ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ສະ​ຫະ​ລັດ ​ຄົນ​ໃໝ່ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ


ທ່ານ ສີ​ສະ​ຫວາດ ອິນ​ພະ​ຈັນ ຖ່າຍ​ຮູບ​ກັບ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ຢູ່​ທຳ​ນຽບ​ຂາວ, 13 ມິ​ຖຸ​ນາ, 2022.
ທ່ານ ສີ​ສະ​ຫວາດ ອິນ​ພະ​ຈັນ ຖ່າຍ​ຮູບ​ກັບ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ຢູ່​ທຳ​ນຽບ​ຂາວ, 13 ມິ​ຖຸ​ນາ, 2022.

ສະ​ຖານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ​ນະ​ຄອນຫຼວງວໍ​ຊິ​ງ​ຕັນ ໄດ້​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ຄົນ​ໃໝ່ ທ່ານ ສີ​ສະ​ຫວາດ ອິນ​ພະ​ຈັນ ​ເຂົ້າ​ປະ​ຈຳ​ຕຳ​ແໜ່ງຢ່າງ​ເປັນ​ທາງ​ການ, ໂດຍ​ໄດ້ເຂົ້າ​ຢ້ຽມ​ຢາມ ແລະ ຖ່າຍ​ຮູບ​ກັບປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ເມື່ອ​ວັນ​ທີ 13 ມິ​ຖຸ​ນາ​ທີ່​ຜ່ານ​ມາ, ເຊິ່ງ​ພິ​ທີ​ດັ່ງ​ກ່າວ ​ຖືກ​ຈັດ​ຂຶ້ນ​ແທນ​ການ​ຍື່ນ​ສານ​ຕາ​ຕັ້ງ​ດ້ວຍ​ຕົນ​ເອງ ເພື່ອ​ປ້ອງ​ກັນ​ພະ​ຍາດ ໂຄວິດ-19.

ທ່ານ ສີ​ສະ​ຫວາດ ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ​ສະ​ຫະ​ລັດ ຄົນ​ທີ​ 8 ສືບ​ທອດ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ກ່ອນ​ໜ້າ​ທ່ານ, ທ່ານ ພັນ​ຄຳ ອັ່ນ​ລາ​ວັນ. ທ່ານ​ໄດ້​ກ່າວ​ໃນ​ຄຳ​ເຫັນ​ທີ່​ວີ​ໂອ​ເອ​ລາວ​ໄດ້​ຂໍ​ນັ້ນ​ວ່າ “ຂ້າພະເຈົ້າ, ມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຮັບມອບໝາຍໜ້າທີ່ອັນສູງສົ່ງໃນການກັບມາ ປະຕິບັດໜ້າທີ່ຢູ່ສະຫະລັດອາເມຣິກາອີກຄັ້ງໜຶ່ງ. ເປົ້າໝາຍຫຼັກໃນການປະຕິບັດ ໜ້າທີ່ຂອງຂ້າພະເຈົ້າຄັ້ງນີ້ກໍແມ່ນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນອັນດີ ລະຫວ່າງສອງປະເທດກໍ່ຄື ການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ສະຫະ​ລັດ ອາເມຣິກາ ໃຫ້ຂະຫຍາຍຕົວ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາໃຫ້ປະຊາຊົນຂອງສອງ ປະເທດ.”

ທ່ານ​ໄດ້​ກ່າວ​ຕື່​ມ​ວ່າ ໜ້າ​ທີ່​ໃນ​ການ​ປະ​ຈຳ​ການ​ຄັ້ງ​ນີ້​ກໍ​ຈະ​ສຸມ​ໃສ່​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ ລາວ ແລະ ສະ​ຫະ​ລັດ, ໂດຍ​ສະ​ເພາະ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ.

ນອກ​ນັ້ນ​ກໍ​ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ກ່ຽວ​ກັບ ການ​ຮັບ​ເອົາ​ຄົນ​ລາວ ​ທີ່​ພົ້ນ​ໂທດ​ກັບ​ຄືນ ສ​ປ​ປ ລາວ, ເຊິ່ງ​ບັນ​ຫາ​ດັ່ງ​ກ່າວ​ລັດ​ຖະ​ບານ​ທັງ​ສອງ​ປະ​ເທດ​ແມ່ນບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້ຈົນ​ເຮັດ​ໃຫ້​ລັດ​ຖະ​ບານ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຂວ້ຳ​ບາດ​ທາງ​ດ້ານ​ວີ​ຊາ​ຕໍ່​ລັດ​ຖະ​ບານ​ລາວ.

ທ່ານ​ໄດ້​ກ່າວ​ອີກວ່າ​ທ່ານ​ຈະ​ເອົາ​ໃຈ​ໃສ່​ໃນ​ການ​ຊ່ວຍ​ເຫຼືອ ແລະ ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ພີ່​ນ້ອງ​ເຊື້ອ​ຊາດ​ລາວ​ໃນ ສະ​ຫະ​ລັດ ແລະ ກາ​ນາ​ດາ ໃຫ້​ສາ​ມາດ​ເດີ​ນ​ທາງ​ກັບ​ເມືອ​ຢ້ຽມ​ຢາມ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ ລາວ.

ນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ປະ​ຕິ​ບັດ​ໜ້າ​ທີ່​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ສະ​ຫະ​ລັດ ຢ່າງ​ເປັນ​ທາງ​ການ ຫຼັງ​ຈາກ​ຂະ​ບວນ​ການ​ຍື່​ນ​ສານ​ຕາ​ຕັ້ງ​ແລ້ວ, ວຽກ​ງານ​ສຳ​ຄັນ​ອັນ​ດັບ​ທຳ​ອິດ​ຂອງ​ທ່ານ ສີ​ສະ​ຫວາດ ກໍ​ແມ່ນ​ການ​ເຂົ້າ​ພົບ​ພາກ​ສ່ວນ​ຕ່າງໆ​ຂອງ ສະ​ຫະ​ລັດ, ເພື່ອ​ແນະ​ນຳ​ຕົວ, ປຶ​ກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ເພື່ອ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ສອງ​ຝ່າຍ, ອີງ​ຕາມ​ກາ​ນ​ກ່າວ​ຂອງ​ສະ​ຖານ​ທູດ ລາວ, ແລະ ທ່ານ​ຍັງ​ໄດ້​ເຂົ້າ​ພົບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຮອງ​ຜູ້​ບໍ​ລິ​ຫານ​ອົງ​ການ USAID ແລະ ຫົວ​ໜ້າ​ອົງ​ການ​ເກັບ​ກູ້​ສິ່ງ​ເສດ​ເຫຼືອ​ຂອງ​ທະ​ຫານ​ອາ​ເມ​ຣິ​ກາ ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ​ຢູ່​ລາວ ຫຼື POW/MIA.

ທ່ານ​ສີ​ສະ​ຫວາດ ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ກົງ​ສຸນ ກະ​ຊວງ​ການ​ຕ່າງ​ປະ​ເທດ, ແລະ ກ່ອນ​ໜ້າ​ການ​ຮັບ​ຕຳ​ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ ສະ​ຫະ​ລັດ, ທ່ານ ສີ​ສະ​ຫວາດ ໄດ້​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ອອ​ສ​ເຕ​ຣ​ເລຍ ແລະ ນິວ​ຊີ​ແລນ ໃນ​ລະ​ຫວ່າງ​ປີ 2018 - ຕົ້ນ 2022.

XS
SM
MD
LG