ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫຼາຍກວ່າ 100 ຄົນ ຫາຍສາບສູນ ຢ້ານວ່າ ຖືກດິນເຈື່ອນ ລົງມາຖົມ ຢູ່ຈີນ


ພວກກູ້ໄພພວມເຮັດວຽກ ຢູ່ບ່ອນດິນເຈື່ອນ ລົງມາຖົມເຮືອນ 40 ຫຼັງ ທີ່ບ້ານຊິນໂມ ໃນແຂວງສີສວນ.
ພວກກູ້ໄພພວມເຮັດວຽກ ຢູ່ບ່ອນດິນເຈື່ອນ ລົງມາຖົມເຮືອນ 40 ຫຼັງ ທີ່ບ້ານຊິນໂມ ໃນແຂວງສີສວນ.

ເຈົ້າໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ກ່າວ​ວ່າ ມີ​ຫລາຍ​ກວ່າ 100 ຄົນ ​ເຊື່ອ​
ວ່າ​ໄດ້​ຖືກ​ດິນ​ເຈື່ອນ​ຖົມ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ດິນ​ເຈື່ອນທີ່​ມີ​ສາ​ເຫດ​ມາ​ຈາກ​ຝົນຕົກ​ໜັກ ​ໄດ້​ໄຫລ​ລົງ​ມາ​ຖົມ​ເຮືອນ​
ປະມານ 40 ຫລັງ ​ໃນ​ຕອນ​ເຊົ້າວັນເສົາ​ມື້ນີ້ ທີ່​ບ້ານ​ຊິນ​ໂມ ​ໃນ​ແຂວງ​ສີສວນ ​ທາງພາກ
​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.

ກົກ​ໄມ້​ ພ້ອມ​ທັງ​ດິນ ​ແລະ​ຫີນ​ ທີ່​ເຈື່ອນ​ລົງຈາກ​ພູ​ໄດ້​ຕັນ​ແມ່​ນ້ຳ​ສາຍ​ນຶ່ງ ​ໃນ​ໄລຍະ​ສອງ
ກິ​ໂມ​ແມັດແລະ​ຫົນທາງ​ໃນ​ຊ່ວງ​ທີ່ຍາວ 1.6 ກິ​ໂລ​ແມັດ ອີງ​ຕາມ​ເຈົ້າໜ້າ​ທີ່​ໃນ​ເຂດ​ທ້ອງ
ຖິ່ນ.

ຖະ​ແຫຼງການ​ຂອງ​ລັດຖະບານ​ທ້ອງ​ຖິ່ນ​ກ່າວ​ວ່າ ການ​ຮັບ​ມື​ສຸກ​ເສີນກັບ​ໄພພິບັດທີ່​ຮ້າຍ
​ແຮງທາງ​ທໍລະນີວິທະຍາ​ກຳລັງ​ດຳ​ເນີນ​ຢູ່.

ຕຳຫຼວດກ່າວ​ວ່າ ມີ​ຫລາຍ​ກວ່າ 400 ຄົນ​ໄດ້​ເຂົ້າຮ່ວມ​ໃນ​ຄວາມ​ພະຍາຍາມ​ກູ້​ໄພ.

​ເຫດ​ດິນ​ເຈື່ອນ​ແມ່ນ​ເປັນ​ໄພ​ອັນຕະລາຍ​ທີ່​ມັກ​ເກີດ​ຂຶ້ນຢູ່​ເລື້ອຍໆ​ໃນ​ເຂດ​ຊົນນະບົດ
​ແລະ​ພູ​ຜາ​ຂອງຈີນ ​ໂດຍ​ສະ​ເພາະ​ຫລັງ​ຈາກ​ໄດ້​ເກີດ​ຝົນຕົກ​ໜັກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

China Landslide
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG