ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Lance Armstrong ຖືກປົດ ຕໍາແໜ່ງແຊ້ມ Tour de France ທັງໝົດ (ສະ​ໄລ​ດ໌)


Lance Armstrong ຢືນຢູ່ເທິງເວທີ ສະຫຼອງຄົບຮອບ 15 ປີ ຂອງອົງການການກຸສົນວິໄຈໂຣກມະເຮັງ Livestrong, ທີ່ເມືອງອອສຕິນ ລັດເທັກຊັສ, ວັນທີ 19 ຕຸລາ 2012.
Lance Armstrong ຢືນຢູ່ເທິງເວທີ ສະຫຼອງຄົບຮອບ 15 ປີ ຂອງອົງການການກຸສົນວິໄຈໂຣກມະເຮັງ Livestrong, ທີ່ເມືອງອອສຕິນ ລັດເທັກຊັສ, ວັນທີ 19 ຕຸລາ 2012.
ອົງການບໍລິຫານກິລາຂີ່ລົດຖີບ ໄດ້ປົດ Lance Armstrong
ນັກຖີບລົດທີ່ໂດ່ງດັງຂອງສະຫະລັດ ອອກຈາກຕໍາແໜ່ງແຊ້ມ
ແຂ່ງລົດຖີບ “Tour de France” 7 ຄັ້ງທີ່ເຂົາໄດ້ຮັບມານັ້ນ
ແລະຫ້າມແຂ່ງລົດຖີບອີກ ໄປຕະຫຼອດຊີວິດ.

ສະຫະພັນແຂ່ງລົດຖີບນາໆຊາດໄດ້ປະກາດໃນວັນຈັນວານນີ້
ວ່າ ຕົນໄດ້ຮັບເອົາການລົງໂທດ ໃນເດືອນສິງຫາ ຈາກອົງການ
ຕໍ່ຕ້ານການໃຊ້ຢາຊູກໍາລັງຂອງສະຫະລັດ ທີ່ໄດ້ປົດຕໍາແໜ່ງ
ແຊ້ມປ້ຽນທີ່ ທ່ານ Lance Armstrong ທີ່ໄດ້ຮັບມາຕັ້ງແຕ່ປີ
1999 - 2005 ນັ້ນ.

ອົງການອາຫານແລະຢາຂອງສະຫະລັດ ຫຼື USADA ໄດ້ນໍາ
ເອົາເອກກະສານ 1,000 ໜ້າເຈ້ຍອອກມາເປີດເຜີຍ ທີ່ປະກອບ
ດ້ວຍຫລັກຖານຕ່າງໆທີ່ຕົນໄດ້ຄົ້ນພົບ ໃນລະຫວ່າງການສືບ
ສວນສອບສວນກ່ຽວກັບນັກແຂ່ງລົດຖີບ ໄວ 41 ປີ ຄົນນີ້ທີ່ກະ
ສຽນໄປແລ້ວນັ້ນ ຊຶ່ງຮວມທັງຄໍາໃຫ້ ການຂອງອະດີດເພື່ອນ
ຮ່ວມທີມແຂ່ງລົດຖີບດຽວກັນ 11 ຄົນ.

ທ່ານ Lance ໄດ້ປະຕິເສດຕໍ່ການກ່າວຫາ ມາເປັນເວລາ
ຫຼາຍໆປີໂດຍກ່າວວ່າລາວບໍ່ເຄີຍໄດ້ຖືກກວດເລືອດ ພົບວ່າ ມີສານຂອງຢາຊູກໍາລັງ ທີ່ຫ້າມໃຊ້ ໃນລະຫວ່າງທີ່ທ່ານດໍາເນີນ ອາຊີບແຂ່ງລົດຖີບຢູ່ນັ້ນ.

ບໍລິສັດຜູ້ອຸບປະຖໍາລາຍໃຫຍ່ໆ ໄດ້ປົດທ່ານ Lance Armstrong ອອກຈາກການເປັນຕົວ
ແທນໂຄສະນາຜະລິດຕະພັນຂອງຕົນ ໃນອາທິດແລ້ວນີ້ ໃນການເຄື່ອນໄຫວຕອບຕໍ່ລາຍ
ງານຂອງອົງການອາຫານແລະຢາຂອງສະຫະລັດ ຊຶ່ງຮວມທັງບໍລິສັດຜະລິດເຄຶ່ອງນຸ່ງກິລາ
Nike ບໍລິສັດເບຍ Anheuser-Busch ແລະ ບໍລິສັດຜະລິດລົດຖີບ Trek.

ທ່ານໄດ້ລາອອກຈາກ ການເປັນປະທານຂອງອົງການກຸສົນ “Livestrong” ທີ່ເພິ່ນເອງ
ເປັນຜູ້ສ້າງຕັ້ງຂຶ້ນມາ ເພື່ອຫາເງິນທຶນເພື່ອການວິໄຈ ໂຣກມະເຮັງ ເມື່ອດົນກວ່າ ນຶ່ງທົດ
ສະວັດມາແລ້ວນັ້ນ ຫຼັງຈາກທີ່ລອດຊີວິດຈາກໂຣກມະເຮັງໃນອັນທະ.
XS
SM
MD
LG