ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການຂົນສົ່ງສິນຄ້າກະສິກໍາ ໂດຍລົດໄຟເຂົ້າໄປຈີນ ສໍາລັບບໍລິສັດລາວ ກໍຍັງປາກົດວ່າ ມີບັນຫາຢູ່


ສະຖານີລົດໄຟຄວາມໄວສູງ ລາວ-ຈີນ ໃນນະຄອນຫຼວງວຽງຈັນ ສປປ ລາວ
ສະຖານີລົດໄຟຄວາມໄວສູງ ລາວ-ຈີນ ໃນນະຄອນຫຼວງວຽງຈັນ ສປປ ລາວ

ເຖິງແມ່ນວ່າສິນຄ້າກະສິກໍາສົ່ງອອກໄປຈີນ ມີທ່າອ່ຽງເພີ້ມຂຶ້ນ ແລະຈີນ ໄດ້ປະກາດໃຫ້ລາວເປັນນຶ່ງໃນແຫລ່ງຜະລິດສະບຽງອາຫານເພື່ອຕອບສະໜອງຄວາມຕ້ອງການ ຂອງຜູ້ບໍລິໂພກ ໃນຈີນກໍຕາມ ແຕ່ບັນຫານການຂົນສົ່ງສິນຄ້າກະສິກໍາ ຜ່ານແດນເຂົ້າໄປຈີນ ສໍາລັບສິນຄ້າທີ່ຜະລິດໂດຍບໍລິສັດລາວ ໂດຍປາດສະຈາກການຮ່ວມລົງທຶນ ກັບຕ່າງປະເທດນັ້ນ ກໍຍັງປາກົດວ່າ ຍັງມີບັນຫາຢູ່, ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ດັ່ງທີ່ວີໂອເອໄດ້ສະເໜີໄປ ໃນອາທິດແລ້ວນີ້, ກະຊວງກະສິກຳແລະປ່າໄມ້ກ່າວວ່າ ລັດຖະບານ ສປ ຈີນ ໄດ້ປະກາດເອົາ ສປປ ລາວ ເປັນນຶ່ງຢູ່ໃນເຂດຜະ ລິດສະບຽງອາຫານ ເພື່ອສະໜອງໃຫ້ຜູ້ບໍລິໂພກໃນຈີນ ແລະ ສິນຄ້າກະສິກໍາທີ່ສົ່ງອອກໄປຈີນ ກໍມີທ່າອ່ຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະນັບຕັ້ງແຕ່ມີການເປີດການບໍລິການຂົນສົ່ງສິນຄ້າໂດຍລົດໄຟຄວາມໄວສູງຢ່າງເປັນປະຫວັດການລະຫວ່າງລາວ-ຈີນ ນັບແຕ່ວັນທີ 4 ທັນວາປີກາຍນີ້ ເປັນຕົ້ນມາ. ແຕ່ຢ່າງໃດກໍຕາມ ສໍາລັບສິນຄ້າກະສິກໍາຢູ່ແຂວງທີ່ມີຊາຍແດນຕິດກັບຈີນ ເຊັ່ນແຂວງຫລວງນໍ້າທານັ້ນ ແມ່ນຍັງບໍ່ສາມາດ ສົ່ງອອກໄປຈີນ ໂດຍການຂົນສົ່ງທາງລົດໄຟໄດ້ເທື່ອ ດັ່ງພະນັກງານບໍລິສັດຂົນສົ່ງທ່ານນຶ່ງບອກວ່າ:

“ດຽວນີ້ ກຳລັງສົ່ງອອກມີໝວດກະສິກຳນີ້ ມັນກະມີຫຼາຍຢູ່, ໝາກອຶ ໝາກແຕງ ໝາກກ້ວຍ ກະມີຢູ່ ແຕ່ວ່າ ມັນຫລາຍບໍລິສັັດ, ຢາງພາລາ ກະມີບໍລິສັດຮັບສົ່ງອອກ ຄືກັນ. ໃສ່ລົດທຳມະດາໄປ. ລົດໄຟນີ້ ດຽວນີ້ຢູ່ສະຖານີ ຢູ່ໃກ້ນີ້ ເຂົາບໍ່ໃຫ້ຂຶ້ນ, ມີແຕ່ລົງໄປທາງໃຕ້ພຸ້ນນະ. ລົດໄຟຄັນວ່າ ຂຶ້ນຢູ່ແຖວວຽງມາໜີ້ໄດ້ ແຕ່ວ່າຢູ່ເຂດເມືອງໄຊ, ຢູ່ແຖວຫລວງນ້ຳທາໜີ້ ເຂົາບໍ່ຫັນເປີດຮັບເທື່ອເດ ສິນຄຮ້າຫັ້ນ ມີແຕ່ຮັບຄົນ."

ສ່ວນການສົ່ງສິນຄ້າເຂົ້າຈີນໂດຍທາງລົດນັ້ນ ຖ້າເປັນສິນຄ້າຂອງຄົນລາວ 100 ເປີເຊັນ ກໍປາກົດວ່າຍັງປະສົບກັບບັນຫາຢູ່ ທີ່ຈະຜ່ານແດນເຂົ້າໄປຈີນໄດ້ດັ່ງການເປີດເຜີຍຂອງພະນັກງານອາວຸໂສທ່ານນຶ່ງ ໃນສະພາການຄ້າແລະອຸດສາຫະກໍາ ກ່າວສູ່ຟັງວ່າ:

“ແຕ່ວ່າສິນຄ້າສົ່ງອອກແມ່ນປະເພດກະສີກໍາສ່ວນຫລາຍ.ລົດໄຟນີ້ມັນກະມີສ່ວນນຶ່ງ ສ່ວນຫລາຍຄັນໄປທາງລົດ ມັນກະຄືເຮົາຮູ້ນໍາກັນຫັ້ນເນາະ ຢູ່ຫລວງນໍ້າທາກັ້ນເນາະມີບັນຫາກັນຢູ່ດ່ານຫັ້ນ ເພິ່ນຍັງແກ້ກັນບໍ່ລົງຕົວຢູ່. ສ່ວນຫລາຍເຂົາກະ ຫລິ້ນໆທາງລົດໄຟ ຈໍານວນນຶ່ງບໍລິສັດທີ່ເຂົາສາມາດເຄລຍໄດ້ ອັນນີ້ມັນຂຶ້ນກັບລູກຄ້າ ກັບຜູ້ສົ່ງສິນຄ້າ ຄັນເຄລຍກັນງ່າຍ ມັນກະຊິໄວກວ່າ. ຢູ່ດ່ານຫັ້ນບໍ່ເຂົ້າ ໃຈ ບໍ່ຮູ້ວ່າລະຫວ່າງຈີນກັບເຮົາ ມັນມີບັນຫາກັນແນວໃດ. ຕາມກະແສຂ່າວວ່າ ຄັນສິນຄ້າທີ່ຈີນມັນຕິດຕໍ່ນໍາເຂົ້າເອງຫັ້ນ ມັນງ່າຍຄວາມໝາຍນະ. ແຕ່ສິນຄ້າທີ່ລາວສົ່ງໄປ 100 ເປີເຊັນໜີ້ ບໍ່ຮູ້ມັນຂັດອີ່ຫຍັງກັນໜີ້ຫລະ ບໍ່ເຂົ້າໃຈ ບັນຫາຢູ່ດ່ານຫັ້ນ. ອັນນີ້ ກະແກ້ກັນຍັງບໍ່ລົງຕົວກັນໄດ໋ບັນຫານີ້. ຢູ່ດ່ານມັນກະມີບັນຫາຄືເຮົາເບິ່ງຂໍ້ມູນຂ່າວສານຫັ້ນຫລະ ເຂົາກະແກ້ກັນຢູ່ໄດ໋ຫັ້ນ ເຈົ້າແຂວງເຈົ້າຫຍັງເຂົາລົມກັນ ບໍ່ຮູ້ວ່າມັນມີບັນຫາແກ້ໃຂໂຕໃດ.”

ນຶ່ງໃນສະຖານີລົດໄຟຄວາມໄວສູງ ຢູ່ໃນແຂວງອຸດົມໄຊ
ນຶ່ງໃນສະຖານີລົດໄຟຄວາມໄວສູງ ຢູ່ໃນແຂວງອຸດົມໄຊ

ໃນດ້ານນຶ່ງ ດັ່ງທີ່ ຊົງລິດ ໂພນເງິນນັກຂ່າວວີໂອເອລາຍງານເມື່ອມໍ່ໆມານີ້, ກະຊວງກະສິກຳ ແລະປ່າໄມ້ກ່າວວ່າ 80 ເປີ​ເຊັນຂອງສິນຄ້າກະສິກໍາສົ່ງອອກທີ່ມີມວນ​ຄ່າລວມ 1 ຕື້ 2 ຮ້ອຍລ້ານໂດລາ ໃນປີ 2021 ນັ້ນ ແມ່ນສົ່ງອອກໄປຈີນທີ່ໄດ້​ໃຫ້ໂຄຕ້າພິເສດ ໃນການຮັບຊື້ສິນຄ້າກະສິກຳ 14 ຊະ​ນິດ ຈາກລາວ. ໃນນັ້ນລວມມີ ເຂົ້າ, ສາລີ, ມັນຕົ້ນ, ໝາກກ້ວຍ, ໝາກໂມ, ​ມັນ​ດ້າງ, ຖົ່ວ​ຝັກ​ຍາວ, ຖົ່ວເຫຼືອງ ຖົ່ວເບີ, ໝາກ​ໜອດ, ໝາກກ້ຽງ, ໝາກ​ນາວ, ງົວ-ຄວາຍ. ພ້ອມກັນນັ້ນ ໃນປີ 2022, ລາວຍັງ​ຂໍໃຫ້ລັດຖະບານຈີນ ເພີ່ມໂຄຕ້າ ການຊື້ສິນ​ຄ້າກະ​ສິ​ກຳຈາກລາວຕື່ມອີກ 91 ຊະ​ນິດ ເຊິ່ງຄາດວ່າ ທາງ​ດ້ານ​ຈີນ ຈະຕົກລົງໃຫ້ໂຄ​ຕ້າເພີ່ມອີກ 20 ຊະ​ນິດ ໃນໄວໆນີ້. ແລະອີກດ້ານນຶ່ງ ທາງການລາວກັບຈີນ ໄດ້ຕົກລົງຮ່ວມມືດ້ານການຄ້າຜົນຜະລິດກະສິກຳລະຫວ່າງ 2 ປະເທດ ນັບແຕ່ປີ 2018 ເປັນຕົ້ນມາ ຊຶ່ງເຮັດໃຫ້ບັນດາບໍລິສັດຈີນ ພາກັນຫລັ່ງໄຫຼເຂົ້າມາລົງທຶນໃນພາກກະສິກຳໃນລາວ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເງື່ອນໄຂທັງໝົດທີ່ກ່າວມານີ້ ຄາດວ່າຈະເຮັດໃຫ້ມີສິນຄ້າກະສິກຳຈາກແຂວງພາກເໜືອເຊັ່ນຫຼວງນໍ້າທາ, ຜົ້ງສາລີ, ໄຊຍະບູລີ ແລະອຸດົມໄຊ ຫລາຍລ້ານໂຕນ ໃນປີ 2022 ນີ ຖ້າບໍ່​ມີ​ບັນ​ຫາ​ຊັກ​ຊ້າ​ໃນ​ການ​ຂົນ​ສົ່ງ​ ຈາກ​ມາດ​ຕະ​ການສະກັດ​ກັ້ນໂຄວິດ-19 ຂອງ​ລັດ​ຖະ​ບານ​ຈີນ. ແຕ່ວ່າ ການຜະລິດກະສິກຳສ່ວນຫຼາຍໃນລາວ ຍັງບໍ່ໄດ້ມາດຕະຖານໃນດ້ານຄວາມປອດໄພ, ດ້ານສຸຂະອະນາໄມຕາມຄວາມຕ້ອງການຂອງຕະຫຼາດຈີນ, ອີງຕາມກະຊວງກະສິກຳ ແລະປ່າໄມ້ລາວ.

ສະຫລຸບແລ້ວ ເຖິງແມ່ນວ່າ ລັດຖະບານຈີນ ມີແຜນການໃຫ້ລາວກາຍເປັນເຂດ ຜະລິດສິນຄ້າກະສິກໍາເພື່ອສະໜອງໃຫ້ແກ່ຜູ້ບໍລິໂພກໃນຈີນກໍຕາມ ແຕ່ການຂົນ ສົ່ງສິນຄ້າຜ່ານທາງລົດໄຟ ຈາກເຂດພາກເໜືອຂອງລາວ ທີ່ຄາດກັນວ່າ ຈະມີການສົ່ງສິນຄ້າກະສິກໍາ ເຂົ້າໄປຈີນເພີ້ມຂຶ້ນໃນປີນີ້ ແມ່ນຍັງບໍ່ທັນເປັນໄປໄດ້ເທື່ອ. ສ່ວນການຂົນສົ່ງທາງລົດນັ້ນ ກໍປາກົດວ່າຍັງເປັນບັນຫາຫຍຸ້ງຍາກຢູ່ສໍາລັບສິນຄ້າ ທີ່ຜະລິດໂດຍບໍລິສັດຂອງລາວ 100 ເປີເຊັນ ໂດຍທີ່ບໍ່ມີການຮ່ວມທຶນກັບຈີນນັ້ນ. ສະພາບການນີ້ ສະແດງໃຫ້ເຫັນວ່າຜົນປະໂຫຍດສ່ວນໃຫຍ່ ໃນການສົ່ງອອກສິນຄ້າກະສິກໍາຂອງລາວໄປຈີນນັ້ນ ກໍຄົງອາດຈະຕົກໄປເປັນຂອງບໍລິສັດ ທີ່ມີກາລົງທຶນຮ່ວມກັບຈີນຢູ່.

XS
SM
MD
LG