ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວຍອມຮັບວ່າ ການຜະລິດເຂົ້າປີນີ້ ບັນລຸ​ໄດ້​ພຽງ 85% ຂອງ ​ແຜນການ​ທີ່​ວາງ​ໄວ້​


People line up to be evacuated outside Tacloban airport, central Philippines, Nov. 13, 2013.
People line up to be evacuated outside Tacloban airport, central Philippines, Nov. 13, 2013.

ລັດຖະ​​ມົນຕີ​ລາວ​ຍອມ​ຮັບ​ວ່າ​ຜົນ​ຜະລິດ​ເຂົ້າ​ໃນ​ຕະຫຼອດ​ປີ 2012 ນີ້​ຈະ​ສາມາດບັນລຸ​ໄດ້​ພຽງ 85% ຂອງ​ແຜນການ​ທີ່​ວາງ​ໄວ້​ເທົ່າ​ນັ້ນ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​​ໄພ​ທໍາ​ມະ​ຊາດ​ທີ່​ໜັກໜ່ວງ​ຫຼາຍ​ ຂຶ້ນນັບ​ມື້.

ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ​ແລະ​ການ​ລົງ​ທືນ ຖະ​ແຫຼ​ງ
ຍອມຮັບ​ວ່າການ​ຜະລິດ​ໃນ​ພາກ​ກະສິກໍາ-ປາ​ໄມ້ ​ໃນ​ຕະຫຼອດ​ແຜນການ​ປະ​ຈໍາ​ປີ
2011-2012 ທີ່​ຈະ​ສິ້ນ​ສຸດ​ລົງ​ໃນ​ເດືອນ​ກັນຍາ​ນີ້ ຈະ​ບໍ່​ສາມາດ​ປະຕິບັດ​ໄດ້​ຕາມ​ເປົ້າ
ໝາຍ​ທີ່​ວາງເອົາ​ໄວ້ ​ໂດຍ​ມີ​ສາ​ເຫດ​ສໍາຄັນ​ມາ​ຈາກໄພ​ທໍາ​ມະ​ຊາດ​ ທີ່ເກີດ​ຂຶ້ນຢ່າງ​ຕໍ່​ເນື່ອງ
ກັບ​ທັງ​ຍັງ​ມີ​ຄວາມ​ໜັກໜ່ວງ​ຫຼາຍ​ຂຶ້ນ ​ແລະ​ໄດ້​ສົ່ງ​ຜົນ​ກະທົບຕໍ່​ພື້ນທີ່​ກະສິກໍາ​ໃນ​ລາວ​
ຢ່າງ​ກວ້າງຂວາງ​ອີກ​ດ້ວຍ.

​ໂດ​ຍສະ​ເພາະ​ແມ່ນ​ໄພ​ນໍ້າ​ຖ້ວມ​ຄັ້ງ​ໃຫຍ່​ໃນ​ທ້າຍ​ປີ 2011 ທີ່​ຜ່ານ​ມາ​ນັ້ນ ​ໄດ້​ສົ່ງ​ຜົນ
​ກະທົບ​ເຮັດ​ໃຫ້​ພື້ນ​ທີ່​ປູກ​ພືດ​ຊະນິດ​ຕ່າງໆ​ທັງ​ໃນ​ແຂວງພາກ​ກາງ​ ແລະພາກ​ໃຕ້​ຕ້ອງ
ເສຍຫາຍ​ໄປ​ຢ່າງ​ຫຼວງຫຼາຍ ຈຶ່ງ​ເຮັດ​ໃຫ້​ຄາດໝາຍໄດ້​ວ່າ​ຜົນ​ຜະລິດ​ໃນ​ພາກ​ກະສິກໍາ-
ປ່າໄມ້ ​ແລະ​ຜົນ​ຜະລິດເຂົ້າຈະ​ໄດ້​ຕໍ່າ​ກວ່າ​ເປົ້າໝາຍ​ທີ່​ວາງ​ໄດ້​ຢ່າງ​ແນ່ນອນ ດັ່ງ​ທີ່​ທ່ານ​
ສົມ​ດີ ​ໄດ້​ຖະ​ແຫຼງຢືນຢັນ​ໃນ​ຕອນ​ນຶ່ງ​ວ່າ:

ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນຂອງລາວ
ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນຂອງລາວ

“ຜະລິດ​ຕະພັນ​ຂອງ​ຂະ​ແໜງ​
ກະສິກໍາ​-ປ່າ​ໄມ້ເພີ່ມ​ຂຶ້ນ 2.7%
ຄາດ​ວ່າ​ຈະ​ບໍ່​ສາມາດບັນລຸ​
ຕາມ​ຄາດໝາຍ​ແຜນການ​ວາງ​
ໄວ້ ຍ້ອນ​ການ​ຜະລິດ​ເຂົ້າບັນລຸ
​ຕາມ​ແຜນການ ​ໄດ້​ປະມານ
85% ຂອງ​ແຜນການ​ປີ ​ເຫດ
ຜົນ​ກໍ​ແມ່ນ​ຍ້ອນ​ເກີດ​ໄພທໍາ​ມະ
​ຊາດ​ທີ່​ໜັກໜ່ວງ​ໃນ​ລະດູຝົນ
​ທີ່​ຜ່ານ​ມາ.”

ກ່ອນ​ໜ້າ​ນີ້ ທ່ານ​ວິ​ໄລ​ວັນ ພົມ​ແຂ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກໍາ-ປ່າ​ໄມ້ ​ໄດ້​ຖະ
​ແຫຼງວ່າ​ລັດຖະບານ​ລາວ​ວາງ​ເປົ້າໝາຍ​ຈະ​ຊຸກຍູ້​ໃຫ້​ກະ​ເສດ​ຕະກອນ​ລາວ ປູກ​ເຂົ້ານາປີ
​ແລະ​ນາ​ແຊງ​ໃນ​ຕະຫຼອດ​ປີ 2012 ນີ້​ໃຫ້​ໄດ້​ເທິງ​ເນື້ອ​ທີ່​ລວມ​ເຖິງ 945,000 ​ເຮັກຕ້າ​ໃນ
ທົ່ວ​ປະ​ເທດ ຊຶ່ງ​ຖ້າ​ຫາກ​ວ່າການ​ປະຕິບັດ​ໃນ​ພາກ​ຕົວ​ຈິງ ​ເປັນໄປ​ຕາມ​ແຜນການ​ດັ່ງກ່າວ
​ກໍ​ຈະ​ເຮັດ​ໃຫ້​ໄດ້ຜົນ​ຜະລິດ​ເຂົ້າ​ໃນ​ປະລິມານ​ລວມ​ເກີນ​ກວ່າ 3.6 ລ້ານໂຕນ.

ບັນຫາ​ໄພ​ທໍາ​ມະ​ຊາດ​ກໍ​ຍັງ​ຄົງ​ຖື​ເປັນ​ປັດ​ໃຈ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່ແຜນການ​ດັ່ງກ່າວ​ນີ້ ຂອງ
​ທາງ​ການ​ລາວ​ຢູ່​ຕໍ່​ໄປ ດັ່ງ​ຈະ​ເຫັນ​ໄດ້​ຈາກ​ປີ​ທີ່​ຜ່ານ​ມາ ທີ່​ໄພ​ນໍ້າ​ຖ້ວມ​ຄັ້ງ​ໃຫຍ່ ​ໄດ້​ເຮັດ​ໃຫ້
​ທີ່​ນາ​ຂອງ​ກະ​ເສດ​ຕະກອນ​ລາວ​ເສຍ​ຫາຍ​ໄປ​ ຄິ​ດ​ເປັນ​ເນື້ອ​ທີ່​ລວມ 1 ​ແສນ​ເຮັກ​ຕ້າ ​ແລະ
​ກໍ​ໄດ້​ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້​ຜົນ​ຜະລິດ​ເຂົ້າ​ໃນ​ລາວ​ບໍ່​ເປັນ​ໄປຕາມ​ເປົ້າໝາຍ​ທີ່​ວາງ​ໄວ້ ທີ່​
ປະລິມານ​ລວມ 3.3 ລ້ານ​ໂຕນ ຫາກ​ແຕ່​ວ່າ ກໍ​ສາມາດ​ປະຕິບັດໄດ້​ຈິງ​ພຽງ 3 ລ້ານ​ໂຕນ
​ເທົ່າ​ນັ້ນ.

ຊາວນາເກັບກ່ຽວເຂົ້ານາແຊງປີ 2012 ນີ້
ຊາວນາເກັບກ່ຽວເຂົ້ານາແຊງປີ 2012 ນີ້

ສ່ວນ​ກ່ຽວ​ກັບ​ມາດ​ຕະການຟື້ນຟູ​ພື້ນ​ທີ່​
ການ​ກະ​ເສດ​ພາຍຫຼັງ​ໄພ​ນໍ້າ​ຖ້ວມ​ຄັ້ງ
​ໃຫຍ່ ທີ່ຜ່ານ​ມາ​ນັ້ນ ທ່ານ​ວິ​ໄລ​ວັນ ກໍ​
ຍອມຮັບ​ວ່າ ​ດ້ວຍ​ຂໍ້​ຈໍາກັດ​ດ້າ​ນ​ງົບປະ
ມານ​ໄດ້​ເຮັດ​ໃຫ້​ລັດຖະບານ​ລາວ​ສາ
ມາດ​ຕອບ​ສະໜອງ​ງົບປະມານ​ໃຫ້​ກັບ
​ການ​ຟື້ນ​ຟູ​ການຜະລິດ​ໃນ​ຊ່ວງ​ລະດູ​ແລ້ງ
​ໄດ້​ພຽງ​ແຕ່ 30 ຕື້​ກີ​ບ​ເທົ່າ​ນັ້ນ ຊຶ່ງ​ກໍ​ເປັນ
​ຜົນ​ເຮັດ​ໃຫ້ກະ​ເສດ​ຕະກອນ​ລາວ​ສາມາດ
​ປູກ​ເຂົ້ານາ​ແຊງ​ໄດ້​ພຽງ​ 115,000 ​ເຮັກຕ້າ​ເທົ່າ​ນັ້ນ ຈາກ​ເປົ້າໝາຍ​ທີ່​ວາງ​ໄວ້ເຖິງ 135,000
​ເຮັກ​ຕ້າ ​ເພາະ​ໄພ​ນໍ້າ​ຖ້ວມ​ໄດ້​ເຮັດ​ໃຫ້ຄອງ​ຊົນລະປະທານ​ເພພັງ​ໄປ​ບໍ່​ໜ້ອຍ​ນັ້ນ​ເອງ.

ດ້ວຍ​ເຫດ​ນີ້ ​ເພື່​ອ​ເປັນ​ການ​ເພີ່ມ​ປະສິດທິ​ພາບ​ຂອງ​ລະບົບ​ຄອງ​ຊົນລະປະທານ ​ເພື່ອ​ໃຫ້​
ສາມາດ​ຕອບ​ສະໜອງ​ນໍ້າ​ໃຫ້​ກັບ​ພື້ນ​ທີ່​ການ​ກະ​ເສດ​ໃນ​ຕະຫຼອດ​ປີ 2012 ນີ້ ​ໄດ້​ກວ້າງຂຶ້ນ
ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ​ໄດ້​ອະນຸມັດ​ງົບປະມານ​ເຖິງ 130 ຕື້​ກີບ ສໍາລັບ​ການ​ບູລະນະ
​ແລະ​ກໍ່ສ້າງ​ຄອງ​ຊົນລະປະທານ ​ເປັນ​ການສະ​ເພາະ.

ທາງ​ດ້ານ ທ່ານ ສົມ​ສະ​ຫວາດ ​ເລັ່ງ​ສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນໍາວຽກ​ງານ
​ດ້ານ​ເສດຖະກິດ​ຂອງ​ລັດຖະບານ​ລາວ ກໍ​ໄດ້​ຖະ​ແຫຼ​ງ​ເຖິງ​ເປົ້າໝາຍ​ການເສີມ​ຂະ​ຫຍາ​ຍ
ການ​ຜະລິດ​ສະ​ບຽງອາຫານ​ ແລະ​ສິນຄ້າ​ພາຍ​ໃນ​ລາວ​ ຈາກ​ປັດຈຸບັນ ຈົນ​ເຖິງ​ປີ 2015 ວ່າ
​ເປົ້າໝາຍ​ທີ່​ສໍາຄັນ​ທີ່​ສຸດ​ກໍ​ຄື ​ການ​ຮັບປະກັນ​ໃຫ້​ໄດ້​ຢ່າງ​ຄັກ​ແນ່ວ່າ ລາວ​ຈະ​ຜະລິດ​ດ້ານ​
ສະບຽງ​ອາຫາ​ນຢ່າງ​ພຽງພໍ​ກັບ​ການ​ບໍລິ​ໂພ​ກພາຍ​ໃນປະເທດ ຫາກ​ແຕ່​ວ່າ ຕາມ​ລາຍ​ງານ
ຫ​ລ້າ​ສຸດ​ຂອງ​ກະຊວງ​ແຜນການ​ ແລະ​ການ​ລົງທຶນ ກໍ​ໄດ້​ລະບຸ​ວ່າ​ປະຊາຊົນ​ໃນ​ແຂວງ​ພາກ
​ເໜືອ​ ​ເຊັ່ນ ​ແຂວງ​ພົງສາລີ ຫົວພັນ ຫຼວງນໍ້າ​ທາ ອຸດົມ​ໄຊ ​ແລະ​ຊຽງ​ຂວາງ ຍັງ​ຂາດ​ເຂົ້າກິນ
​ໂດຍ​ສະ​ເລ່ຍ 4-5 ​ເດືອນ​ໃນ ​ແຕ່ລະ​ປີ​ໃນ​ປັດຈຸບັນ​ນີ້.

XS
SM
MD
LG