ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັຟການິສຖານ ຮຽກຮ້ອງໃຫ້ ປາກິສຖານ ເປີດດ່ານ ຂ້າມຊາຍແດນຄືນ

ພວກລົດຂົນສົ່ງຂອງອັຟການິສຖານ ກຳລັງມຸ້ງໜ້າຜ່ານ ຮ່ອມພູ ໃນຂະນະທີ່ ເຄື່ອນໄປໃນທິດທາງ ດ່ານຂ້າມຊາຍແດນ Torkham ໃນເມືອງ Torkham ຂອງປາກິສຖານ, ເມື່ອວັນເສົາ ທີ 18 ມິຖຸນາ 2016.
ພວກລົດຂົນສົ່ງຂອງອັຟການິສຖານ ກຳລັງມຸ້ງໜ້າຜ່ານ ຮ່ອມພູ ໃນຂະນະທີ່ ເຄື່ອນໄປໃນທິດທາງ ດ່ານຂ້າມຊາຍແດນ Torkham ໃນເມືອງ Torkham ຂອງປາກິສຖານ, ເມື່ອວັນເສົາ ທີ 18 ມິຖຸນາ 2016.

ອັຟການິສຖານ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ໄດ້ໃຊ້ກອງປະຊຸມສຸດຍອດ
ໃນພາກພື້ນ ເພື່ອຮຽກຮ້ອງໃຫ້ ປາກິສຖານ ເປີດຄືນໃໝ່ ຢ່າງເປັນທາງການ ດ່ານຂ້າມ
ຊາຍແດນ ລະຫວ່າງສອງປະເທດ ໂດຍກ່າວວ່າ ການຕັ້ງກຳແພງ ການຄ້າ ການຂົນ​ສົ່ງ​
ສິນຄ້າ​ຜ່ານ​ແດນ ແລະ ການເຄືອນຍ້າຍຂອງປະຊາຊົນ ນັ້ນ ແມ່ນເປັນການທ້າທາຍຕໍ່
ເປົ້າໝາຍ ຂອງການສົ່ງເສີມການຮ່ວມມື ດ້ານເສດຖະກິດ ພາຍໃນກຸ່ມບັນປະເທດ
ທີ່ເຂົ້າຮ່ວມກອງປະຊຸມນີ້.

ປ້າຍໂຄສະນາທັງຫຼາຍ ສະແດງໃຫ້ເຫັນ ບັນດາປະທານາທິບໍດີ ຂອງ Azerbiajan, Kazakhstan ແລະ Turkey ຢູ່ຖະໜົນສາຍຫລັກ ເພື່ອສະແດງຄວາມເຖິງຄວາມຍິນດີຕ້ອນຮັບ ພວກເພິ່ນສູ່ນະຄອນຫຼວງ ອິສລາມາບັດ ຂອງປາກິສຖານ, ວັນທີ 28 ກຸມພາ 2017.

ໃນວັນພຸດມື້ນີ້ ອິສລາມາບັດ ຊຶ່ງເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອົງການການ
ຮ່ວມມື ທາງເສດຖະກິດຂອງ 10 ປະເທດ ຫຼື ECO ໄດ້ປິດດ່ານຂ້າມຊາຍແດນຂອງຕົນ
ທັງໝົດເມື່ອສັບປະດາແລ້ວນີ້ ​ໂດຍກ່າວອ້າງວ່າ ພວກຫົວຮຸນແຮງ ໄດ້ວາງແຜນ ແລະ
ໄດ້ທຳການໂຈມຕີກໍ່ການຮ້າຍຫຼາຍຄັ້ງ ເມື່ອບໍ່ດົນມານີ້ ໃນທົ່ວປະເທດ ໂດຍເລີ້ມມາ
ຈາກດິນແດນຂອງອັຟການິສຖານ.

ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif ໄດ້ເປັນປະທານກອງ ປະຊຸມ
ດັ່ງກ່າວ ບ່ອນທີ່ປະທານາທິບໍດີ ຂອງອີຣ່ານ ແລະ ເທີກີ ພ້ອມດ້ວຍ ປະທານາທິບໍດີ
ຂອງຫຼາຍປະເທດ ໃນ​ເຂດເອເຊຍກາງ ກໍໄດ້ເຂົ້າຮ່ວມນຳດ້ວຍ.

ເອກອັກຄະລັດຖະທູດອັຟການິສຖານປະຈຳປາກິສຖານ ທ່ານ Hazrat Omer
Zakhilwal ທີ່ຕາງໜ້າໃຫ້ແກ່ລັດຖະບານຂອງທ່ານ ຢູ່ທີ່ກອງປະຊຸມ ໄດ້ເນັ້ນໃຫ້ເຫັນ
​ເຖິງຄວາມຈຳເປັນສຳລັບ ການແຍກອອກຈາກກັນ ລະຫວ່າງເສດຖະກິດ ແລະ ການ
ເມືອງ ເພື່ອທີ່ຈະສົ່ງເສີມ ພາລະກິດຂອງ ECO ໃນການພົວພັນຢູ່ໃນພາກພື້ນ ເພື່ອ
ຄວາມຈະເລີນຮຸ່ງເຮືອງ ໃນດ້ານເສດຖະກິດ.

ຊາວປາກິສຖານ ໂຮມຊຸມນຸມປະທ້ວງ ການປິດດ່ານຂ້າມຊາຍແດນ ລະຫວ່າງ ປາກິສຖານ ແລະ ອັຟການິສຖານ.
ຊາວປາກິສຖານ ໂຮມຊຸມນຸມປະທ້ວງ ການປິດດ່ານຂ້າມຊາຍແດນ ລະຫວ່າງ ປາກິສຖານ ແລະ ອັຟການິສຖານ.

ທ່ານໄດ້ກ່າວວ່າ “ພວກດ່ານຂ້າມຊາຍແດນ ບັດນີ້ໄດ້ຖືກປິດລົງ ເປັນເວລາປະມານ
ສອງສັບປະດາແລ້ວ ເຮັດໃຫ້ເກີດຄວາມຫຍຸ້ງຍາກ ຢ່າງຫຼວງຫຼາຍ ຕໍ່ປະຊາຊົນ
ທຳມະດາ ແລະ ເຮັດໃຫ້ການຄ້າຂາຍເສຍຫາຍ ໂດຍທັງສອງຝ່າຍ. ພວກເຮົາບໍ່
ສາມາດ ພົວພັນກັນໄດ້ໃນພາກພື້ນ ຖ້າໃນເວລາດຽວກັນນີ້ ພວກເຮົາຍັງສືບຕໍ່
ທີ່ຈະຈັດຕັ້ງປະຕິບັດ ການ​ສ້າງກຳແພງການຄ້າ ການຂົນ​ສິນຄ້າ​ຜ່ານແດນ ແລະ
ການເຄື່ອນຍ້າຍຂອງປະຊາຊົນ ລະຫວ່າງກັນຢູ່ນັ້ນ.”

ທ່ານ Zakhil ໄດ້ເຂົ້າຮ່ວມກອງປະຊຸມ ໃນຖານະເປັນທູດພິເສດ ຂອງປະທານາທິບໍດີ
ອັຟການິສຖານ Ashraf Ghani.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG