ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບິນລາວ ຍັງບໍ່ພ້ອມ ທີ່ຈະຂາຍຮຸ້ນ ໃນຕະຫຼາດຫຼັກຊັບ


ລັດວິສະຫະກິດການບິນລາວ (Lao Airlines) ໄດ້ຮັບລາງວັນດີເດັ່ນ
ຈາກສະຖາບັນການບິນພົນລະເຮືອນ
ນາໆຊາດໃນປີ 2010 ທີ່ຜ່ານມາ.
ລັດວິສະຫະກິດການບິນລາວ (Lao Airlines) ໄດ້ຮັບລາງວັນດີເດັ່ນ ຈາກສະຖາບັນການບິນພົນລະເຮືອນ ນາໆຊາດໃນປີ 2010 ທີ່ຜ່ານມາ.

ບໍລິສັດການບິນລາວຍັງບໍ່ພ້ອມທີ່ຈະຈົດທະບຽນເພື່ອຂາຍຮຸ້ນໃນຕະຫຼາດຫຼັກຊັບ ຈົນກວ່າ ຈະເຖິງປີ 2013 ເນື່ອງຈາກວ່າຍັງບໍ່ມີຄວາມສາມາດທີ່ຈະແຂ່ງຂັນທາງທຸລະກິດກັບສາຍ ການບິນຕ່າງຊາດ.

ທ່ານນາງ ເລືອງສະໄໝ ເລືອງວັນໄຊ ຮອງຜູ້ອໍານວຍການລັດວິສະຫະກິດການບິນ
ລາວ (Lao Airlines) ໄດ້ໃຫ້ການຍອມຮັບວ່າ ລັດວິສະຫະກິດການບິນລາວ ຍັງບໍ່ມີ ຄວາມພ້ອມທີ່ຈະເຂົ້າຈົດທະບຽນເພື່ອຂາຍຮຸ້ນໃນຕະຫຼາດຫຼັກຊັບແຫ່ງຊາດລາວໃນປີ
ນີ້ ເນື່ອງຈາກວ່າຍັງຕ້ອງການປັບປຸງລະບົບການບໍລິຫານງານພາຍໃນ ແລະພັດທະນາ
ການບໍລິການໃຫ້ໄດ້ມາດຕະຖານທີ່ສາມາດແຂ່ງຂັນກັບສາຍການບິນຕ່າງຊາດໃຫ້ໄດ້
ຢ່າງແທ້ຈິງ ເສຍກ່ອນ.

ທ່ານນາງ ເລືອງສະໄໝ ໄດ້ໃຫ້ການຄາດໝາຍວ່າການທີ່ຈະເຮັດໃຫ້ລັດວິສະຫະກິດ
ການບິນລາວມີຄວາມພ້ອມດັ່ງກ່າວນັ້ນ ກໍອາດຈະຕ້ອງໃຊ້ເວລາລະຫວ່າງ 2-3 ປີ ຈຶ່ງ ຈະເຮັດໃຫ້ນັກລົງທຶນທັງພາຍໃນລາວ ແລະ ຕ່າງປະເທດມີຄວາມໝັ້ນໃຈ ທີ່ຈະເຂົ້າມາ ຊື້ຮຸ້ນຂອງລັດວິສະຫະກິດການບິນລາວຫຼັງຈາກທີ່ໄດ້ມີການຈົດທະບຽນໃນຕະຫຼາດ
ຫຼັກຊັບຢ່າງເປັນທາງການແລ້ວນັ້ນ. ເຊິ່ງຄາດໝາຍວ່າຈະຕ້ອງລໍຖ້າຈົນເຖິງປີ 2013.

ພິທີເຊັນສັນຍາ ຊື້-ຂາຍເຮືອບິນແອບັສ ຂະໜາດ 140 ບ່ອນນັ່ງ ລະຫວ່າງບໍລິສັດການບິນລາວ ແລະບໍລິສັດແອບັສ ທີ່ຈັດຂຶ້ນໃນ ນະຄອນວຽງຈັນ ໃນເດືອນສິງຫາ, 2011
ພິທີເຊັນສັນຍາ ຊື້-ຂາຍເຮືອບິນແອບັສ ຂະໜາດ 140 ບ່ອນນັ່ງ ລະຫວ່າງບໍລິສັດການບິນລາວ ແລະບໍລິສັດແອບັສ ທີ່ຈັດຂຶ້ນໃນ ນະຄອນວຽງຈັນ ໃນເດືອນສິງຫາ, 2011

ທາງດ້ານທ່ານ ແສງປະເສີດ
ມາທຸຈັນ ຮອງຜູ້ອໍານວຍການ
ອີກຄົນນຶ່ງຂອງລັດວິສະຫະ
ກິດການບິນລາວ ກໍໄດ້ໃຫ້
ການຢືນຢັນວ່າ ວິທີການນຶ່ງ
ທີ່ຈະພັດທະນາການບໍລິ
ການ ແລະເພື່ອເຮັດໃຫ້ຄົນ
ຕ່າງຊາດຮູ້ຈັກສາຍການບິນ
ລາວໄດ້ຢ່າງກວ້າງຂວາງຫຼາຍ
ຂຶ້ນນັ້ນ ກໍຄືການເພີ່ມຊ່ອງ
ທາງ ໃນການໂຄສະນາເຜີຍ
ແຜ່ຂໍ້ມູນຂ່າວສານຂອງສາຍ
ການບິນລາວຜ່ານລະບົບອີເລັກໂທຣນິກ. ເຊີ່ງໃນຂະນະນີ້ ສາຍການບິນລາວ ກໍໄດ້ເຂົ້າ
ເປັນສ່ວນນຶ່ງ ໃນລະບົບອີເລັກໂທຣນິກຂອງສາຍການບິນສາກົນຊື່ວ່າ ABACUS ຢ່າງ
ເປັນທາງການແລ້ວ ດັ່ງທີ່ທ່ານ ແສງປະເສີດ ໄດ້ຖະແຫຼງ ຊີ້ແຈງວ່າ:

ເລື່ອງການຂະຫຍາຍ,ເລື່ອງການກະຈາຍຂໍ້ມູນຂ່າວສານກ່ຽວກັບສາຍການບິນ
ມັນຈະໄປລົງຢູ່ໃນລະບົບນີ້ເພາະວ່າລະບົບນີ້ມັນໄປຮອດໃສ ຂໍ້ມູນຂ່າວສານເຮົາ
ມັນກໍຈະກະຈາຍໄປ ໝາຍຄວາມວ່າ ໂຕນີ້ມັນຈະສົ່ງເສີມ ແລະຊ່ວຍໃນການ
ຂະຫຍາຍຂອງເຮົາສູງຂຶ້ນອີກ ສົມມຸດວ່າຜູ້ໃດທີ່ໃຊ້ລະບົບ ABACUS ຢູ່ໃສ
ໃນໂລກນີ້ກະຢ່າ ພໍເວລາໄດ້ເປີດລະບົບອອກມາກໍຈະເຫັນວ່າຢູ່ໃນລະບົບນີ້
ມັນມີສາຍການບິນລາວ.

ທ່ານ ສົມພອນ ດວງດາລາ ຜູ້ອໍານວຍການລັດວິສະຫະກິດການບິນລາວ ໄດ້ຖະແຫຼງ
ຢືນຢັນວ່າ ການດໍາເນີນທຸລະກິດຂອງລັດວິສະຫະກິດການບິນລາວ ໄດ້ມີການຂະຫຍາຍ
ຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຈະເຫັນໄດ້ຈາກຜົນປະກອບການໃນຕະຫຼອດປີ 2010 ທີ່
ຜ່ານມານັ້ນ ລັດວິສະຫະກິດການບິນລາວ ສາມາດສ້າງລາຍຮັບລວມໄດ້ເຖິງ 450 ຕື້ກີບ. ໂດຍພາຍຫຼັງຈາກຫັກຄ່າໃຊ້ຈ່າຍຕ່າງໆອອກໄປແລ້ວ ກໍປະກົດວ່າ ຍັງຄົງເຫຼືອກໍາໄລໃນ
ມູນຄ່າຫຼາຍກວ່າ 7 ຕື້ກີບ.

ເຮືອບິນຂອງບໍລິສັດການບິນລາວ ທີ່ຍັງແລ່ນຮັບໃຊ້ ຜູ້ໂດຍສານຢູ່ໃນປັດຈຸບັນ
ເຮືອບິນຂອງບໍລິສັດການບິນລາວ ທີ່ຍັງແລ່ນຮັບໃຊ້ ຜູ້ໂດຍສານຢູ່ໃນປັດຈຸບັນ

ສໍາລັບໃນໄລຍະ 6 ເດືອນຕົ້ນປີ
2011 ນີ້ ລັດວິສະຫະກິດການ
ບິນລາວ ກໍສາມາດສ້າງລາຍຮັບ
ໄດ້ຫຼາຍກວ່າ 250 ຕື້ກີບ ຫຼືເພີ່ມ
ຂຶ້ນຈາກໃນໄລຍະດຽວກັນຂອງປີ
2010 ຄິດເປັນອັດຕາສະເລ່ຍ
ເຖິງ 15%. ດ້ວຍເຫດນີ້ ຈິ່ງ
ເຮັດໃຫ້ເຊື່ອໝັ້ນວ່າໃນຕະຫຼອດ
ປີ 2011 ນີ້ ລັດວິສະຫະກິດ
ການບິນລາວ ຈະສາມາດສ້າງ
ລາຍຮັບໄດ້ ໃນມູນຄ່າລວມ
ຫຼາຍກວ່າ 500 ຕື້ກີບຢ່າງແນ່ນອນ ແລະໃນນີ້ຈະຄິດເປັນຜົນກໍາໄລໃນມູນຄ່າບໍ່ໜ້ອຍກວ່າ
10 ຕື້ກີບອີກດ້ວຍ.

ນອກຈາກນັ້ນ ການທີ່ມີຜູ້ໂດຍສານທັງພາຍໃນປະເທດ ແລະຈາກຕ່າງປະເທດ ໄດ້ພາ
ກັນໃຊ້ບໍລິການຂອງສາຍການບິນລາວເພີ່ມຂຶ້ນ ໃນອັດຕາສະເລ່ຍເຖິງ 15% ໃນແຕ່ລະ
ປີນັ້ນ ກໍຍັງເຮັດໃຫ້ລັດວິສະຫະກິດການບິນລາວ ໄດ້ວາງແຜນການທີ່ຈະຂະຫຍາຍເສັ້ນ
ທາງການບິນ ລະຫວ່າງປະເທດຫຼາຍຂຶ້ນອີກດ້ວຍ. ສໍາລັບເປົ້າໝາຍຈົນເຖິງປີ 2015 ນັ້ນ
ກໍຈະໃຊ້ເງິນທຶນເຖິງ 200 ລ້ານ ໂດລາ ເພື່ອຈັດຊື້ເຄື່ອງບິນຂະໜາດ 150-200 ບ່ອນນັ່ງ
ເພີ່ມຂຶ້ນອີກ 4 ລໍາ ເປັນຢ່າງໜ້ອຍ ແລະສໍາລັບ ໃນຊ່ວງເດືອນຕຸລາປີນີ້ ລັດວິສະຫະກິດ
ການບິນລາວ ກໍຈະໄດ້ຮັບການສົ່ງມອບເຄື່ອງບິນ Airbus ລຸ່ນ A-320 ຂະໜາດ 140
ບ່ອນນັ່ງ ຈໍານວນ 2 ລໍາ ເພື່ອນໍາໃຊ້ສໍາລັບເສັ້ນທາງບິນລະຫວ່າງວຽງຈັນ ແລະຫຼວງພະ
ບາງ ໄປຕ່າງປະເທດນັບຈາກເດືອນພະຈິກ ປີນີ້ເປັນຕົ້ນໄປ.

XS
SM
MD
LG