ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກສິລະປະ ອາເມຣິກັນ ເຊື້ອສາຍ ລາວ ຈະຈັດງານວາງສະແດງ ຮູບພາບ ດິຈິຕອລ


ພາບບຸນລອຍກະໂທງ, ເຊິ່ງແມ່ນນຶ່ງໃນບຸນທີ່ເປັນປະເພນີອັນດີງາມຂອງຄົນລາວ.
ພາບບຸນລອຍກະໂທງ, ເຊິ່ງແມ່ນນຶ່ງໃນບຸນທີ່ເປັນປະເພນີອັນດີງາມຂອງຄົນລາວ.

ນັກສິລະປະ ອາເມຣິກັນ ເຊື້ອສາຍ ລາວ ທ່ານນຶ່ງຈະເປີດການວາງສະແດງ ຮູບພາບໃນວັນທີ 30 ພຶດສະພານີ້. ການວາງສະແດງດັ່ງກ່າວຈະເກີດຂຶ້ນໃນຮູບແບບ ດິຈິຕອລ, ເຊິ່ງແຕ່ລະຄົນສາມາດ ເຂົ້າໄປຊົມໄດ້ໃນເວັບໄຊ້.

ການວາງສະແດງທີ່ວ່ານີ້ຊື່ວ່າ “Secret, No More” ການສະແດງເຖິງຄວາມເປັນມະນຸດ. ເປັນແຮງບັນດານໃຈຂອງທ່ານ ຄິສສະດາ ພານຸສິດ ພູນສິລິ, ນັກສິລະປະ ອາເມຣິກັນ ເຊື້ອສາຍ ລາວ ທີ່ອາໄສຢູ່ນະຄອນ ແຊນ ດີເອໂກ ລັດ ຄາລິຟໍເນຍ. ໂຄງການນີ້ແມ່ນຢູ່ພາຍໃຕ້ການສຶກສາ ກ່ຽວ ກັບ ການເມືອງທີ່ສຳຄັນຮ່ວມກັນ ເຊິ່ງດຳເນີນໂດຍມະຫາວິທະຍາໄລ ຄາລິຟໍເນຍ.

ທ່ານ ຄິສສະດາ ພານຸສິດ ພູນສິລິ, ນັກສິລະປະ ອາເມຣິກັນ ເຊື້ອສາຍລາວ.
ທ່ານ ຄິສສະດາ ພານຸສິດ ພູນສິລິ, ນັກສິລະປະ ອາເມຣິກັນ ເຊື້ອສາຍລາວ.

ຮູບພາບທີ່ນຳມາວາງສະແດງໃນຄັ້ງນີ້ກໍຈະເປັນຮູບພາບທີ່ຖືກຖ່າຍໂດຍທ່ານ ຄິສສະດາ ຢູ່ໃນງານຕ່າງໆຢູ່ນະຄອນ ແຊນ ດີເອໂກ ແລະ ບ່ອນອື່ນໆ, ເຊິ່ງທ່ານ ຄິສສະດາ ໄດ້ກ່າວວ່າ “ມັນເປັນຮູບທີ່ຂ້າພະເຈົ້າໄດ້ຖ່າຍຢູ່ງານຕ່າງໆຂອງຄົນ ລາວ, ງານວັດທະນະທຳລາວ, ປີໃໝ່ລາວ. ພ້ອມກັບຮູບທີ່ ຂ້າພະ ເຈົ້າໄດ້ຖ່າຍຢູ່ລາວ. ຄວາມຄິດກໍແມ່ນວ່າ ຍ້ອນສົງຄາມລັບ ແລະປະເທດລາວໄດ້ເປັນປະເທດທີ່ຖືກຖິ້ມລະເບີດໃສ່ຫຼາຍທີ່ສຸດ ໃນປະຫວັດ ສາດຂອງມວນມະ ນຸດ. ຂ້າພະເຈົ້າຮູ້ສຶກວ່າຫຼາຍໆເລື່ອງໃນຖານະເປັນມະນຸດທົ່ວໄປແມ່ນບໍ່ໄດ້ຖືກກ່າວເຖິງຫຼາຍປານໃດ. ພວກເຮົາມີແຕ່ເວົ້າ ກ່ຽວກັບ ສົງຄາມ ເຊິ່ງຂ້າພະເຈົ້າຄິດວ່າສຳຄັນຫຼາຍ. ແຕ່ໃນແງ່ຂອງການເປັນຄົນ ອາເມຣິກັນເຊື້ອສາຍ ລາວ, ແລະ ການຊອກຫາເອກະລັກຄົນລາວຈາກການອາໄສຢູ່ຕ່າງແດນນັ້ນ, ຂ້າພະ ເຈົ້າຮູ້ສຶກວ່າມັນຈຳເປັນຕ້ອງມີຮູບຫຼາຍໆໃບທີ່ໄດ້ສະແດງໃຫ້ເຫັນຢູ່ພາຍໃນຊຸມຊົນ, ວິທີທີ່ເຮົາອາ ໄສຢູ່ ແລະ ວ່າພວກເຮົາແມ່ນໃຜ.”

ການວາງສະແດງນີ້ແບ່ງອອກເປັນສອງພາກສ່ວນ, ເຊິ່ງສ່ວນທີນຶ່ງຈະເປັນການວາງສະແດງຮູບ ພາບຂອງທ່ານ ຄິສສະດາ, ແລະ ພາກສ່ວນທີສອງທ່ານ ຄິສສະດາ ໄດ້ເຕົ້າໂຮມນັກສິລະປະລາວ, ມົ້ງ ແລະ ມ້ຽນ ໃນທົ່ວລັດ ຄາລິຟໍເນຍ ເພື່ອສ້າງວຽກງານສິລະປະທີ່ສະແດງເຖິງຫົວຂໍ້ຂອງສົງຄາມລັບ ຫຼື ຄວາມຄິດ ກ່ຽວກັບ ອົບພະຍົບ.

ທ່ານ ຄິສສະດາ ຄາດວ່າປະມານທ້າຍປີນີ້ລາວຈະຈັດງານວາງສະແດງຮູບພາບຕົວຈິງທີ່ມັນຈະມີການຮ່ວມສົນທະນາຂອງຄະນະກຳມະການ ແລະ ຝຶກອົບຮົມ.

XS
SM
MD
LG