ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Armstrong ຍອມຮັບວ່າ ໄດ້ໃຊ້ຢາ ຊູກໍາລັງ ແທ້


ທ່ານ Lance Armstrong ອະດີດແຊມຂີ່ລົດຖີບຂອງໂລກ ຍອມຮັບ ຕໍ່ທ່ານນາງ Oprah Winfrey ວ່າ ຕົນໄດ້ໃຊ້ຢາຊູກໍາລັງ ເພື່ອຊ່ວຍໃຫ້ ຊະນະການແຂ່ງຂັນ Tour de France.
ທ່ານ Lance Armstrong ອະດີດແຊມຂີ່ລົດຖີບຂອງໂລກ ຍອມຮັບ ຕໍ່ທ່ານນາງ Oprah Winfrey ວ່າ ຕົນໄດ້ໃຊ້ຢາຊູກໍາລັງ ເພື່ອຊ່ວຍໃຫ້ ຊະນະການແຂ່ງຂັນ Tour de France.
ມີລາຍງານວ່າ ທ່ານ Lance Armstrong ອະດີດແຊມຂີ່ລົດ
ຖີບຂອງໂລກ ຍອມຮັບວ່າ ໄດ້ໃຊ້ຢາຊູກໍາລັງເພື່ອຊ່ວຍໃຫ້
ຊະນະການແຂ່ງຂັນ Tour de France.

ຂ່າວຈາກຫລາຍແຫລ່ງແຈ້ງໃຫ້ສື່ມວນຊົນຂອງສະຫະລັດຊາບ
ວ່າ ທ່ານ Armstrong ໄດ້ສາລະພາບ ໃນໃຫ້ການສໍາພາດ
ທີ່ສະເທືອນອາລົມ ໃນວັນຈັນວານນີ້ ແກ່ຜູ້ຈັດລາຍການລົມກັນທາງໂທລະພາບ ຫຼື talk show ທ່ານນາງ Oprah Winfrey. ທັງທ່ານນາງ Winfred ແລະທ່ານ Armstrong ຕ່າງ
ກໍບໍ່ໄດ້ເປີດເຜີຍລາຍລະອຽດເພີ້ມເຕີມຫຍັງເລີຍກ່ຽວກັບການສົນທະນາ ຊຶ່ງຈະອອກ ອາກາດໃນວັນພະຫັດ ຈະມາເຖິງນີ້.

ທ່ານ Armstrong ອາຍຸ 41 ປີ ທີ່ລອດຊີວິດຈາກການເປັນໂຣກມະເຮັງ ໄດ້ປະຕິເສດຕໍ່ ການກ່າວຫາ ມາເປັນເວລາດົນນານແລ້ວວ່າ ທ່ານບໍ່ໄດ້ໃຊ້ຢາຊູກໍາລັງເຖິງແມ່ນຈະມີ ຂ່າວ ລືກັນມາເປັນເວລາຫຼາຍໆປີແລ້ວກໍຕາມ.

ໃນເດືອນສິງຫາຜ່ານມາ ທ່ານ Armstrong ໄດ້ຖືກປົດອອກຈາກການທໍາສະຖິຕິທີ 7 ຄັ້ງ ໃນການຄອງຕຳແໜ່ງແຊ້ມ Tour de France ລຸນຫລັງທີ່ອົງການຕ້ານການໃຊ້ຢາຊູ ກໍາລັງຂອງສະຫະລັດ ເວົ້າວ່າ ຕົນມີຫລັກຖານວ່າທ່ານ Armstrong ມີສ່ວນກ່ຽວຂ້ອງ ສຳຄັນ ໃນໂຄງການໃຊ້ຢາຊູກໍາລັງທີ່ສະລັບຊັບຊ້ອນ ຢ່າງຜິດກົດໝາຍນັ້ນ.
XS
SM
MD
LG