ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສາຍການບິນລາວ ວາງແຜນຂະຫຍາຍ ເສັ້ນທາງ ການບິນອີກ ໃນ 5 ປະເທດ


ຖ້ຽວບິນພິເສດຄັ້ງທຳອິດ ລະຫວ່າງ ນະຄອນຫລວງວຽງຈັນ ປະເທດລາວ ໄປຫາ ນະຄອນ Incheon ປະເທດເກົາຫຼີໃຕ້ ຂອງສາຍການບິນລາວ, 05-07-2012.
ຖ້ຽວບິນພິເສດຄັ້ງທຳອິດ ລະຫວ່າງ ນະຄອນຫລວງວຽງຈັນ ປະເທດລາວ ໄປຫາ ນະຄອນ Incheon ປະເທດເກົາຫຼີໃຕ້ ຂອງສາຍການບິນລາວ, 05-07-2012.

ລັດວິສາຫະກິດການບິນລາວ ວາງແຜນການຈະຂະຫຍາຍເສັ້ນ
ທາງການບິນ ລະຫວ່າງປະເທດເພີ້ມຂຶ້ນອີກ ໃນ 5 ປະເທດ ໂດຍ
ມີເປົ້າໝາຍ ທີ່ຈະເພີ້ມຈຳນວນຜູ້ໂດຍສານ ໃຫ້ເປັນຫຼາຍກວ່າ
1 ລ້ານຄົນ ໃນປີ 2015 ນີ້.

ທ່ານສະເຫຼີມ ໄທຍະຣາດ ຜູ້ອຳນວຍການຝ່າຍການຕະຫລາດ ຂອງລັດວິສາຫະກິດການ
ບິນລາວ ໄດ້ຖະແຫລງຢືນຢັນວ່າ ເປົ້າໝາຍສຳຄັນທີ່ສຸດ ຂອງລັດວິສາຫະກິດການບິນ
ລາວ ຫຼື Lao Airlines ໃນຕະຫລອດປີ 2015 ນີ້ ກໍຄືການເພີ້ມຈຳນວນຜູ້ໂດຍສານ ທີ່
ໃຊ້ບໍລິການ ຂອງສາຍການບິນລາວ ໃຫ້ເປັນຫຼາຍກວ່າ 1 ລ້ານຄົນ ແລະກໍເຊື່ອໝັ້ນວ່າ
ຈະສາມາດ ບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງອີກດ້ວຍ.

ທັງນີ້ກໍເນື່ອງຈາກວ່າຜູ້ໂດຍສານ ທີ່ໃຊ້ບໍລິການສາຍການບິນລາວໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ
ໂດຍຈະເຫັນໄດ້ຈາກຈຳນວນຜູ້ໂດຍສານທີ່ເພີ້ມຂຶ້ນຈາກ 5 ແສນກວ່າຄົນ ໃນປີ 2010
ເປັນ 9 ແສນກວ່າຄົນໃນປີ 2014 ຊຶ່ງກໍເປັນຜົນຈາກການ ທີ່ຊາວຕ່າງຊາດໄດ້ພາກັນ
ເດີນທາງເຂົ້າມາທ່ອງທ່ຽວໃນລາວ ເພີ້ມຂຶ້ນທຸກປີ ດັ່ງຈະເຫັນໄດ້ຈາກປີ 2014 ທີ່ມີຊາວ
ຕ່າງຊາດຫຼາຍກວ່າ 3 ລ້ານ 8 ແສນຄົນ ທີ່ເດີນທາງເຂົ້າມາໃນລາວ ຫຼື ຄິດເປັນອັດຕາ
ສະເລ່ຍ ທີ່ເພີ້ມຂຶ້ນເຖິງ 22 ເປີເຊັນ ເມື່ອທຽບກັບປີ 2013 ແລະ ໃນປີ 2015 ກໍຍັງຄາດ
ວ່າ ຈະມີຊາວຕ່າງຊາດບໍ່ນອຍກວ່າ 3 ລ້ານ 9 ແສນຄົນທີ່ຈະເດີນທາງເຂົ້າມາໃນລາວ.

ຍິ່ງໄປກວ່ານັ້ນ ລັດວິສາຫະກິດການບິນລາວ ກໍຍັງໄດ້ວາງເປົ້າໝາຍທີ່ຈະຂໍຈົດທະບຽນ
ໃນຕະຫລາດຫລັກຊັບແຫ່ງຊາດລາວ ໃຫ້ໄວທີ່ສຸດອີກດ້ວຍ ເນື່ອງຈາກວ່າຕ້ອງການຈະ
ລະດົມເອົາເງິນທຶນຈາກການຂາຍຫຸ້ນ ໃນຕະຫລາດຫລັກຊັບ ເພື່ອນຳໄປໃຊ້ໃນການຂະ
ຫຍາຍທຸລະກິດການບິນ ໃຫ້ມີຄວາມອາດສາມາດໃນການແຂ່ງຂັນ ເມື່ອກ້າວເຂົ້າສູ່
ປະຊາຄົມເສດຖະກິດອາຊ່ຽນ ຢ່າງສົມບູນໃນທ້າຍປີ 2015.

ແຜນທີ່ເສັ້ນທາງການບິນ ຂອງສາຍການບິນລາວ
ແຜນທີ່ເສັ້ນທາງການບິນ ຂອງສາຍການບິນລາວ

ທັງນີ້ ກໍເນື່ອງຈາກວ່າ ການເປັນປະຊາຄົມເສດຖະກິດ ອັນໜຶ່ງ
ອັນດຽວກັນດັ່ງກ່າວ ຈະເປັນ ຜົນເຮັດໃຫ້ຕ້ອງມີການເປີດເສລີ
ທຸລະກິດການບິນ ລະຫວ່າງ 10 ປະເທດສະມາຊິກອາຊ່ຽນ ຈຶ່ງ
ເຮັດໃຫ້ລັດວິສາຫະກິດ ການບິນລາວມີຄວາມຕ້ອງການເງິນທຶນ
ຢ່າງຫລວງຫຼາຍ ສຳຫລັບການສັ່ງຊື້ເຮືອບິນຂະໜາດໃຫຍ່ ທີ່
ທັນສະໄໝອີກຫຼາຍສິບລຳ ເພື່ອຂະຫຍາຍເສັ້ນທາງການບິນໄປ
ຍັງເມືອງສຳຄັນຕ່າງໆ ໃນອາຊ່ຽນ ແລະປະເທດຕ່າງໆໃນເອເຊຍ
ດ້ວຍກັນໃຫ້ໄດ້ຫຼາຍຂຶ້ນ.

ໂດຍສຳຫລັບແຜນການໃນປີ 2015 ນີ້ ກໍມີຢູ່ 5 ເສັ້ນທາງດ້ວຍກັນ ທີ່ສາຍການບິນລາວ
ຈະເປີດການບິນເພີ້ມຂຶ້ນ ກໍຄືເມືອງໜານໜິງ ຂອງຈີນ ນະຄອນຫລວງໄທເປ ຂອງໄຕ້ຫວັນ ນະຄອນຢ້າງກຸ້ງ ຂອງສະຫະພາບມຽນມາ ນະຄອນຈາກາຕາ ຂອງອິນໂດເນເຊຍ ແລະ ນະຄອນຫລວງໂຕກຽວ ຂອງຍີ່ປຸ່ນ ທັງຍັງມີແຜນການ ທີ່ຈະເປີດເສັ້ນທາງການບິນໄປເຖິງ ເມືອງ Vladivosto ຂອງຣັດເຊຍ ໃນອະນາຄົດອີກດ້ວຍ.

ໂດຍໃນປັດຈຸບັນ ສາຍການບິນລາວມີເຮືອບິນຈຳນວນ 15 ລຳ ຊຶ່ງໃນນີ້ກໍລວມເຖິງ ເຮືອ
ບິນ Airbus ລຸ້ນ A320 ຈຳນວນ 4 ລຳທີ່ເຄື່ອງຈັກເປັນແບບອາຍພົ່ນ ສ່ວນທີ່ເຫຼືອນັ້ນ
ເປັນເຮືອບິນ ທີ່ມີເຄື່ອງຈັກເປັນແບບໃບພັດ ກໍຄືເຮືອບິນ ATR-72 ຈຳນວນ 7 ລຳ ແລະ
ເຮືອບິນຂະ ໜາດນ້ອຍທີ່ສັ່ງຊື້ຈາກຈີນ MA-60 ຈຳນວນ 4 ລຳ ສ່ວນໃນອະນາຄົດ ສາຍ
ການບິນລາວ ຍັງມີແຜນການທີ່ຈະສັ່ງຊື້ເຮືອບິນ Airbus ລຸ້ນ A320 ແລະ A321 ເພີ້ມ
ຂຶ້ນອີກ 10 ລຳພາຍໃນປີ 2020 ຊຶ່ງຈະຕ້ອງໃຊ້ເງິນທຶນຫຼາຍກວ່າ 1,000 ລ້ານດອນລາ.

ນອກຈາກນີ້ ທາງການລາວຍັງມີແຜນການ ທີ່ຈະພັດທະນາ-ປັບປຸງເພື່ອຍົກລະດັບສະ
ໜາມບິນຫຼາຍແຫ່ງໃຫ້ໄດ້ມາດຕະຖານສາກົນ ໂດຍສະເພາະ ແມ່ນສະໜາມບິນວັດໄຕ
ໃນນະຄອນຫລວງວຽງຈັນນັ້ນ ຖືເປັນສະໜາມບິນ ທີ່ຈະຕ້ອງໄດ້ຮັບການພັດທະນາ ເປັນ
ແຫ່ງທຳອິດ ໂດຍລັດຖະບານລາວ ຈະຂໍກູ້ຢືມເງິນທຶນ ຈາກລັດຖະບານຍີ່ປຸ່ນ ໃນລະຍະ
ມໍ່ໆນີ້ ດັ່ງທີ່ ທ່ານສົມມາດ ພົນເສນາ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີ
ໄດ້ຢືນຢັນວ່າ:

“ລັດຖະບານພວກເຮົານີ້ ກໍໄດ້ເອົາໃຈໃສ່ໃນການພັດທະນາການບິນ ໃນໄລຍະ
ຜ່ານມານີ້ ກໍຄືມີລານຈອດເຮືອບິນ ຫຼືວ່າທາງຂຶ້ນລົງ ລະບົບບັນຊາການບິນ ດຽວ
ນີ້ ບັນຫາທີ່ວ່າພວກເຮົາຈະຕ້ອງໄດ້ປັບປຸງ ກໍຄືຍົກລະດັບອາຄານຜູ້ໂດຍສານນີ້.”

ກ່ອນໜ້ານີ້ ລັດຖະບານລາວ ກໍໄດ້ຮັບການສະໜັບສະໜຸນເງິນທຶນຈາກລັດຖະບານຍີ່ປຸ່ນ
1,246 ລ້ານເຢນ ແລະກູ້ຢືມຈາກລັດຖະບານຈີນ 37 ລ້ານກວ່າລ້ານດອນລ້າ ສຳຫລັບ
ພັດທະນາສະໜາມບິນວັດໄຕ ເພື່ອຮອງຮັບການເປັນເຈົ້າພາບຈັດ ປະຊຸມສຸດຍອດຜູ້ນຳ
ເອເຊຍ-ຢູໂຣບຄັ້ງທີ 9 ເມື່ອທ້າຍປີ 2012 ຢູ່ທີ່ນະຄອນຫລວງວຽງຈັນ ໂດຍຂະຫຍາຍບ່ອນ
ຈອດໃຫ້ສາມາດຮອງຮັບເຮືອບິນຂະໜາດໃຫຍ່ໄດ້ເຖິງ 40 ລຳ ພ້ອມລະບົບຮັກສາຄວາມ
ປອດໄພ ແລະສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຊຸດມາແລ້ວ.

XS
SM
MD
LG