ທ່ານ Mark Hiznay ຜູ້ສຶກສາຄົ້ນຄວ້າອາວຸໂສປະຈໍາHuman Rights Watch ຫລື
ອົງການສິ້ງຊອມສິດທິມະນຸດກ່າວວ່າ ມັນເປັນເລື່ອງທີ່ໜ້າພິດສະຫວົງງົງງວຍ ທີ່ໄດ້ເຫັນ
ວ່າ 12ປີ ຫລັງຈາກທີ່ໄດ້ມີການເຈລະຈາຕໍ່ລອງເຮັດສົນທິສັນຍາເກືອດຫ້າມລະເບີດຝັງ
ດິນຂຶ້ນມາໄດ້ໃນປີ 1997ນັ້ນ ລະດັບການເຄື່ອນໄຫວແລະຄວາມໝັ້ນໝາຍໂດຍຫລາຍໆ
ປະເທດເພື່ອກໍາຈັດຖອນຮາກອາວຸດດັ່ງກ່າວນີ້ ກໍຍັງເຂັ້ມແຂງເທົ່າໆກັບທີ່ເຄີຍມີມາ. ຊຶ່ງ
ທ່ານ Hiznay ກ່າວໃນຕອນນຶ່ງວ່າ:
“ອາວຸດນີ້ຈະບໍ່ຖືກຝັງລົງພື້ນດິນອີກຕໍ່ໄປແລ້ວ. ອາວຸດນີ້ຈະຖືກຂຸດອອກມາຈາກ
ພື້ນດິນ ແລະຈໍານວນຄົນເສຍຊີວິດກໍກໍາລັງລຸດຕໍ່າລົງນັບມື້ ຊຶ່ງເປັນສິ່ງທີ່ພວກ
ເຮົາຢາກໃຫ້ມີຂຶ້ນ ຈາກສົນທິສັນຍາສະບັບນີ້.”
ທ່ານ ຮີຊເນ ກ່າວຕໍ່ໄປວ່າ ການໃຊ້ລະເບີດຝັງດິນກໍ
ໄດ້ຫລຸດລົງຢ່າງຫລວງຫລາຍ ແລະວ່າ ປະເທດຣັດ
ເຊຍໄດ້ຖືກລົບຊື່ອອກຈາກການເປັນປະເທດທີ່ນໍາໃຊ້
ລະເບີດຝັງດິນແລ້ວໃນປີນີ້ເຫລືອແຕ່ມຽນມາປະເທດ
ດຽວ ທີ່ຍັງເອົາລະເບີດຝັງດິນໄປຫ້າງໄວ້ຢ່າງຕັ້ງ
ໜ້າຢູ່ໃນເວລານີ້.
ທ່ານຮິຊເນກ່າວວ່າ ນອກຈາກກໍາລັງຂອງລັດຖະບານ
ທະຫານໃນມຽນມາແລ້ວ ກໍມີກຸ່ມປະກອບອາວຸດທີ່ບໍ່
ຂຶ້ນກັບລັດຖະບານຢູ່ໃນພຽງ 6 ປະເທດເທົ່ານັ້ນ ທີ່
ຍັງສືບຕໍ່ໃຊ້ລະເບີດຝັງດິນຢູ່ ຄືໃນປະເທດ ອັຟກາ
ນີສຖານ, ໂຄລໍາເບຍ, ອິນເດຍ, ມຽນມາ, ປາກີສຖານ ແລະເຢເມນ.
ທ່ານກ່າວອີກວ່າ ເວລານີ້ ມີພຽງສິບກ່ວາປະເທດເທົ່າ
ນັ້ນທີ່ຍັງຜະຫລິດລະເບີດຝັງດິນ ແຕ່ໃນຈໍານວນນັ້ນ
ກໍເຊື່ອວ່າ ມີພຽງສາມປະເທດທີ່ກໍາລັງສືບຕໍ່ຜະຫລິດອາວຸດຮ້າຍແຮງເຫລົ່ານີ້ຢ່າງຕັ້ງໜ້າ
ຊຶ່ງທ່ານ ຮີຊເນກ່າວຕໍ່ໄປວ່າ:
“ພວກເຮົາສາມາດຊີ້ບອກຈໍານວນຜູ້ເສຍຊີວິດຍ້ອນລະເບີດຝັງດິນ ແລະວັດຖຸລະ
ເບີດຈາກສົງຄາມໃນປີ 2009 ນັ້ນໄດ້ 3,956 ຄົນ ແລະຈຳນວນນີ້ ກໍເວົ້າໄດ້
ອີກວ່າ ມັນແມ່ນຈໍານວນລວມປະຈໍາປີ ທີ່ຕໍ່າທີ່ສຸດ ນັບຕັ້ງແຕ່ພວກເຮົາເລີ່ມ
ຄວບຄຸມຕິດຕາມເບິ່ງໃນປີ 1999 ເປັນຕົ້ນມາ ແລະກໍແມ່ນ 28 ເປີເຊັນ ຕໍ່າ
ກວ່າຈໍານວນຂອງປີ 2008. ໃນແງ່ຂອງພື້ນທີ່ ທີ່ໄດ້ມີການສະສາງກໍາຈັດລະເບີດ
ອອກໄປໄດ້ໃນປີນີ້ ໂຄງການເກັບກູ້ການລະເບີດຝັງດິນຕ່າງໆ ແມ່ນໄດ້ທໍາການ
ເກັບກູ້ໃນພື້ນທີ່ຢ່າງໜ້ອຍ 198 ກິໂລແມັດມົນທົນໃນປີ 2009 ແລະອີກຄັ້ງນຶ່ງ.
ນີ້ກໍນັບ ວ່າເປັນຈໍານວນລວມທີ່ສູງທີ່ສູງທີ່ສຸດໃນປະຫວັດສາດ ທີ່ພວກເຮົາໄດ້
ບັນທຶກໄວ້.”
ໃນຈໍານວນປະເທດທັງໝົດຂອງໂລກ ມີ 80% ຫລື 156 ປະເທດທີ່ເປັນພາຄີໃນສົນທິສັນ
ຍາເກືອດຫ້າມລະເບີດຝັງດິນ. ແລະມີ 39 ປະເທດ ທີ່ໂຮມທັງ ຈີນ, ອິນເດຍ, ປາກີສະ
ຖານ, ຣັດເຊຍ ແລະ ສະຫະລັດ ທີ່ຍັງບໍ່ໄດ້ເຂົ້າຮ່ວມເປັນພາຄີໃນສົນທິສັນຍາດັ່ງກ່າວ.
ຢ່າງໃດກໍຕາມ ທ່ານ Stephen
Goose ຫົວໜ້າບັນນາທິການ
ຂອງ ວາລະສານ Landmine
Monitor ກ່າວວ່າ ເກືອບວ່າທັງ
ໝົດຂອງປະເທດເຫລົ່ານີ້ ສ່ວນ
ໃຫຍ່ແລ້ວ ແມ່ນໄດ້ປະຕິບັດ
ຕາມສົນທິສັນຍາສະບັບນີ້ ໄປ
ໃນຕົວຢູ່ແລ້ວ. ທ່ານ Goose
ຊີ້ແຈງວ່າ:
“ຕົວຢ່າງເຊັ່ນ ສະຫະລັດກໍ
ບໍ່ໄດ້ນໍາໃຊ້ລະເບີດຝັງດິນ
ມາຕັ້ງແຕ່ປີ 1991 ແລະ
ກໍບໍ່ໄດ້ສົ່ງອອກລະເບີດຝັງດິນ
ນັບຕັ້ງແຕ່ປີ 1992 ເປັນຕົ້ນ
ມາ ແລະກໍບໍ່ໄດ້ຜະລິດລະ
ເບີດຝັງດິນ ນັບຕັ້ງແຕ່ປີ
1997. ແລະສະຫະລັດກໍໄດ້ທໍາລາຍລະເບີດຝັງດິນ ທີ່ສະສົມໄວ້ໃນສາງໄປແລ້ວ
ຫລາຍລ້ານລູກ ແລະ ໃຫ້ເງິນຊ່ວຍ ເຫລືອ ເພື່ອການເກັບກູ້ລະເບີດ ແລະຊ່ວຍ
ເຫລືອຜູ້ເຄາະຮ້າຍຍ້ອນ ລະເບີດຝັງດິນນັ້ນ ຫລາຍກວ່າປະເທດອື່ນໃດ ຊຶ່ງຟັງ
ແລ້ວ ກໍຄືວ່າ ເປັນສະມາຊິກຫລືພາຄີທີ່ດີຂອງສົນທິສັນຍາຢູ່ແລ້ວ ແຕ່ສະຫະລັດ
ກໍບໍ່ຍອມເຂົ້າຮ່ວມ ຊຶ່ງພວກເຮົາຫວັງຢ່າງຍິ່ງວ່າ ສະຖານະການນີ້ຈະປ່ຽນໄປ.”
ທ່ານກູສ ກ່າວວ່າ ພວກນັກເຄື່ອນໄຫວຕ້ານລະເບີດຝັງດິນທັງຫລາຍ ແມ່ນໄດ້ພາກັນປຸກ
ລະດົມ ປະນາມການນໍາໃຊ້ລະເບີດຝັງດິນ ຢ່າງໄດ້ ຜົນຫລາຍ ຈົນພາໃຫ້ເຂົາເຈົ້າປະສົບ
ຄວາມສໍາເລັດ ແລະໄດ້ຮັບໄຊຊະ ນະໃນສົງຄາມຕໍ່ຕ້ານອາວຸດຮ້າຍແຮງດັ່ງກ່າວນີ້ ຊຶ່ງທ່ານ
Goose ກ່າວຕື່ມວ່າ ແມ່ນແຕ່ພວກກຸ່ມກະບົດຕ່າງໆ ກໍຍັງຮູ້ສຶກເຖິງຄວາມກົດດັນໃນ
ເລື້ອງນີ້. ທ່ານກ່າວໃນທີ່ສຸດວ່າ ຈໍານວນພວກກຸ່ມບໍ່ຂຶ້ນກັບລັດຖະບານ ທີ່ນໍາໃຊ້ລະເບີດ
ຝັງດິນນັ້ນກໍກໍາລັງຫລຸດນ້ອຍຖອຍລົງເຊັ່ນກັນ.