ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Armstrong ວ່າ ຈະບອກຄວາມຈິງ ກັບລູກຊາຍ ຂອງທ່ານ


ທ່ານ Lance Armstrong ໃຫ້ສໍາພາດກັບ ທ່ານນາງ Oprah Winfrey ໃນວັນທີ 14 ມັງກອນ 2013
ທ່ານ Lance Armstrong ໃຫ້ສໍາພາດກັບ ທ່ານນາງ Oprah Winfrey ໃນວັນທີ 14 ມັງກອນ 2013
ທ່ານ Lance Armstrong ນັກຂີ່ລົດຖີບສະຫະລັດທີ່ໜ້າອັບ
ອາຍເວົ້າວ່າ ລູກຊາຍອາຍຸ 13 ປີຂອງທ່ານ ມີຄວາມເຊື່ອໝັ້ນ ໃນຕົວທ່ານແລະບໍ່ເຄີຍຖາມທ່ານກ່ຽວກັບການກ່າວຫາເລື້ອງ
ໃຊ້ຢາຊູກໍາລັງຈັກເທື່ອ.

ທ່ານ Armstrong ໄດ້ກ່າວຢູ່ໃນການສໍາພາດ ຕອນທີສອງ ກັບຜູ້ຈັດລາຍການລົມກັນທາງໂທລະພາບ ຫຼື talk show
ທ່ານນາງ Oprah Winfrey ວ່າທ່ານຮູ້ດີວ່າ ທ່ານ ຕ້ອງໄດ້ ບອກຄວາມຈິງກັບລູກຊາຍຂອງທ່ານ, ທ້າວ Luke, ເມື່ອທ່ານ
ເຫັນລາວ ຊຶ່ງ ເປັນຜູ້ກ່າວປົກປ້ອງທ່ານ ໂດຍໄດ້ບອກຄົນອື່ນວ່າ “ສິ່ງທີ່ພວກເຈົ້າເວົ້າກ່ຽວກັບພໍ່ຂອງ ຂ້ອຍນັ້ນແມ່ນບໍ່ເປັນຄວາມຈິງ.”

ທ່ານ Armstrong ທີ່ນໍ້າຕາຄໍໜ່ວຍ ກ່າວຕໍ່ນາງ Winfrey ວ່າ ລາວໄດ້ບອກລູກຂອງ ທ່ານ ບໍ່ໃຫ້ກ່າວປົກປ້ອງທ່ານອີກຕໍ່ໄປ. ທ່ານ Armstrong ເວົ້າວ່າ ທ່ານໄດ້ບອກທ້າວ Luke ວ່າ ໃຫ້ເວົ້າແຕ່ວ່າ ເອີພໍ່ຂອງຂ້ອຍເວົ້າວ່າລາວເສຍໃຈກ່ຽວກັບເລື່ອງນີ້.

ນັກກິລາທີ່ໄດ້ອອກກິນເບ້ຍບໍານານ ແລະເສຍກຽດສັກສີທ່ານນີ້ເວົ້າວ່າ ສາກນຶ່ງຂອງການ ສໍາພາດທີ່ອອກອາກາດໄປໃນວັນສຸກຜ່ານມານັ້ນ ໃນການເປີດເຜີຍ ກ່ຽວກັບການໃຊ້ຢາຊູ ກໍາລັງຂອງທ່ານ ໄດ້ເຮັດໃຫ້ແມ່ຂອງທ່ານ “ເສຍໃຈຢ່າງໜັກ.”

ນອກນັ້ນທ່ານຍັງກ່າວວ່າ ໃນຂະນະທີ່ທ່ານຄິດວ່າທ່ານຄວນຖືກລົງໂທດ ແຕ່ທ່ານເຊື່ອວ່າ ທ່ານບໍ່ສົມຄວນທີ່ຈະຖືກເກືອດຫ້າມບໍ່ໃຫ້ເຂົ້າຫລິ້ນໃນກິລານີ້ຕະຫລອດຊີວິດ ທີ່ວາງອອກ ໂດຍອົງການຕ້ານການໃຊ້ຢາຊູກໍາລັງຂອງສະຫະລັດ.

ທ່ານ Armstrong ຍອມຮັບວ່າ ໄດ້ໃຊ້ຢາຊູກໍາລັງແທ້ ເພື່ອຊ່ວຍໃຫ້ຊະນະການແຂ່ງຂັນ Tour de France ທັງໝົດ 7 ຄັ້ງ ນັບແຕ່ປີ 1999 ຈົນເຖິງປີ 2005.
XS
SM
MD
LG