ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮັກສາຄວາມປອດໄພ ທີ່ຫລຸດລົງສຳລັບ ນາຍົກລັດຖະມົນຕີ ​ຍີ່​ປຸ່ນ ໄດ້ເຮັດໃຫ້ຫຼາຍຄົນແປກໃຈ

ເຈົ້າໜ້າທີ່ປະຕິບັດກົດໝາຍ ຄວບຄຸມໂຕຊາຍຄົນນຶ່ງ ຫຼັງຈາກມີການລະເບີດ ທີ່ໄດ້ຍິນຢູ່ໃກ້ໆ ນາຍົກລັດຖະມົນຕີ່ຂອງຍິ່ປ່ນ ທ່ານຟູມິໂອະ ກິຊິດະ ທີ່ກຳລັງກ່າວຄຳປາໄສຢູ່ດ້ານນອກ, ໃນເມືອງໄຊກາຊາກິ ຂອງຍີ່ປຸ່ນ, ວັນທີ 15 ເມສາ 2023, ໃນພາບນີ້ ທີ່ເອົາມາຈາກວີດີໂອ. (Twitter @Ak2364N/via Reuters)

ພວກຊາວປະມົງຜູ້ທີ່ໄດ້ພາກັນປ້ຳຊາຍຜູ້ຕ້ອງສົງໄສລົງ ທີ່​ໄດ້ໂຈມຕີນັກການ ເມືອງຂອງຍີ່ປຸ່ນ ຊຶ່ງເປັນຄັ້ງທີສອງໃນຮອບຕ່ຳກວ່ານຶ່ງປີ ໄດ້ກ່າວໃນວັນອາທິດ ວານນີ້ວ່າ ພວກເຂົາຕົກ​ໃຈກັບການຂາດແຄນການຮັກສາຄວາມປອດໄພ ສຳລັບນາຍົກລັດຖະມົນຕີ ຟູມິໂອະ ກິຊິດະ ອີງຕາມອົງການຂ່າວເອພີ. ຊາຍປະມົງຜູ້ນຶ່ງຊື່ວ່າ ຊຸໂຕມຸ ໂກນິຊິ ກຳລັງເບິ່ງທ່ານ ກິຊິດະ ຢູ່ໃນງານໂຄສະນາຫາສຽງ ຢູ່ທີ່ທ່າເຮືອປະມົງ ແຫ່ງນີ້ ເມື່ອມີວັດຖຸອັນນຶ່ງໄດ້ບິນກາຍຫົວໄປ ແລະໄດ້ຕົກລົງໃກ້ກັບທ່ານນາຍົກ ລັດຖະມົນຕີ ຕາມທີ່ທ່ານ ໂກນິຊິ ໄດ້ກ່າວ. ທ່ານໂກນິຊິ ອາຍຸ 41 ປີ ໄດ້ກ່າວອີກວ່າ ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນນຶ່ງ ໄດ້ປົກຄຸມວັດຖຸດັ່ງກ່າວ ດ້ວຍຫີບເອກະສານກັນລູກປືນ. ພວກຊາວປະມົງໄດ້ພາກັນຫຸ້ມເຂົ້າໃສ່ຜູ້ໂຈມຕີ. ທ່ານນາຍົກລັດຖະມົນຕີ ບໍ່ໄດ້ເປັນຫຍັງ ແຕ່ກໍເໝືອນກັນກັບອີກຫຼາຍໆຄົນໃນ ຍີ່ປຸ່ນ ແລະ ທ່ານໂກນິຊິ ກໍໄດ້ຄິດເຖິງເຫດການໃນວັນອາທິດວ່າ ປະເທດຄວນເຮັດແນວໃດ ທີ່ຈະເຮັດໃຫ້ການປົກປ້ອງບຸກຄົນສາທາລະນະທີ່ສຳຄັນທັງຫຼາຍ ດີຂຶ້ນກວ່າເກົ່າ.

“ຂ້ອຍບໍ່ເຄີຍຄິດເລີຍວ່າ ອາຊະກຳແບບນີ້ ຈະເກີດຂຶ້ນໄດ້ໃນບ້ານເມືອງຂອງຂ້ອຍ ເຊິ່ງເປັນພື້ນທີ່ປະມົງທີ່ນ້ອຍ” ທ່ານໂກນິຊິ ອາຍຸ 41 ປີ ໄດ້ກ່າວ ໃນວັນອາທິດວານນີ້ ຂະນະທີ່ລາວຫູບປ໋ອງກະເຟຢູ່ທີ່ທ່າເຮືອ ໄຊກາຊາກິ. ທ່ານກ່າວອີກວ່າ “ຂ້ອຍຍັງຕື່ນແລະຕົກໃຈຢູ່.”

The fishermen who tackled the man suspected of the second attack on a Japanese politician in less than a year said Sunday that they were surprised by the lack of security for Prime Minister Fumio Kishida.

Fisherman Tsutomu Konishi was watching Kishida at a campaign event at this fishing port when an object flew overhead and landed near the prime minister, Konishi said. A security officer covered the object with a bulletproof briefcase, said Konishi, 41. The fishermen swarmed the attacker.

"I never thought a crime like this would happen in my hometown, which is a rather small fishing area," Konishi, 41, said Sunday as he sipped a can of coffee at the port of Saikazaki. "I'm still shocked and stunned."

ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ, ຊ້າຍ, ອ້ອມລ້ອມໂດຍເຈົ້າໜ້າທີ່ຕຳຫຼວດຮັກສາຄວາມປອດໄພ, ເດີນທາງໄປຮອດເມືອງທ່າເຮືອ ໄຊກະຊາກິ ສຳລັບງານໂຄສະນາຫາສຽງການເລືອກຕັ້ງ ໃນເຂດວະກາຢາມະ ທາງພາກຕາເວັນຕົກຂອງຍີ່ປຸ່ນ ເມື່ອວັນເສົາ ທີ 15 ເມສາ 2023.

XS
SM
MD
LG