ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດ​ຂາຍສົ້ມ​ໝູ, ​ສົ້ມ​ປາ ແລະອື່ນໆ ຂອງ​ຄົນ​ລາວ-ອາ​ເມ​ຣິ​ກັນ ຂະຫຍາຍຕົວຂຶ້ນສອງ​ເທົ່າ ໃນ​ຊ່ວງ​ທີ່​ມີ​ການ​ລະ​ບາດ​ຂອງ​ໂຄວິດ​


ນາງຂັນທະລີ ໄຊຍະລາດ, ເຈົ້າຂອງທຸລະກິດເຮັດໃສ້ກອກ, ສົ້ມໝູ ແລະສົ້ມປາ ທີ່ລັດຄາລິຟໍເນຍ
ນາງຂັນທະລີ ໄຊຍະລາດ, ເຈົ້າຂອງທຸລະກິດເຮັດໃສ້ກອກ, ສົ້ມໝູ ແລະສົ້ມປາ ທີ່ລັດຄາລິຟໍເນຍ

ຂະ​ນະ​ທີ່ທຸ​ລະ​ກິດຫລາຍ​ຢ່າງທັງ​ນ້ອຍແລະ​ໃຫຍ່​ໄດ້​ຮັບ​ຜົນ​ກະ​ທົບ​ບໍ່​ຫຼາຍ​ກໍ​ໜ້ອຍມາດ​ຕະ​ການ​ຈຳ​ກັດ​ການແຜ່ລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ​ສະ​ພາບໄພເງິນ​ເຟີ້ພຸ້ງ​ສູງຂຶ້ນ ແລະລາ​ຄາ​ນ້ຳ​ມັນປັບ​ຕົວຂຶ້ນ​ຫລາຍກວ່າສອງ​ເທົ່າ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມານີ້ ແຕ່ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ​ທີ່​ຜະ​ລິດ​ອາ​ຫານ​ລາວ ແບບ​ເຄິ່ງ​ສຳ​ເລັດ​ຮູບ ກັບມີ​ການຂະຫຍາຍຕົວຂຶ້ນ. ນາງຂັນທະລີ ໃນເມືອງວິດທິເອີ (Whittier), ຊຶ່ງປັນເມືອງນ້ອຍໆ ໃນນະຄອນລອສແອນເຈີລິສ, ທາງພາກໃຕ້ຂອງລັດຄາລິຟໍເນຍບອກວ່າ ທຸລະກິດຂອງ​ນາງ​ທີ່ຜະ​ລິດອາຫານພື້ນເມືອງລາວສຳ​ເລັດ​ຮູບ ແລະເຄິ່ງສໍາເລັດຮູບເຊັ່ນໃສ້ກອກ, ສົ້ມໝູ ແລະສົ້ມປາ ເພື່ອສົ່ງໃຫ້ແກ່ຮ້ານຂາຍອາຫານຂອງຄົນເອເຊຍ ແລະ​ໂດຍ​ກົງ​ແກ່​ລູກ​ຄ້າບອກວ່ານາງໄດ້​ຮັບ​ການ​ສັ່ງ​ສິນ​ຄ້າເພີ້ມຂຶ້ນສອງເທົ່າໃນ​ຕະ​ຫລອດ 2 ປີ ເຖິງ​ແມ່ນ​ວ່າ​ປັດ​ຈຸ​ບັນ​ນີ້ສິນ​ຄ້າ​ພວກນີ້ຈະມີ​ລາ​ຄາ​ເພີ້ມ​ຂຶ້ນ​ໄປ​ຕາມ​ການ​ຂຶ້ນ​ລາ​ຄາ​ຂອງວັດ​ຖຸ​ດິບ ເຊັ່ນ​ຊີ້ນ​ໝູນັ້ນກໍ​ຕາມ ດັ່ງ​ທີ່​ນາງ​ເລົ່າ​ສູ່​ພວກ​ເຮົາ​ຟັງ​ວ່າ:

ເມື່ອຖາມ​ເຖິງ​ລູກ​ຄ້ານັ້ນນາງຕອບ​ວ່າ ຍັງ​ແມ່ນ​ລູກ​ຄ້າ​ປະ​ຈຳ​ກຸ່ມ​ເດີມ​ຢູ່ ຊຶ່ງກໍ​ຄື ຄົນໃນ​ປະ​ຊາ​ຄົມ​ລາວ ແລະ​ຄົນເຊື້ອສາຍເອເຊຍຕາເວັນອອກສຽງໃຕ້ກຸ່ມອື່ນໆ ເຊັ່ນກໍາປູເຈຍ, ຫວຽດນາມ ແລະໄທ ທີ່​ຢູ່​ໃນ​ເຂດ​ພາກ​ໃຕ້​ຂອງ​ລັດ​ຄາ​ລິ​ຟໍ​ເນຍ ເຊັ່ນນະ​ຄອນ​ລອ​ສແອ​ນ​ເຈີ​ລີ​ສ ແລະ​ແຊນ​ດິ​ເອ​ໂກ. ພ້ອມ​ກັນ​ນັ້ນ​ກໍ​ມີ​ລູກ​ຄ້າ​ຈາກລັດໃກ້ຄຽງເຊັ່ນ ລັດອາຣີໂຊນາ, ເນວາດາ ແລະເທັກຊັສ ຊຶ່ງນາງເລົ່າ ກ່ຽວກັບອາຫານທີ່ນາງເຮັດ ແລະລູກຄ້າຂອງນາງສູ່ຟັງວ່າ:

ນາງບອກ​ອີກວ່າ ການສົ່ງສິນຄ້າເຊັ່ນສົ້ມໝູ, ສົ້ມປາ ນັ້ນແມ່ນອາທິດລະຫລາຍຮ້ອຍກິໂລຊຶ່ງເຮັດໃຫ້ນາງມີ ລາຍຮັບຫລາຍພັນໂດລາຕໍ່ອາທິດ. ສ່ວນສາເຫດທີ່ພາໃຫ້ທຸລະກິດຂອງນາງເພີ້ມຂຶ້ນເປັນພິເສດໃນໄລ​ຍະ​ສອງ​ປີ​ຜ່ານ​ມານີ້ ເຖິງ​ໄພ​ເງິນ​ເຟີ້​ເຮັດ​ໃຫ້​ສິນ​ຄ້າ​ຂອງ​ນາງ​ຂຶ້ນ​ລາ​ຄາ​ກໍ​ຕາມ ນາງຂັນທະລີ​ໃຫ້​ຂໍ້​ສັງ​ເກດ​ວ່າ ມັນ​ອາດ​ເປັນ​ຍ້ອນ​ລະ​ບາດ​ຂອງໂຄວິດ-19 ທີ່ຍັງ​ສືບ​ຕໍ່​ມີ​ຢູ່ທຸກມື້​ນີ້ ຊຶ່ງເຮັດ​ໃຫ້​ຄົນ​ບໍ່​ຄ່ອຍ​ຢາກອອກ​ໄປກິນ​ເຂົ້າໃນ​ຮ້ານ​ອາ​ຫານຫລາຍ​ເໝືອນ​ເມື່ອ​ກ່ອນ. ເຂົາ​ເຈົ້າມັກ​ຈະຊື້​ອາ​ຫານ​ປະ​ເພດ​ເຄິ່ງສຳ​ເລັດ​ຮູບນີ້​ ໄປ​ປຸງ​ແຕ່ງ​ເປັນ​ອາ​ຫານ ກິນ​ເອງ​ຫລາຍ​ຂຶ້​ນ.

XS
SM
MD
LG