ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສົ່ງ​ສິນ​ຄ້າ​ລາວ ​ຈາກ​ແຂ​ວງ​ພາກ​ເໜືອ​ ໄປ​ຈີນ ປະ​ສົບ​ບັນ​ຫາ​ຫຍຸ້ງ​ຍາກ​​ ກັບລ​າ​ຄາ​ແພງ


ນ້ຳ​ຕານທີ່​ຜະ​ລິດ​ຢູ່​ໃນ ສ​ປ​ປ ລາວ.
ນ້ຳ​ຕານທີ່​ຜະ​ລິດ​ຢູ່​ໃນ ສ​ປ​ປ ລາວ.

ການ​ສົ່ງ​ສິນ​ຄ້າ​ກະ​ສິ​ກຳ​ຈາກ​ແຂວງ​ພາກ​ເໜືອ​ຂອງ​ລາວ ໄປ​ຈີນ​ປະ​ສົບ​ບັນ​ຫາ​ຫຍຸ້ງ​ຍາກ​
ທີ່​ກ່ຽວ​ກັບ​ຄ່າ​ສົ່ງທີ່​ເພີ້​ມ​ຂຶ້ນ​ສູງ ເພາະ​ທາງ​ການ​ຈີນ​ກຳ​ນົດ​ໃຫ້​ສົ່ງ​ສິນ​ຄ້າ​ຜ່ານ​ດ່ານ​ສາ​ກົນ
​ບໍ່​ເຕັນ​ເທົ່າ​ນັ້ນ.

ທ່ານ​ພອນ​ໄຊ ແກ້ວ​ສົມ​ພັນ ເຈົ້າ​ເມືອງ​ໆ​ບຸ​ນ​ເໜືອ ແ​ຂວງ​ຜົ້ງ​ສາ​ລີ ຖະ​ແຫຼງ​ຢືນ​ຢັນ​ວ່າກະ
​ເສດ​ຕະ​ກອນ​ລາວ​ໃນ​ເຂດເມືອງ​ບຸນ​ເໜືອ ກຳ​ລັງ​ປະ​ສົບ​ບັນ​ຫາ​ຫ​ຍຸ້ງ​ຍາກ​ກ່ຽວ​ກັບ​ການ
​ສົ່ງຜົນຜະ​ລິດ​ດ້ານ​ກະ​ສິກຳ​ໄປ​ຈີນ ເພາະ​ວ່າ​ທາງ​ການ​ຈີນ​ໄດ້​ປະ​ກາດ​ສັ່ງ​ຫ້າມ​ນຳ​ເຂົ້າ​
ສິນ​ຄ້າ​ກະ​ສິ​ກຳຈາກ​ລາວ ໂດຍ​ຜ່ານ​ດ່ານ​ຊາຍ​ແດນ​ທ້ອງ​ຖິ່ນ ລະ​ຫວ່າງ​ຈີນ​ກັບ​ລາວ​ທີ່​
ເມືອງ​ບຸນ​ເໜືອ ແລະ​ກຳ​ນົດ​ໃຫ້​ນຳ​ເຂົ້າ​ຜົນຜະ​ລິດ ກະ​ສິ​ກຳຈາກ​ແຂວງ​ພາກ​ເໜືອ​ຂອງ
​ລາວ ໂດຍ​ຜ່ານ​ດ່ານ​ສາ​ກົນ​ທີ່​ບໍ່​ເຕັນ ໃນ​ແຂວງ​ຫຼວງ​ນ້ຳ​ທາ​ເທົ່າ​ນັ້ນ ຈຶ່ງ​ສົ່ງ​ຜົນ​ກະ​ທົບ​
ເຮັດ​ໃຫ້​ເກີດ​ບັນ​ຫາ​ຫຍຸ້​ງ​ຍາກ ທີ່​ກ່ຽວ​ກັບ​ຄ່າ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ເພີ້ມ​ສູງ​ຂຶ້ນ ແລະ​ເຮັດ​ໃຫ້​
ບໍ່​ຄຸ້ມ​ຄ່າ​ທີ່​ກະ​ເສດ​ຕະ​ກອນ​ລາວ ຈະ​ຂົນ​ສົ່ງ​ຜົນ​ຜະ​ລິດ​ກະ​ສິ​ກຳ​ໄປ​ຈີນ ຕາມ​ການ​ກຳ​
ໜົດ​ຂອງ​ທາງ​ການ​ຈີນ ດັ່ງ​ກ່າວ​.

ທ່ານ​ພອນ​ໄຊ ບອກ​ດ້ວຍ​ວ່າ​ໃນ​ປີ​ 2018 ພາກ​ເສດ​ຖະ​ກິດ​ໃນເຂດເມືອງ​ບຸນ​ເໜືອ ມີ​
ການ​ຂະ​ຫຍາຍ​ໂຕ​ໃນ​ອັດ​ຕາ​ສະ​ເລ່ຍ 13 ເປີ​ເຊັນ ທຽບ​ໃສ່​ປີ 2017 ໂດຍ​ຄິດ​ເປັນ​ມູນ
​ຄ່າ​ຜະ​ລິດ​ຕະ​ພັນ​ລວມ 339 ຕື້​ກີບ ທີ່​ຖົວ​ສະ​ເລ່ຍ​ເປັນ​ລາຍ​ໄດ້​ຂອງ​ປະ​ຊາກອນ 24,
000 ກວ່າ​ຄົນ​ໄດ້​ທີ່​ລະ​ດັບ 14.1 ລ້ານ​ກີບ​ຕໍ່​ຄົນ​ໃນ​ປີ 2018 ຊຶ່ງ​ໃນ​ນີ້​ແບ່ງ​ເປັນ​ຜົນ​ຜະ
​ລິດ​ກະ​ສິ​ກຳ​ໃນ​ມູນ​ຄ່າ​ລວ​ມ​ຫຼາຍກວ່າ 184 ຕື້​ກີບ ຫຼືກວ່າ 54 ເປີ​ເຊັນ​ ຂອງ​ມູນ​ຄ່າ​ຜະ​
ລິດຕະ​ພັນ​ລວມ ສະ​ນັ້ນການ​ທີ່​ທາງ​ການ​ຈີນ​ໄດ້​ກຳ​ໜົດ​ມາດ​ຕະ​ການ​ນຳ​ເຂົ້າ​ຜົນ​ຜະ​ລິດ​
ກະ​ສິ​ກຳ​ຈາກ​ລາວ​ດັ່ງ​ກ່າວ​ນີ້ ຈຶ່ງ​ກະ​ທົບ​ໂດຍ​ຕ​ຣົງ​ຕໍ່​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ທີ່​ເມືອງ​
ບຸ​ນ​ເໜືອ ດັ່ງ​ທີ່​ທ່ານ​ພອນ​ໄຊ ​ຢືນ​ຢັນ​ວ່າ:

“ຍ້ອນ​ທາງ ສ​ປ ຈີນ ມີ​ຄວາມ​ເຂັ້ມ​ງວດ​ໃນ​ການສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິກຳ​
ທີ່​ພວກ​ເຂົາ​ຜະ​ລິດ​ໄດ້​ນີ້ ແລະ​ເຮັດ​ໃຫ້​ການ​ຜະ​ລິດ​ກະ​ສິ​ກຳ ພວກ​ເຮົາ​ນີ້​ລົງ​ທຶນ​ໄປ
​ແລ້ວ
ແຕ່​ບໍ່ສາ​ມາດ​ສົ່ງ​ອອກ​ໄດ້ ເຮັດ​ໃຫ້​ປະ​ຊ​າ​ຊົນ​ນີ້​ເສຍ​ຜົນ​ປະ​ໂຫຍດ ສິນ​ຄ້າ​
ກະ​ສິ​ກຳ​ຫຼາຍໆອັນ​ ກະ​ຜະ​ລິດ​ອອ​ກ​ມາ​ດ​ບໍ່​ສາ​ມາດ​ສົ່ງອ​ອກ​ໄດ້ ຕ້ອງ​ໄດ້​ຜ່ານ​ດ່ານ
​ສາ​ກົນ​ ດ່ານ​ບໍ່​ເຕັນ​ແດນ​ຄຳ​ຫັ້ນ ເຖິງວ່າ​ພວກ​ເຮົາ​ມີ​ຄວາມ​ພ້ອມ​ໃນ​ການ​ຜະ​ລິດ
ແຕ່​ວ່າ​ພວກເຮົາ​ບໍ່​ສາ​ມາດສົ່ງ​ອອກ​ໄດ້ ອັນ​ນີ້​ຈີນ​ເປັນ​ສິ່ງ​ທ້າ​ທາຍ​ເຮັດ​ໃຫ້​ປະ​ຊາ​
ຊົນບໍ່​ໄດ້ລາຍຮັບ.”

ໂດຍ​ອີງ​ຕາມ​ສູນ​ຂໍ້​ມູນຂ່າວ​ສານ​ການ​ຄ້າ​ຂອງ​ທາງ​ການ​ຈີນ ລາຍ​ງານ​ວ່າ​ໃນ​ຊ່ວງ​ປີ 2015-2018 ຈີນ​ໄດ້​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ລາວ ພາຍ​ໃຕ້​ຂໍ້​ຕົກ​ລົງ​ທີ່​ທາງການ​ຈີນ​ໃຫ້​ສິດ
​ພິ​ເສດ​ທາງ​ການ​ຄ້າແກ່​ລາວ ຄິດ​ເປັນ​ມູນ​ຄ່າ​ສະ​ເລ່ຍ​ເກີນກວ່າ 70 ລ້ານໂດ​ລາ​ສະ​ຫະ
​ລັດ ໃນ​ແຕ່​ລະ​ປີ ທັ້ງ​ນີ້ໂດຍ​ສິນ​ຄ້າ​ຫລັກ ທີ່​ຈີນ​ນຳ​ເຂົ້າ​ຈາກ​ລາວ ເຊັ່ນ​ກາ​ເຟ ຊ​າ ຢາງ​
ພາ​ລາ ກ້ວຍ​ຫອມ ໃບ​ຢາ​ສູບ ຖົ່ວ ແລະ​ພຶດ​ພັກ ​ຕ່າງໆ ສ່ວນ​ອ້ອຍ​ນັ້ນ​ຍັງ​ອະ​ນຸ​ຍາດ​ໃຫ້
​ນຳ​ເຂົ້າ​ໂດຍ​ຜ່ານ​ດານ​ຊາຍ​ແດນ​ທ້ອງ​ຖິ່ນ ລະ​ຫວ່າງ​ລາວກັບ​ຈີນ​ໄດ້​ຕໍ່​ໄປ ເພາະ​ໄດ້​ມີ​
ການ​ລົງ​ນາມ​ຮັບ​ຊື້​ອ້ອຍ​ຈາກ​ລາວ ໂດຍຜູ້​ປະ​ກອບ​ການ​ໂຮງ​ງານ​ນ້ຳ​ຕານ​ໃນ​ແຂວງ​ຢູ
​ນານ​ຂອງ​ຈີນ ຢ່າງ​ຫ​ເປັນ​ທາງ​ການ​ແລ້ວ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ປະ​ຈຳ​ລາວ​ເປີດ​ເຜີຍ
​ວ່າ ສະ​ພາ​ວະ​ການ​ຄ້າຕ່າງ​ປະ​ເທດ​ຂອງ​ລາວ​ຍັງ​ມີ​ທ່າ​ອຽງ​ທີ່​ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ
​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໂດຍ​ໃນ​ຊ່ວງ 5 ເດືອນ​ຕົ້ນ​ປີ 2019 ນີ້​ກໍ
​ປາ​ກົດ​ວ່າ​ລາວ​ຂາດ​ດຸນ​ການ​ຄ້າຕ່າງ​ປະ​ເທດ ຄິດ​ເປັນ​ມູນ​ຄ່າ​ລວມ 444.1 ລ້ານ​ໂດ​ລາ
​ສະ​ຫະ​ລັດ ຊຶ່​ງ​ເພີ້ມ​ຂຶ້ນ​ຈາກ​ໄລ​ຍະ​ດຽວ​ກັນ​ໃນ​ປີ 2018 ເກີນກວ່າ 30 ເປີ​ເຊັນ ແລະ​ຖ້າ​ຫາກວ່າສະ​ພາບ​ການ​ດັ່ງ​ກ່າວ​ນີ້​ຍັງ​ຄົງ​ສືບ​ຕໍ່​ໄປ​ຈົນ​ເຖິງ​ທ້າຍ​ປີ 2019 ກໍ​ເຮັດ​ໃຫ້​ຄາດ​
ໝາຍ​ໄດ້​ວ່າ​ລາວ​ຈະ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ ຄິດ​ເປັນ​ມູນ​ຄ່າ​ລວມ​ເກີນກວ່າ
1,065 ລ້ານ​ໂດ​ລາ​ສະ​ຫະ​ລັດ ຢ່າງ​ແນ່ນອນ.

ໂດຍ​ໃນ​ປີ 2018 ທີ່​ຜ່ານ​ມາ ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ລາວ ມີ​ມູນ​ຄ່າ​ລວມ 11,258
ລ້ານ​ໂດ​ລາ​ສະ​ຫະ​ລັດ ໃນ​ນີ້​ເປັນ​ການ​ສົ່ງ​ອອກ 5,410 ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ​
ນຳ​ເຂົ້າ 5,848 ລ້ານ​ໂດ​ລາ​ສະ​ຫະ​ລັດ ຊຶ່ງ​ເພີ່ນ​ຂຶ້ນ​ເຖິງ 10.9 ເປີ​ເຊັນ ແລະ 21 ເປີ​
ເຊັນ ຕາມ​ລຳ​ດັບ ທຽບ​ໃສ່​ປີ 2017 ສ່ວນ​ໃນ​ຊ່ວງ 5 ເດືອນ​ຕົ້ນ​ປີ 2019 ການ​ຄ້າ​ຕ່າງ​
ປະ​ເທດ​ຂອງ​ລາວ ມີ​ມູນ​ຄ່າ​ລວມ​ເຖິງ 4,111.66 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃນ​ນີ້​ເປັນ​
ການ​ສົ່ງ​ອອກ 1,833.78 ລ້ານ​ໂດ​ລ​າ​ສະ​ຫະ​ລັດ ແລະ​ນຳ​ເຂົ້າ 2,277.88 ລ້ານ​ໂດ​
ລາ​ສະ​ຫະ​ລັດ ຊຶ່ງ​ເກີນກວ່າ 53 ເປີ​ເຊັນ ເປັນ​ການ​ນຳ​ເຂົ້າ​ສິ້ນ​ຄ້າ​ຈາກ​ໄທ ໃນ​ຂະ​ນະ
​ທີ່​ລາວ​ສົ່ງ​ສິນ​ຄ້າ​ອອກ​ໄປ​ໄທ​ໄດ້​ພຽງ 22.7 ເປີ​ເຊັນ ຂອງ​ມູນ​ຄ່າ​ການ​ຄ້າ​ດັ່ງ​ກ່າ​ວເທົ່າ
​ນັ້ນ ໝາຍ​ຄວາມ​ວ່າ​ລາວ ຍັງ​ຈະ​ຕ້ອງ​ຕົກ​ເປັນ​ຝ່າຍ​ທີ່​ເສຍ​ປຽບ​ດຸນ​ການ​ຄ້າ​ຕໍ່​ໄທ ໃນ​
ຕະ​ຫຼອດ​ປີ 2019 ຄິດ​ເປັນມູນ​ຄ່າ​ລວມເຖິງ 1,500 ລ້ານໂດ​ລາ​ສະ​ຫະ​ລັດ.

XS
SM
MD
LG