ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເຣິກັນ ເຊື້ອສາຍລາວ ຫຼາຍຄົນ ໄດ້ຮັບເງິນຊ່ວຍເຫຼືອ 1, 200 ໂດລາ ຈາກລັດຖະບານ ແລ້ວ


ລັດຖະບານອາເມຣິກາກໍາລັງພິມເຊັກເງິນຊ່ວຍເຫລືອບັນເທົາທຸກ ຍ້ອນການລະບາດຂອງຳພະຍາດໂຄວິດ ເພື່ອສົ່ງໄປໃຫ້ປະຊາຊົນ
ລັດຖະບານອາເມຣິກາກໍາລັງພິມເຊັກເງິນຊ່ວຍເຫລືອບັນເທົາທຸກ ຍ້ອນການລະບາດຂອງຳພະຍາດໂຄວິດ ເພື່ອສົ່ງໄປໃຫ້ປະຊາຊົນ

ໃນຂະນະທີ່ປະຊາຊົນອາເມຣິກັນ ຫລາຍຮ້ອຍລ້ານຄົນໃນສະຫະລັດກໍາລັງຄອງ ຄອຍຖ້າຮັບເຊັກເງິນຊ່ວຍເຫລືອຈາກລັດຖະບານຢູ່ນັ້ນ, ໃນສອງອາທິດຜ່ານມານີ້ ກໍມີຄົນອາເມຣິກັນເຊື້ອສາຍລາວຈໍານວນນຶ່ງ ຢູ່ໃນລັດຕ່າງໆ ຊຶ່ງລວມທັງ ລັດອາຣີໂຊ ນາ ແລະລັດຈໍເຈຍ ແມ່ນເລີ້ມໄດ້ຮັບເງິນນັ້ນແລ້ວ, ອີງຕາມຄໍາເວົ້າຂອງບັນດາຜູ້ນໍາການພັດທະນາປະຊາຄົມລາວ ໃນລັດເຫລົ່ານີ້. ນຶ່ງໃນຈໍານວນ ຄົນ ທີ່ໄດ້ຮັບເງິນ ບັນເທົາທຸກຈາກຜົນກະທົບຂອງການລະບາດຂອງໄວຣັສໂຄ ໂຣນານີ້ ກໍມີອາຈານສອນພາສາອັງກິດຢູ່ໃນໂຮງຮຽນມັດທະຍົມຕອນປາຍແຫ່ງ ນຶ່ງ ໃນລັດຈໍເຈຍ. ທ່ານນາງອານຸສອນ ສີລິວົງໄຊ ຜູ້ທີ່ອີງອາໄສແຕ່ເງິນເດືອນ ໃນແຕ່ລະເດືອນເພີື່ອໃຊ້ຈ່າຍຄ່າໂຮງຮຽນໃນມະຫາວິຍະຍາໄລໃຫ້ລູກສາວແລະ ລ້ຽງເກືອລູກຊາຍລໍາພັງແຕ່ຜູ້ດຽວນັ້ນ ເວົ້າສູ່ຟັງດ້ວຍຄວາມດີໃຈວ່າ:

ທ.ນ. ອານຸສອນ ສີລິວົງໄຊ, ອາຈານສອນໃນມັດທະຍົມປາຍແຫ່ງນຶ່ງໃນລັດ ຈໍເຈຍ, ທາງພາກໃຕ້ຂອງ ສະຫະລັດ
ທ.ນ. ອານຸສອນ ສີລິວົງໄຊ, ອາຈານສອນໃນມັດທະຍົມປາຍແຫ່ງນຶ່ງໃນລັດ ຈໍເຈຍ, ທາງພາກໃຕ້ຂອງ ສະຫະລັດ

ເງິນດັ່ງກ່າວແມ່ນໄດ້ໂອນເຂົ້າໄປໃນບັນຊີຂອງທ່ານນາງໂດຍກົງ. ມັນມາຈາກ ບ້ວງງົບປະມານຂອງລັດຖະບານທີ່ມີຈໍານວນຫລາຍກວ່າ 2 ພັນຕື້ໂດລາ ເພື່ອ ຊ່ວຍເຫລືອປະຊາຊົນອາເມຣິກັນ ແລະ ທຸລະກິດຕ່າງໆ ເພື່ອຮັບມືກັບການຊຸດ ໂຊມລົງຂອງເສດຖະກິດຍ້ອນຜົນກະທົບຈາກໄວຣັສໂຄໂຣນາ. ໂດຍນອນຢູ່ໃນໂຄງການຊ່ວຍເເຫຼືອການພາຍໃຕ້ກົດໝາຍທີ່ຊື່ວ່າ Coronavirus Aid, Relief and Economic Security ຫລື CARES ACT ທີ່ລັດຖະສະ ພາສະຫະລັດ ໄດ້ອະນຸມັດໃນທ້າຍເດືອນມີນາຜ່ານມານີ້ ແຕ່ລະຄົນທີ່ມີອາຍຸ 18 ປີ ຂຶ້ນໄປທີ່ ໄດ້ຍື່ນໃບແຈ້ງເສຍພາສີລາຍຮັບໃນປີ 2019 ຫລື ປີ2018 ແລ້ວ ແລະມີລາຍຮັບ 75,000 ໂດລາຕໍ່ປີລົງມາ ແມ່ນຈະໄດ້ຮັບເງິນກະຕຸ້ນເສດຖະກິດທີ່ວ່ານີ້ ໃນຈໍາ ນວນ 1,200 ໂດລາ. ສ່ວນຜູ້ໃດມີລາຍຮັບຫລາຍກວ່ານັ້ນ ກໍຈະໄດ້ຮັບເງິນຊ່ວຍ ເຫລືອນີ້ເຊັ່ນກັນ ແຕ່ຈະມີຈໍານວນຫລຸດລົງໂດຍອີງຕາມລະດັບລາຍຮັບ ຊຶ່ງກໍຄື ເມື່ອມີລາຍຮັບຂຶ້ນຫລາຍເທົ່າໃດ ກໍຈະໄດ້ເງິນຊ່ວຍເຫຼືອນີ້ຫລຸດລົງເທົ່ານັ້ນ. ຖ້າ ຄອບຄົວໃດມີລູກສອງຄົນທີ່ມີອາຍຸຫລຸດ 18 ປີ ລົງມາກໍ ຈະໄດ້ຮັບເງິນສໍາລັບລູກ ອີກຜູ້ລະ 500 ໂດລາ. ແຕ່ວ່າບໍ່ແມ່ນຜູ້ໃດທີ່ມີອາຍຸ 18 ປີຂຶ້ນໄປ ທີ່ຍື່ນໃບແຈ້ງ ພາສີໃນປີຜ່ານໆ ມາແລ້ວກໍຈະໄດ້ຮັບເງິນນີ້ໝົດ ມັນຍັງຂຶ້ນກັບວ່າ ຄົນຜູ້ນັ້ນໄດ້ ຖືກຈົດຊື່ເຂົ້າໃນການເສຍພາສີຂອງຜູ້ປົກຄອງວ່າ ເປັນຜູ້ຢູ່ພາຍໃຕ້ການອຸບປະຖໍາຂອງພໍ່ ແມ່ ຫລືບໍ່ອີກດ້ວຍ. ດັ່ງທີ່ທ່ານນາງອານຸສອນເລົ່າສູ່ຟັງວ່າ ເນື່ອງຈາກ ລູກສາວຂອງຜູ້ກ່ຽວທີ່ມີອາຍຸ 22 ປີນັ້ນ ຖືກຈົດຊື່ວ່າເປັນຜູ້ເພິ່ງພາອາໄສແມ່ ໃນ ການຈ່າຍຄ່າໂຮງຮຽນ ຢູ່ໃນການແຈ້ງເສຍພາສີທ່ານນາງ ສະນັ້ນລູກສາວຂອງ ຕົນຈຶ່ງບໍ່ສາມາດໄດ້ຮັບເງິນນີ້ ເຖິງແມ່ນວ່າ ລາວຈະແຈ້ງເສຍພາສີລາຍໄດ້ຂອງ ລາວເອງໃນປີຜ່ານມາແລ້ວກໍຕາມ. ແລະລູກຊາຍຂອງທ່ານນາງທີ່ມີອາຍຸ 18 ປີ ແລ້ວ ກໍບໍ່ໄດ້ຮັບເງິນນີ້ ເຊັ່ນກັນ ເພາະລາວບໍ່ໄດ້ເຮັດການ, ບໍ່ມີລາຍຮັບທີ່ຈະໄປ ແຈ້ງເສຍພາສີ ຈຶ່ງບໍ່ມີເງື່ອນໄຂທີ່ຈະໄດ້ຮັບເງິນນີ້.

ສະຫລຸບແລ້ວອາຈານອະນຸສອນບໍ່ສາມາດໄດ້ຮັບເງິນສໍາລັບລູກສອງຄົນ ທີ່ຄວນໄດ້ຮັບຄົນລະ 500 ໂດລາ ຍ້ອນວ່າລູກທັງສອງຄົນມີອາຍຸ 18 ປີ ຂຶ້ນໄປແລ້ວ. ແລະລູກທັງສອງ ຄົນ ຂອງທ່ານນາງກໍບໍ່ໄດ້ຮັບເງິນກະຕຸ້ນຊ່ວຍເຫລືອນີ້ ຍ້ອນບໍ່ມີເງື່ອນໄຂຄົບຖ້ວນດັ່ງ ທີ່ກ່າວມາຂ້າງເທິງນັ້ນ.

XS
SM
MD
LG