດ້ຮັບຜົນກະທົບຈາກການປິດເມືອງດັ່ງກ່າວໄດ້ກ່າວຕໍ່ ວີໂອເອ ຟັງວ່າ:

ລິງໂດຍກົງ

ຢູ່ທີ່ເມືອງໂຊລາໂນ (Solano) ທີ່ຕັ້ງຢູ່ບໍ່ໄກຈາກເຂດອ່າວນະຄອນແຊນ ແຟຣນ ຊິສໂກ
ຫລື San Francisco Bay Area ນັ້ນ, ທ່ານເສລີ ເທບພະພອນ ກໍແມ່ນ ສະມາຊິກສັງ
ຄົມລາວທ່ານນຶ່ງທີ່ຕ້ອງປະຕິບັດຕາມຄຳສັ່ງ ຊຶ່ງທ່ານໄດ້ໃຫ້ ຂໍ້ສັງເກດກ່ຽວກັບເລື້ອງນີ້ວ່າ:

ລິງໂດຍກົງ

ລັດຄາລິຟໍເນຍ ຕັ້ງຢູ່ທາງພາກຕາເວັນຕົກສຸດຂອງສະຫະລັດ ເປັນລັດທີ່ມີພົນລະເມືອງ
ຢູ່ຢ່າງໜ້າແໜ້ນເຖິງ 33 ລ້ານຄົນ. ປັດຈຸບັນນີ້ມີຜູ້ຕິດເຊື້ອໂຄວິດ-19 ຢູ່ປະມານແສນກວ່່າ
ຄົນ ແລະເສຍຊີວິດໄປແລ້ວທັງໝົດກວ່າ 20 ພັນຄົນ.

XS
SM
MD
LG