ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ​ອາກາດປັ່ນ​ປ່ວນ​ ແລະ​ລົມ​ແຮງ​ ​ພາໃຫ້ເຮືອບິນຕົກ (ສະໄລດ໌/ວີດີໂອ)


LAO PLANE CRASH VO.mov
please wait

No media source currently available

0:00 0:00:22 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ເຈົ້າ​ໜ້າ​ທີ່​ລາວ​ກ່າວ​ວ່າ ​ສະພາບ​ອາກາດປັ່ນ​ປ່ວນ​ແລະ​ລົມ​ແຮງ
​ ​ເປັນສາ​ເຫດ​ຂອງ​ເຮືອບິນລັດວິ​ສາ​ຫະກິດ​ການບິນ​ລາວ ຕົກ ​
ສົ່ງ​ຜົນ​ໃຫ້ຜູ້​ໂ​ດຍສານ​ ພ້ອມ​ນັກ​ບິນ ​ແລະ​ພະນັກງານ​ປະ​ຈໍາ
​ເຮືອບິນ ​ທັງ​ໝົດ 49 ຄົນ ​ເສຍ​ຊີວິດ.

ເຮືອບິນ​ໝາກ​ປິ່ນ ລຸ້ນ ATR-72 ຂອງສາຍການບິນ​ລາວ ໄດ້ບິນ
​ອອກ​ຈາກ​ນະຄອນຫຼວງ​ວຽງ​ຈັນ ​ໃນ​ວັນ​ພຸດ​ວານ​ນີ້ ​ໄປສູ່ເມືອງ
ປາກ​ເຊ ທາງ​ພາກ​ໃຕ້​ຂອງ​ປະ​ເທດ ເວລາ​ປະສົບ​ອຸບັດ​ຕິ​ເຫດ
​ຕົກລົງໃສ່ແມ່​ນໍ້າຂອງ.

ລັດຖະບານກ່າວ​ໃນ​ຄໍາ​ຖະ​ແຫຼງມື​້ວານ​ນີ້​ວ່າ ຄົງເປັນ​ໄປ​ໄດ້​ຍາກ
​ທີ່​ຈະ​ມີ​ຜູ້​ທີ່​ລອດ​ຊີວິດ​ມາ​ໄດ້​ ​ແຕ່​ກໍ​ໄດ້​ຈັດ​ສົ່ງ​ໜ່ວຍກູ້ໄພ ​ໄປ​ຍັງ​ບ່ອນ​ເກີດ​ເຫດ​ແລ້ວ ຊຶ່ງຢູ່
​ຫ່າ​ງ​ໄກຈາກ​ ສະໜາມ​ບິນປາກ​ເຊ​ ປະມານ 7-8 ຫລັກ.

ລາຍ​ຊື່​ຜູ້​ໂດຍສານຢູ່​ໃນ​ເຮືອບິນ​ລໍາດັ່ງກ່າວ​ ສະ​ແດງວ່າ ມີຄົນ​ລາວ 16 ຄົນ, ​ຝຣັ່ງ 7 ຄົນ,
ຊາວອອສ​ເຕຣ​ເລຍ 6 ຄົນ, ຊາວ​ໄທ 5 ຄົນ, ຊາວ​ເກົາຫຼີ 3 ຄົນ, ​ຫວຽດນາມ 2 ຄົນ ​ແລະ
1 ຄົນ ​ຈາກ​ສະຫະລັດອາ​ເມຣິກາ ກາ​ນາ​ດາ ຈີນ ມາ​ເລ​ເຊຍ ​ແລະ​ໄຕ້​ຫວັນ ລວມ​ເປັນ
44 ຄົນ.​ ສ່ວນ​ນັກ​ບິນ ມີ 2 ​ແລະພະນັກ​ງານ​ບໍລິການ​ຜູ້​ໂດ​ຍສານ 2 ຄົນ ກັບ​ນາຍ​ຊ່າງ 1 ຄົນ.

XS
SM
MD
LG