ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໄນຈີເຣຍ ຢືນຢັນ ຜູ້ຊາຍ ໄລບີເຣຍ ທີ່ເສຍຊີວິດ ຕິດເຊື້ອ ອີໂບລາ (ວີດີໂອ)


ທ່ານ Lateef Aderemi Ibirogba (ຊ້າຍ) ກຳມາທິການ ດ້ານການຂ່າວແລະຍຸດທະສາດ ຂອງນະຄອນ Lagos ແລະ Dr. Jide Idris ກຳມາທິການດ້ານການແພດ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ກ່ຽວກັບການເສຍຊີວິດ ຂອງຜູ້ເຄາະຮ້າຍ ທີ່ຕິດເຊື້ອອີໂບລາ ຢູ່ນະຄອນ Lagos (25 ກໍລະກົດ 2014)
ທ່ານ Lateef Aderemi Ibirogba (ຊ້າຍ) ກຳມາທິການ ດ້ານການຂ່າວແລະຍຸດທະສາດ ຂອງນະຄອນ Lagos ແລະ Dr. Jide Idris ກຳມາທິການດ້ານການແພດ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ກ່ຽວກັບການເສຍຊີວິດ ຂອງຜູ້ເຄາະຮ້າຍ ທີ່ຕິດເຊື້ອອີໂບລາ ຢູ່ນະຄອນ Lagos (25 ກໍລະກົດ 2014)

ເຈົ້າໜ້າທີ່ໄນຈີເຣຍກ່າວວ່າ ຜູ້ຊາຍຄົນນຶ່ງ ທີ່ເສຍຊີວິດຢູ່ນະຄອນ
Lagos ໃນວັນສຸກວານນີ້ ໄດ້ກວດພົບວ່າຕິດເຊື້ອໄວຣັສອີໂບລາ.

ໄນຈີເຣຍ ແມ່ນປະເທດທີ 4 ໃນເຂດອາຟຣິກາຕາເວັນຕົກ ທີ່ຢືນ
ຢັນວ່າ ມີຄົນຕິດເຊື້ອອີໂບລາ ຊຶ່ງໄດ້ເອົາຊີວິດຫຼາຍຮ້ອຍຄົນແລ້ວ
ໃນປີນີ້ຢູ່ທີ່ Guinea, Sierra Leone ແລະ Liberia.

ທ່ານ Onyebuchi Chukwu ລັດຖະມົນຕີສາທາລະນະສຸກຂອງ
ໄນຈີເຣຍກ່າວວ່າ ຜູ້ຊາຍອາຍຸ 40 ປີຄົນດັ່ງກ່າວ ໄດ້ລົ້ມປ່ວຍ ລຸນ
ຫລັງທີ່ໄດ້ເດີນທາງໄປຮອດ ຈາກນະຄອນ Monrovia ປະເທດ
Liberia ໃນວັນອັງຄານແລ້ວ. ທ່ານກ່າວວ່າ ຄົນເຈັບໄດ້ຖືກສົ່ງໄປ
ໂຮງພະຍາບານແຫ່ງນຶ່ງ ແລ້ວກໍຖືກແຍກ ໃຫ້ໄປຮັກສາຢູ່ຕ່າງຫາກ ຫລັງຈາກໄດ້ສະແດງອາ ການວ່າ ຕິດເຊື້ອອີໂບລາ.

ກໍລະນີຜູ້ຕິດເຊື້ອອີໂບລາ ຢູ່ Guinea, Sierra Leone ແລະ Liberia ມາຮອດວັນທີ 24 ກໍລະກົດ 2014.
ກໍລະນີຜູ້ຕິດເຊື້ອອີໂບລາ ຢູ່ Guinea, Sierra Leone ແລະ Liberia ມາຮອດວັນທີ 24 ກໍລະກົດ 2014.

ທ່ານ Chukwu ເວົ້າວ່າ “ລາວມີອາການເປັນໄຂ້ ຮາກແລະກໍລົງ
ທ້ອງ ເວລາໄປຮອດ ສະໜາມບິນ. ໜ່ວຍງານ ສາທາລະນະສຸກ
ຂອງລັດຖະບານກາງ ປະຈຳສະໜາມບິນ ໄດ້ທຳການແຍກຕົວຜູ້
ໂດຍສານຢ່າງໄວວາ ແລະສົ່ງຜູ້ກ່ຽວໄປຍັງໂຮງໝໍເພື່ອຫລີກລ່ຽງ ບໍ່ໃຫ້ຕິດຕໍ່ໃກ້ຊິດກັບປະຊາຊົນທົ່ວໄປ. ຄົນເຈັບໄດ້ຖືກກວດຢ່າງ ລະອຽດເພື່ອປະເມີນອາການ.”

ລັດຖະມົນຕີສາທາລະນະສຸກໄນຈີເຣຍກ່າວວ່າ ຕົວຢ່າງເລືອດທີ່
ໄດ້ຖືກສົ່ງໄປກວດ ຢູ່ທີ່ຫ້ອງຄົ້ນຄວ້າຫຼາຍໆແຫ່ງໃຫ້ການຢືນຢັນ
ວ່າຄົນປ່ວຍຜູ້ນີ້ຕິດເຊື້ອໄວຣັສແທ້.

ຜູ້ສື່ຂ່າວວີໂອເອ ພະແນກພາສາ Hausa ທີ່ນະຄອນ Lagos ແຈ້ງວ່າ ຜູ້ຊາຍທີ່ເສຍຊີວິດ ມີຊື່ວ່າ Patrick Sawyer ແລະເປັນຄົນສັນຊາດ Liberia.

ໃນມື້ວັນສຸກວານນີ້ ອົງການອະນາໄມໂລກກ່າວວ່າ ເວລານີ້ພະຍາດອີໂບລາໄດ້ເອົາຊີວິດ ຜູ້ຄົນໄປແລ້ວ 660 ຄົນ ຢູ່ໃນເຂດອາຟຣິກາຕາເວັນຕົກ ຄື 314 ຄົນ ຢູ່ Guinea, 219 ຄົນຢູ່ Sierra Leone ແລະ 127 ຄົນຢູ່ Liberia.

WEST AFRICA EBOLA CNPK
please wait

No media source currently available

0:00 0:01:46 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG