ທ້າວແຈັກ ຫລືອານຸຊາ ຫຼວງສຸພົມ ນັກເຄື່ອນໄຫວໜຸ່ມອາຍຸ 25 ປີ ທີ່ຖືກຍິງຢູ່ຮ້ານກາເຟແຫ່ງນຶ່ງໃນບ້ານດົງໝ້ຽງ, ນະຄອນຫລວງວຽງຈັນໃນວັນທີ 29 ເມສາຜ່ານມາ ຊຶ່ງຄອບຄົວຂອງລາວ ແລະສື່ມວນຊົນຕ່າງໆ ບອກວ່າໄດ້ເສຍຊິວິດໄປແລ້ວນັ້ນ ແຕ່ທີ່ຈິງແມ່ນຍັງມີຊີວິຢູ່, ອີງຕາມທ້າວ ໂຈເຊັບ ນັກເຄື່ອນໄຫວເພື່ອປະຊາທິປະໄຕທີ່ກຳລັງຂໍລີ້ໄພໃນປະເທດຝຣັ່ງ ແລະມີການຕິດຕໍ່ກັບຄອບຄົວຂອງຜູ້ກ່ຽວຕະຫລອດມານັບແຕ່ມື້ເກີດເຫດ. ທ້າວໂຈເຊັບກ່າວຕໍ່ວີໂອເອວ່າ:
“ທີ່ຈິງເລື້ອງການຕາຍຂອງລາວຫັ້ນ ຄອບຄົວເຂົາຕົວະ ຢ້ານວ່າມືປືນຈະນຳມາຂ້າອີກ ລະບາດນີ້ ຕຳຫລວດນຳໄປທີ່ໂຮງໝໍຫັ້ນ ລະເຂົາເຈົ້າກະໄປຖ່າຍຮູບເອົາ ແລ້ວເຂົາເຈົ້າກະຮູ້ວ່າແຈັກຍັງບໍ່ທັນຕາຍເທື່ອ ແລ້ວຫລັງຈາກນັ້ນ ຂ້ອຍກະເປັນຄົນພົສ ພົສ ຂ້ອຍພົສຫວ່າງນຶ່ງໜີ້ ເຈົ້າເຂົາໄປເບິ່ງໂລດ.”
ທ້າວໂຈເຊັບໄດ້ເອົາຂ່າວຫຼ້າສຸດນີ້ ພ້ອມກັບຮູບຂອງທ້າວອານຸຊານອນຢູ່ໂຮງໝໍ ລົງກ່າວຢູ່ໄປໃນເຟັສບຸກສ່ວນຕົວຂອງຜູ້ກ່ຽວ ແລະໄດ້ລະດົມທຶນຜ່ານເຟັສບຸກເພື່ອໄປຊ່ວຍຄ່າປິ່ນປົວຂອງທ້າວອານຸຊາອີກ. ແຕ່ຢ່າງໃດກໍຕາມ ທ້າວໂຈເຊັບກໍເວົ້າວ່າລາວມີຄວາມເປັນຫ່ວງທ້າວອານຸຊາຢູ່ ເນື່ອງຈາກວ່າ ຜູ້ກ່ຽວມີອາການສາຫັດບວກກັບຄວາມບໍ່ໂປ່ງໃສຂອງລະບົບບໍລິຫານໃນດ້ານຕ່າງໆ ຂອງລັດຖະບານ. ສ່ວນທາງອົງການ Human Rights Watch ຊຶ່ງເປັນອົງການປົກປ້ອງສິດທິມະນຸດສາກົນທີ່ໄດ້ອອກຂ່າວໄປວ່າ ທ້າວອານຸຊາເສຍຊີວິດແລ້ວນັ້ນ ກໍໄດ້ແກ້ໄຂຂ່າວໃນມື້ນີ້ ແລະຮຽກຮ້ອງໃຫ້ລັດຖະບານລາວ ເລັ່ງທຳການສືບສວນກ່ຽວກັບເລື້ອງນີ້ດ່ວນ.
ທາງດ້ານອົງການຂ່າວບໍ່ມີພົບແດນນັ້ນ ຈັດໃຫ້ລາວໃນກຸ່ມປະເທດທີ່ມີການຈຳກັດດ້ານເສລີພາບໃນການປາກເວົ້າ ແລະອອກຂ່າວຫລາຍ. ດັດຊະນີດ້ານເສລີພາບໃນການອອກຂ່າວທົ່ວໂລກທີ່ຫາກໍເຜີຍແຜ່ອອກມາໃນວັນທີໃນວັນພຸດວານນີ້ ເຊັ່ນກັນໂດຍອົງການຂ່າວບໍ່ມີພົມແດນ ຈັດໃຫ້ລາວຢູ່ໃນອັນດັບທີ 160 ໃນຈຳນວນທັງໝົດ 180 ປະເທດໃນໂລກ ແລະມີດັດຊະນີດ້ານເສລີພາບໃນການອອກຂ່າວພຽງແຕ່ 36.6 ເທົ່ານັ້ນ ໃນຂະນະທີ່ປະເທດນໍເວທີ່ມີເສລີພາບໃນດ້ານນີ້ຫລາຍທີ່ສຸດໃນໂລກໄດ້ 95.18 ຄະແນນ.