ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສໍາພັນ​ທະ​ມິດ​ລາວອະ​ເມ​ຣິ​ກັນ ​ຫລື LANA ຈະຈັດ​ກອງ​ປະຊຸມ​ຫຼວງ


ກອງປະຊຸມຫຼວງຄັ້ງທໍາອິດທີ່ San Francisco, California
ກອງປະຊຸມຫຼວງຄັ້ງທໍາອິດທີ່ San Francisco, California

ໃນລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ໃນແລງມື້ນີ້ ນາງສາວ ອະນະສອນ ສິລິວົງໄຊ ພ້ອມກັບ ທ່ານ ຫຸມເເພງ ເພງສົມພອນ ສະມາຊິກສະພາອໍານວຍການຂອງ ອົງການສໍາພັນທະມິດລາວ-ອະເມຣິກັນ ຫຼື Laotian-American National Alliance (LANA) ຈະມາໂອ້ລົມກັບ VOA ເຖິງຈຸດປະສົງຂອງການຈັດກອງປະຊຸມຫຼວງຂຶ້ນ ໃນວັນ ທີ 5-6 ເດືອນສິງຫາ ທີ່ຈະມາເຖິງນີ້ ຢູ່ນະຄອນຫລວງວໍຊິງຕັນ ດີຊີ. ເຊິນທ່ານຕິດຕາມ ອ່ານແລະຟັງບົດສໍາພາດ ຈາກວັນນະສອນໄດ້.

ອົງການ​ສໍາພັນ​ທະ​ມິດ​ລາວ-ອະ​ເມ​ຣິ​ກັນ​ ​ຈະຈັດ​ກອງ​ປະຊຸມ​ຫຼວງຂຶ້ນ​ໃນ​ວັນ​ທີ 5-6 ​ເດືອ​ນ
ສິງຫາ​ ທີ່​ຈະ​ມາ​ເຖິງ​ນີ້ ຊຶ່ງ​ມື້ນີ້ທາງ​ປະທານ​ຈັດ​ງານ ​ນາງ​ສາວ​ອະ​ນະ​ສອນ ສີ​ລິ​ວົງ​ໄຊ ​ໄດ້
ມາ​ອະທິບາຍ​ເຖິງການ​ຈັດ​ກອງ​ປະຊຸມ​ຫຼວງ​ຄັ້ງ​ທີ່ 2 ​ເຕົ້າ​ໂຮມ​ນັກ​ວິຊາ​ການ​, ນິສິດ, ນັກ
​ສຶກສາ ​ເຍົາວະ​ຊົນຊາ​ວລາວ​ໃນ​ທົ່ວ​ສະຫະລັດ ​ໃຫ້​ເຫັນ​ເຖິງ​ບົດບາດ​ແລະ​ຄວາມ​ປະພຶດ​ຕົວ
​ເປັນ​ຊາວ​ນຸ່ມ​ທີ່​ດີ​ຫຼື​ບໍ່ ​ເຊັ່ນ​ການ​ດື່ມ​ເຫຼົ້າ​ຫຼື​ ຕິດ​ຢາ​ເປັນ​ຕົ້ນ ນີ້​ແມ່ນ​ເປົ້າ​ໝາຍ​ຫຼັກ​ທີ່​ຕັ້ງ​ໃຈ​ຈັດ​
ໃຫ້​ຊາວ​ນຸ່ມ​ລາວ​ມາ​ຮຽນຮູ້​ຊຶ່ງ​ກັນ​ແລະ​ກັນ ຮຽນ​ຮູ້​ນໍາ​ຜູ້​ໃຫຍ່, ຜູ້​ອະ​ວຸ​ໂສ ຊຶ່ງ​ອະນະ​ສອນ​
ໄດ້​ອະທິ​ບາຍ​ໃຫ້​ຟັງ ດັ່ງບົດສໍາພາດຂ້າງລຸ່ມນີ້:

ອະນະສອນ ແລະເຈົ້າດາຣາ​ກັບທີມ LANA
ອະນະສອນ ແລະເຈົ້າດາຣາ​ກັບທີມ LANA


ບຸກຄົນ​ສໍາຄົນທີ່ຢູ່​ເບື້ອງ​ຫຼັງ​ທີ່ເປັນ​ທີ່​ປຶກສາ​ໃຫ້​ອົງການ​ດັ່ງກ່າວ ກໍ​ຄື​ທ່ານ ຫຸມ​ແພງ ​ເພັງ​ສົມ​ພອນ ຫຼື Howard ​ທີ່​ເປັນ​ສະມາຊິ​ກສະພາອໍານວຍ​ການ​ກໍ​ໄດ້​ເວົ້າ​ເຖິງ​ບົດ​ບາດ​ແລະ​ຄວາມ​ສໍາ​ຄັນ​ຂອງ​ອົງການ LANA ສໍາພັນ​ທະ​ມິດ​ລາວ​ອະ​ເມຣິກາລະ​ດັບ​ຊາດ​ນີ້​ວ່າ:

ທ່ານ​ຫຸມ​ແພງ ​ເພັງ​ສົມ​ພອນ ​ແລະ​ທ່ານ ວິ​ໄລ ຈະ​ເລີນຣາດ
ທ່ານ​ຫຸມ​ແພງ ​ເພັງ​ສົມ​ພອນ ​ແລະ​ທ່ານ ວິ​ໄລ ຈະ​ເລີນຣາດ


ທາງ​ອົງການ LANA (Lao American National Aliance) ​ແມ່​ຖື​ວ່າ​ເປັນ​ອົງການ
ລະດັບຊາດ​ທີ່​ທໍາ​ໜ້າ​ທີ່​ເປັນ​ຕົວ​ກາງ​ເຊື່ອມ​ໂຍງ​ແລະ​ປະສານ​ງານ ຕາງໜ້າ​ໃຫ້ອົງການ​
ນ້ອຍ​ໃຫຍ່​ຂອງ​ແຕ່ລະ​ຂົງ​ເຂດທ້ອງ​ຖິ່ນ ຕາມ​ຫົວ​ເມືອງ​ນ້ອຍ​ໃຫຍ່ ຊຶ່ງ​ທ່ານ​ຫຸມ​ແພງໄດ້ ​ອະທິບາຍ​ເພີ່ມ​ຕື່ມ​ວ່າ:

ການເປີດງານປີໃໝ່ລາວທີ່ທາງ LANA ຮ່ວມ​ເປັນ​ປະທານ
ການເປີດງານປີໃໝ່ລາວທີ່ທາງ LANA ຮ່ວມ​ເປັນ​ປະທານ

ກ່ອນ​ຈົບ​ກັບ​ການ​ສໍາພາດ​ທັງ​ສອງ​ທ່ານ​ກໍ​ໄດ້​ຊວນເຊີ​ນ ຊາວ​ລາວ, ນຸ່ມ​ນ້ອຍ ​ເຍົາວະ​ຊົນ ພ້ອມ​ທັງ​ບັນດາ​ຜູ້​ນໍາ​ຂອງ​ອົງການ​ຈັດ​ຕັ້ງ, ສະມາຄົມ​ຕ່າງໆ​ໃນ​ທົ່ວ​ສະຫະລັດ​ ໃຫ້​ມາ​ມີ​ສ່ວນ​ໃນ​ກອງ​ປະຊຸມ​ຫຼວງ​ຄັ້ງ​ນີ້ ​ເພື່ອ​ຈະ​ໄດ້​ຮຽນ​ຮູ້ ​ເຖິງ​ຄວາມ​ຕ້ອງການ​ແລະ​ຈໍາ​ເປັນ​ຂອງ​ແຕ່ລະ​ໜ່ວຍ​ງານ, ຮວມທັງ​ສະມາຄົມ​ນ້ອຍ​ໃຫຍ່​ທັງຫຼາຍ ​ເພື່ອ​ຄວາມ​ຢູ່​ດີ​ກິນ​ດີ​ແລະ​ມີ​ວັດທະນະ​ທໍາ​ແລະ​ສັງຄົມ​ອັນ​ດີ ​ໃນ​ປະ​ເທດ​ສະຫະລັດ​ອະ​ເມຣິກາ​ ດັ່ງ​ບົດ​ສະຫຼຸບ​ຕໍ່​ໄປ​ນີ້ ​ໂດຍ​ການ​ເປີດ audio file ຂ້າງ​ເທິງຂວາ​ມື​ນີ້ ​ເພື່ອ​ຟັງ​ການ​ສໍາພາດ​ທັງ​ໝົດ​ໄດ້.

XS
SM
MD
LG