ທ່ານສົມດີ ດວງດີ ລັດຖະມົນຕີ
ກະຊວງແຜນການ ແລະການລົງ
ທຶນ ຍອມຮັບວ່າການຈັດຕັ້ງປະ
ຕິບັດແຜນການພັດທະນາທາງ
ດ້ານເສດຖະກິດປະຈໍາປີ 2011
-2012 ທີ່ຈະສິ້ນສຸດໃນທ້າຍ
ເດືອນກັນຍາປີນີ້ ຈະບໍ່ສາມາດ
ບັນລຸຕາມຄາດໝາຍທີ່ວາງໄວ້
ໂດຍເຖິງແມ່ນວ່າ ມູນຄ່າທາງ
ເສດຖະກິດທັງໃນພາກບໍລິການ
ພາກກະສິກໍາ-ປ່າໄມ້ ແລະພາກ
ອຸດສາຫະກໍາ ຈະເພີ່ມຂຶ້ນເມື່ອທຽບກັບແຜນການປີທີ່ຜ່ານມາກໍຕາມ ແຕ່ກໍມີພຽງພາກ
ບໍລິການເທົ່ານັ້ນ ທີ່ຂະຫຍາຍຕົວເພີ່ມຂຶ້ນຕາມເປົ້າໝາຍທີ່ວາງໄວ້ ກໍຄື 8.1%.
ສ່ວນພາກກະສິກໍາ-ປາໄມ້ ກໍຂະຫຍາຍຕົວເພີ່ມຂຶ້ນພຽງ 2.7% ຊຶ່ງມີສາເຫດມາຈາກໄພ
ທໍາມະຊາດທີ່ເຮັດໃຫ້ການຜະລິດເຂົ້າແລະພືດຜົນຕ່າງໆເສຍຫາຍໄປຢ່າງຫຼວງຫຼາຍ ແລະ
ສໍາລັບໃນພາກອຸດສາຫະກໍານັ້ນ ເຖິງແມ່ນວ່າຈະຂະຫຍາຍຕົວເພີ່ມຂຶ້ນເຖິງ 13.5% ກໍຕາມ
ຫາກແຕ່ກໍຖືວ່າຕໍ່າກວ່າລະດັບເປົ້າໝາຍທີ່ວາງໄວ້ລະຫວ່າງ 16%-18% ໂດຍມີສາເຫດ
ມາຈາກການຂຸດຄົ້ນແຮ່ທາດຫຼາຍຊະນິດ ບໍ່ສາມາດປະຕິບັດໄດ້ຕາມແຜນການທີ່ວາງໄວ້
ດັ່ງທີ່ທ່ານສົມດີ ໄດ້ໃຫ້ການຊີ້ແຈງວ່າ:
“ຂະແໜງອຸດສາຫະກໍາເພີ່ມ
ຂຶ້ນປະມານ 13.5% ຍອດ
ຜະລິດຕະພັນຂອງຂະແໜງ
ອຸດສາຫະກໍາຄາດວ່າຈະບໍ່
ສາມາດປະຕິບັດໄດ້ຕາມຄາດ
ໝາຍຂອງແຜນການວາງໄວ້
ຍ້ອນວ່າການຜະລິດບາງແຮ່
ທາດຈະບໍ່ໄດ້ຕາມແຜນການ
ເປັນຕົ້ນທອງແດງ ຫິນກາວ
ແຮ່ກົ່ວ ຖ່ານຫິນອາລຕຣາໄຊ້.”
ກ່ອນໜ້ານີ້ ລັດຖະບານລາວໄດ້ວາງຄາດໝາຍໄວ້ວ່າຍອດຜະລິດຕະພັນພາຍໃນ (GDP) ໃນຕະຫຼອດແຜນການປີ 2011-2012 ນີ້ຈະມີມູນຄ່າລວມເຖິງ 73,200 ຕື້ກີບ ຫຼືຄິດເປັນອັດຕາສະເລ່ຍທີ່ເພີ່ມຂຶ້ນຈາກແຜນການປີ 2010-2011 ເຖິງ 8.3 % ຫາກແຕ່ວ່າຈາກການປະຕິບັດຕົວຈິງໃນໄລຍະ 8 ເດືອນຂອງແຜນການກໍຄືລະຫວ່າງເດືອນຕຸລາ 2011 ຫາເດືອນພືດສະພາ 2012 ທີ່ຜ່ານມານັ້ນ ກັບປາກົດ ວ່າ GDP ໄດ້ຂະຫຍາຍຕົວເພີ່ມຂຶ້ນພຽງ 8% ເທົ່ານັ້ນ.
ທັງນີ້ໂດຍມາສາເຫດມາຈາກໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກພາຍຸໂຊນຮ້ອນໃນທ້າຍ ປີ 2011 ທີ່ໄດ້ສົ່ງຜົນກະທົບເຮັດໃຫ້ການຜະລິດທັງພາກກະສິກໍາ ແລະພາກອຸດສາຫະກໍາ ບໍ່ສາມາດປະຕິບັດໄດ້ຕາມແຜນການທີ່ວາງໄວ້ ກໍຄືໃນຂະນະທີ່ລັດຖະບານ ລາວໄດ້ວາງເປົ້າໝາຍການຂະຫຍາຍຕົວໃນພາກກະສິກໍາ ແລະອຸດສາຫະກໍາໄວ້ລະ ດັບ 3.5% ກັບ 16.8% ຕາມລໍາດັບ ຫາກແກ່ໃນການປະຕິບັດຕົວຈິງກໍປາກົດວ່າ ພາກກະສິກໍາຂະຫຍາຍຕົວພຽງ 2.7% ແລະພາກອຸດສາຫະກໍາກໍຂະຫຍາຍຕົວພຽງ 13.5% ດັ່ງກ່າວ.
ແຕ່ຢ່າງໃດກໍຕາມ The
Economist ຊຶ່ງເປັນວາລະສານ
ທາງເສດຖະກິດລະດັບນໍາຂອງ
ໂລກ ກໍໄດ້ສະເໜີລາຍງານຄາດ
ໝາຍການເຕີບໂຕທາງເສດຖະ
ກິດຂອງໂລກປະຈໍາປີ 2012 ນີ້
ວ່າລາວເປັນປະເທດນຶ່ງ ທີ່ຖືກ
ຄາດໝາຍວ່າຈະມີອັດຕາການຂະ
ຫຍາຍຕົວທາງເສດຖະກິດສູງສຸດ
ໃນ 10 ອັນດັບຂອງໂລກ ໂດຍ
ຄາດວ່າເສດຖະກິດຂອງລາວຈະ
ຂະຫຍາຍຕົວໃນອັດຕາສະເລ່ຍບໍ່ຕໍ່າກວ່າ 7.9%.
ຫາກແຕ່ວ່າການຄາດໝາຍຂອງວາລະສານ The Economist ດັ່ງກ່າວນີ້ ກໍບໍ່ເປັນເອກກະ
ພາບກັນກັບທະນາຄານໂລກ ທີ່ໄດ້ໃຫ້ການຄາດໝາຍວ່າ ເສດຖະກິດຂອງລາວຈະຂະຫຍາຍ
ຕົວໃນອັດຕາສະເລ່ຍ 8.3% ໃນປີ 2012 ນີ້ ທັ້ງໆທີ່ວ່າທະນາຄານໂລກໄດ້ໃຫ້ການຄາດໝາຍ
ກ່ອນໜ້ານີ້ວ່າ GDP ຂອງລາວຈະຂະຫຍາຍຕົວເພີ່ມຂຶ້ນພຽງບໍ່ເກີນ 7.6% ເທົ່ານັ້ນ.
ແຕ່ຢ່າງໃດກໍຕາມ ທາງການລາວກໍເຊື່ອໝັ້ນວ່າ ດ້ວຍເສດຖະກິດທີ່ມີການຂະຫຍາຍຕົວເພີ່ມ
ຂຶ້ນທຸກປີນັ້ນ ກໍຈະເຮັດໃຫ້ປະຊາຊົນຫລຸດພົ້ນຈາກຄວາມທຸກຈົນໃຫ້ໄດ້ໂດຍພື້ນຖານພາຍໃນ
ປີ 2015 ແລະສໍາລັບໃນປີ 2012 ນີ້ ຄາດໝາຍວ່າ ລາຍໄດ້ສະເລ່ຍຂອງປະຊາຊົນລາວຈະ
ຢູ່ໃນລະດັບ 1,358 ໂດລາ ຕໍ່ຄົນຕໍ່ປີ.