ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົບສົບຄົນງານຂຸດບໍ່ ອີກ 15 ສົບ ທີ່ຖືກຖົມດ້ວຍ ດິນເຈື່ອນຢູ່ທິເບດ (ວີດິໂອ)


ພາບຖ່າຍໃນວັນເສົາ ທີ 30 ມີນາ 2013 ສະແດງໃຫ້ເຫັນ ພວກກູ້ໄພ ທໍາການຊອກຄົ້ນຕາມກ້ອນຫີນ ແລະສິ່ງຫັກພັງ ຢູ່ບໍ່ຄໍາ ພາຍຫລັງທີ່ດິນເຈື່ອນລົງມາທັບ ຢູ່ໃກ້ບ້ານ Gyama ໃນເຂດ Maizhokunggar ຂອງນະຄອນຫລວງ Lhasa ຂອງທິເບດ.
ພາບຖ່າຍໃນວັນເສົາ ທີ 30 ມີນາ 2013 ສະແດງໃຫ້ເຫັນ ພວກກູ້ໄພ ທໍາການຊອກຄົ້ນຕາມກ້ອນຫີນ ແລະສິ່ງຫັກພັງ ຢູ່ບໍ່ຄໍາ ພາຍຫລັງທີ່ດິນເຈື່ອນລົງມາທັບ ຢູ່ໃກ້ບ້ານ Gyama ໃນເຂດ Maizhokunggar ຂອງນະຄອນຫລວງ Lhasa ຂອງທິເບດ.
ພະນັກງານກູ້ໄພຈີນໄດ້ຄົ້ນພົບສົບຂອງພວກຄົນງານບໍ່ທອງ
ແດງອີກ 15 ສົບ ທີ່ຖືກຖົມດ້ວຍດິນເຈື່ອນຢ່າງໃຫຍ່ຢູ່ໃນທິເບດ
ແລະກໍໄດ້ຂຸ້ນຂ້ຽວພາກັນຊອກຫາຜູ້ລອດຊີວິດຕື່ມອີກ ຈາກ
ໄພພິບັດໃນວັນສຸກຜ່ານ ມາ ເຖິງແມ່ນວ່າຄວາມຫວັງທີ່ຈະພົບ
ເຫັນຄົນຍັງມີຊີວິດຢູ່ນັ້ນ ມີໜ້ອຍ ທີ່ສຸດກໍຕາມ.

ອົງການຂ່າວ Xinhua ຂອງທາງການຈີນກ່າວວ່າ ສົບທີ່ຖືກພົບ
ເຫັນ ໃນວັນອາທິດວານນີ້ ລວມທັງໝົດ 15 ສົບນັ້ນ ເຮັດໃຫ້
ໂຕເລກຄົນ ເສຍຊີວິດທີ່ໄດ້ຮັບການຢືນຢັນ ເພີ້ມຂຶ້ນເປັນ 17
ຄົນ ໂດຍຍັງມີອີກ 66 ຄົນຫາຍສາບສູນຢູ່.

ພວກຂຸດຄົ້ນບໍ່ແຮ່ແມ່ນຢູ່ໃນຄ້າຍພັກແຫ່ງນຶ່ງ ໃນເຂດເມືອງ Maizhokunggar ຂອງເຂດ
ປົກຄອງຕົນເອງທິເບດ ເວລາພູທີ່ຢູ່ທາງເທິງ ພັງລົງໃສ່ຄ້າຍຂອງເຂົາເຈົ້າໃນເຊົ້າວັນສຸກ
ຜ່ານມາ ຊຶ່ງໄດ້ຖົມພວກເຂົາເຈົ້າ ໄວ້ຢູ່ໃຕ້ກອງດິນທີ່ເຈື່ອນລົງມາທັບ ສູງປະມານ 20 ຫາ 50 ແມັດ.

ອົງການຂ່າວ Xinhua ເວົ້າວ່າ ສ່ວນໃຫຍ່ຂອງຄົນງານ 83 ຄົນນັ້ນ ແມ່ນຊາວຈີນເຜົ່າຮັ້ນ
ທີ່ມາຈາກແຂວງ Gansu ແລະ Guizhou. ມີຫລາຍຄົນເປັນຊາວທິເບດ ທີ່ມາຈາກ
ນະຄອນຫລວງ Lhasa ຂອງເຂດທິເບດ.

ບໍ່ແຮ່ທອງແດງດັ່ງກ່າວ ທີ່ຕັ້ງຢູ່ໃກ້ບ້ານ Gyama ແມ່ນດໍາເນີນງານ ໂດຍສາຂານຶ່ງຂອງ
ບໍລິສັດ China National Gold Group ຊຶ່ງ ເປັນບໍລິສັດລັດວິສາຫະກິດ ທີ່ເປັນຜູ້ຜະລິດ
ຄໍາລາຍໃຫຍ່ທີ່ສຸດຂອງ ປະເທດ. ປະທານປະເທດຈີນ ທ່ານ Xi Jinping ແລະນາຍົກ
ລັດຖະມົນຕີ Li Keqiang ໄດ້ມີຄໍາສັ່ງໃຫ້ພວກເຈົ້າໜ້າທີ່ທຸ່ມເຫື່ອເທແຮງ ໃຊ້ຄວາມພະ
ຍາຍາມຢ່າງສຸດຂີດ ເພື່ອກູ້ຊີວິດພວກຄົນງານທີ່ຍັງຖືກໍຖົມຢູ່ນັ້ນ.

ອົງການຂ່າວ Xinhua ກ່າວວ່າ ພວກກູ້ໄພໄດ້ທໍາງານຕະຫລອດ 24 ຊົ່ວໂມງຢູ່ສະຖານ
ທີ່ເກີດເຫດ ໂດຍໄດ້ໃຊ້ຈັກຂຸດເພື່ອເອົາສິ່ງຫັກພັງອອກ ແລະຂະຫຍາຍຫົນທາງໃຫ້
ກ້ວາງຂຶ້ນ ເພື່ອເຮັດໃຫ້ສາມາດນໍາ ເອົາອຸປະກອນເຂົ້າມາໄດ້ຕື່ມອີກ. ແຕ່ວ່າລະດັບ
ຄວາມສູງ ແລະລະດູໜາວທີ່ມີຫິມະຕົກຢູ່ແຫ່ງນັ້ນ ເຮັດໃຫ້ພວກກູ້ໄພປ່ວຍ ແລະເປັນ ໄຂ້ສູງ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

ການກູ້ໄພໃນເຂດດິນເຈື່ອນ ຢູ່ໃນທິເບດ
please wait

No media source currently available

0:00 0:00:36 0:00
XS
SM
MD
LG