ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີລາວ ຍອມຮັບວ່າ ການຜະລິດ ໃນພາກກະສິກຳ ໃນສົກປີ 2017 ໄດ້ຕໍ່າກວ່າ ແຜນການ


ຜົນລະປູກຂອງຊາວສວນລາວ.
ຜົນລະປູກຂອງຊາວສວນລາວ.

ລັດຖະບານ​ລາວ​ຍອມຮັບ​ວ່າ ການ​ຜະລິດ​ໃນ​ດ້ານ​ກະສິກຳ​ໃນ​ສົກ​ປີ 2017 ສາມາດ​
ຈັດ​ຕັ້ງ​ປະຕິບັດ​ໄດ້​ຕໍ່າ​ກວ່າ​ແຜນການ​ທີ່​ລັດຖະບານ​ລາວ​ວາງ​ໄວ້ ​ໂດຍ​ເປັນ​ຍ້ອນ​ຜົນ​
ກະທົບ​ຈາກໄພພິບັດ​ທາງ​ທຳ​ມະ​ຊາດ.

ລິງໂດຍກົງ

ທ່ານລຽນ​ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ​ປ່າ​ໄມ້ ​ຖະ​ແຫຼງຍອມຮັບ
​ວ່າການ​ຜະລິດ​ໃນ​ພາກ​ກະສິກຳໃນສົກ​ປີ 2017 ຜ່ານ​ມາ​ສາມ​າດຈັດ​ຕັ້ງ​ປະຕິບັດ​ໄດ້
​ຕໍ່າກວ່າ​ແຜນການ​ທີ່​ລັດຖະບານ​ລາວ​ວາງ​ໄວ້ ​ໂດຍ​ສະ​ເພາະ​ແມ່ນ​ການ​ຜະລິດເຂົ້າ​ທີ່
​ໄດ້​ຕໍ່າ​ກວ່າ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ເຖິງ 300,000 ​ໂຕນ ​ເພາະຖື​ກກະທົບຈາກ​ໄພ​ນໍ້າ​ຖ້ວມ
​ແລະ​ໄພ​ແຫ້ງ​ແລ້ງ​ໃນ​ປີ​ດຽວ​ກັນ ທັງ​ຍັງ​ເຮັດ​ໃຫ້ ການ​ຜະລິດ​ດ້ານ​ສະບຽງ​ອາຫານ​ສາ
ມາດ​ປະຕິບັດ​ໄດ້ 85 ​ເປີ​ເຊັນ​ຂອງ​ແຜນການ​ປີ ​ແຕ່​ກໍ​ຍັງ​ຖື​ວ່າ​ພຽງພໍ​ສຳລັບ​ຕອບ​ສະ
ໜອງ​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ໃນ​ຍາມ​ປົກກະຕິ​ດັ່ງ​ທີ່​ທ່ານ​ລຽນ ​ໄດ້​ໃຫ້ການ
​ຢືນຢັນ​ວ່າ:

"ສຳ​ລັບການ​ຜະລິດ​ສະບຽງ​ອາຫານ​ຖື​ວ່າ ພວກ​ເຮົາ​ກໍ​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້
85​ ​ເປີ​ເຊັນ ຂອງ​ແຜນການ​ທີ່ວາງ​ໄວ້ 43 ລ້ານໂຕນ ​ແລະ​ພ້ອມ​ດຽວ​ກັນ​ນັ້ນ ກໍ​ເຫັນ​
ວ່າ 10 ​ແຂວງ​ເປົ້າ​ໝາຍ​ຈາກ 10 ​ແຂວງ​ຈຸດ​ສຸມ​ກໍ​ຕອບ​ສະໜອງ​ຄວາມ​ຕ້ອງການ​
ດ້ານ​ສະບຽງ​ອາຫານ​ຕ່າງໆ ຢ່າງ​ພຽງພໍ​ໃຫ້​ແກ່​ກາ​ນ​ເຄື່ອນ​ໄຫວ​ພາຍ​ໃນ​ຂອງ​ພວກ​
ເຮົາ​ໃນ​ຍາມ​ປົກກະຕິ.”

ທັງນີ້​ອົງການ​ອາຫານ ​ແລະ​ການ​ກະ​ເສດ​ແຫ່ງ​ສະຫະ​ປະຊາ​ຊາດ (FAO) ລະບຸ​ວ່າ
ພາຍຸ​ເຊິ​ນກາ​ເຮັດ​ໃຫ້ເນື້ອທີ່ນາ​ຂອງກະ​ເສດ​ຕະກອນລາວ​ເສຍ​ຫາຍ​ໄປ​ຫຼາຍ​ກວ່າ 37,
800 ເຮັກຕາ ສັດລ້ຽງ​ປະ​ເພດ​ງົວ ຄວາຍ ໝູ ແບ້ ​ແລ​ະສັດ​ປີກ​ອີກ​ຫຼາຍກວ່າ 23,500
​ໂຕ​ສູນຫາຍ​ໄປ​ກັບ​ກະ​ແສ​ນໍ້າ ​ແລະ​ອື່ນໆ​ທີ່​ຄິດ​ເປັນ​ການ​ເສຍ​ຫາຍ​ຫຼາຍ​ກວ່າ 55 ພັນ
5 ຮ້ອຍລ້ານກີບ ທັງກໍ​ຍັງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເປົ້າໝາຍ​ການ​ຜະລິດ ​ແລະ​ການ​ສົ່ງ​ອອກ​ຜົນຜະລິດກະສິກຳ​ຂອງ​ລາວ​ໄປ​ຕ່າງປະ​ເທດ​ອີກ​ດ້ວຍ.

ນອກ​ນັ້ນ​ການ​ປູກ​ເຂົ້າ​ຢູ່​ນອກ​ເຂດ​ຊົນລະປະທານ​ຍັງ​ມີ​ຄວາມ​ສ່ຽງ​ສູງ​ຕໍ່​ການ​ປ່ຽນ​ແປງ
​ຂອງ​ສະພາບ​ດິນ​ຟ້າອາກາດ ທັງໄພ​ແຫ້ງແລ້ງ ​ແລະ​ນໍ້າ​ຖ້ວມ​ອີກ​ດ້ວຍ ດັ່ງ​ຈະ​ເຫັນ​ໄດ້​
ຈາກ​ລະດູ​ແລ້ງ​ຂອງ​ປີ 2017 ທີ່​ກະ​ເສດ​ຕະກອນ ລາວໃນ​ທົ່ວ​ປະ​ເທດປູກ​ເຂົ້ານາ​ແຊງ
​ໄດ້​ໃນ​ເນື້ອ​ທີ່​ຮວມພຽງ 94,700 ກວ່າ​ເຮັກຕາ ຄິດ​ເປັນ 75 ​ເປີ​ເຊັນ ຂອງ​ແຜນການ ​
ແລະ​ໃນ​ຫຼາຍ​ເຂດ​ກໍ​ສາມາດ​ປະຕິບັດ​ໄດ້​ພຽງ 35 ​ເປີ​ເຊັນ ຂອງ​ແຜນການ​ເທົ່າ​ນັ້ນ ​ໂດຍ
​ມີ​ສາ​ເຫດ​ມາ​ຈາກ​ໄພ​ທຳ​ມະ​ຊາດ​ ທີ່ສົມ​ທົບ ດ້ວຍ​ການ​ມີ​ລະບົບ​ຂອງ​ຊົນລະ​ປະທານ
​ຢ່າງ​ຈຳກັດ ​ແລະ​ເປ່​ເພ ຈຶ່ງ​ເຮັດ​ໃຫ້​ເຂດ ກະເສດຕະກອນລາວ​ ພາກັນ​ຫັນປ່ຽນ​ໄປ​ປູກ
​ພືດຊະ​ນິດ​ທີ່​ມີ​ລາຄາ​ສູງ​ກວ່າ​ເຂົ້າ.

ແຕ່​ຢ່າງ​ໃດ​ກໍ​ຕາມ ສຳລັບ​ໃນ​ປີ 2018 ນີ້​ລັດຖະບານ​ລາວ​ກໍ​ໄດ້​ວາງ​ແຜນການ​ຊຸກຍູ້​
ການ​ຜະລິດ​ເຂົ້າ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ໃຫ້​ໄດ້​ເຖິງ 4 ​ແສນໂຕນ ​ໂດຍ​ການຈະ​
ຍ້າ​ຍ​ເນື້ອ​ທີ່​ປູກ​ເຂົ້າ​ໃຫ້​ກວ້າງ​ກວ່າ 1 ລ້ານ​ເຮັກຕາ ​ແລະ​ມີສະມັດ​ຖະພາບ​ສະ​ເລ່ຍ
4,2 ໂຕນ​ຕໍ່​ເຮັກຕາ ຊຶ່ງຈະ​ເຮັດ​ໃຫ້​ມີ​ຜົນ​ຜະລິດ​ເຂົ້າ​ຮວມບໍ່​ໜ້​ອຍກວ່່າ 4 ລ້ານ 2 ແສນ
2 ໝື່ນໂຕນ ໃນ​ທົ່ວ​ປະ​ເທດ ທີ່​ແບ່ງ​ເປັນ​ຜົນຜະລິດ​ເຂົ້ານາ​ແຊງ 475,600 ​ໂຕນ ນາປີ
3,553​.000 ​ໂຕນ ​ແລະເຂົ້າ​ໄຮ່ 200,000 ​ໂຕນ​ຕາມ​ລຳ​ດັບ.

ທັ້ງນີ້​ໂດຍ​ການຄາດ​ວ່າ​ໃນ​ຕະຫຼອດ​ປີ 2018 ປະຊາຊົນ​ລາວ​ຈະ​ຕ້ອງການ​ບໍລິ​ໂພ​ກ
​ເຂົ້າ​ໃນ​ປະລິມານ​ຮວມບໍ່​ໜ້ອຍ​ກວ່າ 2 ລ້ານ 7 ແສນ​ໂຕນ ​ແລະ​ເກັບ​ໄວ້ໃນ​ຄັງ​ ແຮ່
ສຸກ​ເສີນ 4 ​ແສນ​ໂຕນ ນອກຈາກ​ນັ້ນກໍ​ຈະຕ້ອງຕອບ​ສະໜອງ​ໃຫ້​ກັບ​ອຸດສາຫະກຳ​
ການແປ​ຮູ​ບພາຍ​ໃນລະຫວ່າງ 5 ຫາ 6 ​ແສນ​ໂຕນ​ ​ແລະ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ທັງ​
ເປັນ​ທາງ​ການ ​ແລະ​ບໍ່​ເປັນ​ທາງ​ການ ​ໃນ​ປະລິມານ 4 ​ແສນໂຕນ​ດັ່ງກ່າວ ຫາກ​ແຕ່​ວ່າ
ການ​ບັນລຸ​ເປົ້າ​ໝາຍ​ໃນ​ໂຕ​ຈິງມັນກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ ​ເພາະຜົນ​ຜະລິດ​ເຂົ້າ​ສ່ວນ​ໃຫຍ່​
ໃນ​ລາວຍັງ​ມີ​ຄຸນ​ນະພາ​ບບໍ່​ໄດ້​ມາດຕະຖານ.

ນອກຈາກນັ້ນ ລັດຖະບານ​ລາວ​ຍັງ​ຈະ​ຊຸ​ກຍູ້ການ​ຜະລິດ​ສິນຄ້າ​ກະສິກຳ ​ແລະ​ປະ​ສຸ
ສັດ​ເພື່ອສົ່ງ​ອອກ​ໄປ​ຍັງ​ຕ່າງປະ​ເທດ​ໃຫ້​ຫຼາຍ​ຂຶ້ນ​ໃນ​ປີ 2018 ກໍ​ຄື​ຊຸກ​ຍູ້​ການ​ຜະລິດ​
ກາເຟ​ໃຫ້​ໄດ້ 137,500 ​ໂຕນ ມັນ​ຕົ້ນ 2 ລ້ານ 4 ແສນ​ໂຕນ ຖົ່ວດິນ 63,150 ​ໂຕນ ​
ຖົ່ວ​ເຫຼືອງ 19,300 ​ໂຕນ ໝາກງາ 16,860 ​ໂຕ​ນ ໝາກ​ເດືອຍ 271,500 ​ໂຕນ ສາລີ​
ຫວານ 286,900 ​ໂຕນ ​ເຜື​ອກ ມັນ 388,700 ​ໂຕນ ​ໄມ້​ກິນ​ໝາກ​ກວ່າ 1ລ້ານ 5 ແສນ
7 ໝື່ນ​ໂຕນ ຜັກຕ່າງໆ​ເກີນ​ກວ່າ 1 ລ້ານ 6 ແສນ 9 ໝື່ນ​ໂຕນ ​ແລະ​ສົ່ງ​ອອກງົວ ຄວາຍ​ ​ໃຫ້​ໄດ້​ລະຫວ່າງ 80,000 ຫາ 100,000 ​ໂຕ​ຕາມ​ລຳດັບ.

XS
SM
MD
LG