ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ຂາດ​ແຄນ ເງິນຕາ​ຕ່າງ​ປະ​ເທດ ສົ່ງຜົນໃຫ້ເງິນ​ກີບ ອ່ອນຄ່າລົງ ແລະສິນຄ້າແພງຂຶ້ນ


ທະນາຄານການຄ້າຕ່າງປະເທດມະຫາຊົນ ໃນ ສປປ ລາວ
ທະນາຄານການຄ້າຕ່າງປະເທດມະຫາຊົນ ໃນ ສປປ ລາວ

ການຂາດແຄນເງິນຕາຕ່າງປະເທດ ທີ່ເປັນບັນຫາຍືດເຍື້ອມາໄດ້ຫລາຍທົດສະວັດຂອງ
ລາວຢູ່ແລ້ວ ມາບວກໃສ່ກັບ ຜົນກະທົບຂອງການປິດປະເທດ ແລະທຸລະກິດຕ່າງໆໄວ້
ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດທັງຢູ່ໃນລາວ ແລະຢູ່ໃນໂລກນັ້ນ ໄດ້
ເຮັດໃຫ້ລາຄາສິນຄ້າໃນລາວ ເປັນຕົ້ນແມ່ນອາ ຫານການກິນ ແລະນໍ້າມັນຊຶ່ງເປັນສິນຄ້າ
ທີ່ສໍາຄັນທີ່ສະທ້ອນເຖິງໄພເງີນເຟີ້ໃນລາວ. ກິ່ງສະຫວັນ ມີລາຍລະອຽດຂອງເລື້ອງນີ້
ຈາກນັກຂ່າວຂອງພວກເຮົາມາ ສະເໜີທ່ານໃນອັນດັບຕໍ່ໄປ.

ເຊີນຊົມວີດີໂອ
please wait

No media source currently available

0:00 0:00:59 0:00
ລິງໂດຍກົງ

ສປປ ລາວ ຊຶ່ງເປັນປະເທດທີ່ເສດຖະກິດອີງໃສ່ການຜະລິດກະສິກໍາ ແລະສົ່ງອອກຊັບ
ພະຍາກອນທໍາມະຊາດ ເຊັ່ນແຮ່ຄໍາ ແລະທອງແດງ ແລະໄຟຟ້າ ຈໍາ ນວນນຶ່ງເທົ່ານັ້ນ
ແມ່ນເປັນປະເທດທີ່ມີບັນຫາຂາດດຸນບັນຊີເງິນຕາຕ່າງປະເທດມາແຕ່ດົນນານແລ້ວຊຶ່ງສະພາບການນີ້ ໄດ້ເຮັດໃຫ້ເງິນ​ກີບຂອງລາວມີ​ທ່າ​ອ່ຽງອ່ອນຄ່າລົງໄປເລື້ອຍໆ ເມື່ອ​ທຽບ
ໃສ່ເງິນບາດ ແລະເງິນໂດລາ ດັ່ງການໃຫ້ສໍາພາດ ຂອງພະນັກງານຂັ້ນສູງທະນະຄານ
ການຄ້າຕ່າງປະເທດລາວ ທີ່ໃຫ້ເຫດ ຜົນກ່ຽວກັບໄພເງິນເພີ້ ແລະສິນຄ້າລາຄາແພງ
ຂຶ້ນວ່າ:

ເງິນເພີ້ ຫຼືລາຄາສິນຄ້າແພງຫວາ? ເຮົາຜະລິດບໍ່ໄດ້ເດ ຊື້ແຕ່ເຂົາມາກິນ ອີ່ຫຍັງກະເອົາ
ມານໍາເຂົາໝົດ ນັບຕັ້ງແຕ່ຈົກ ແຕ່ສຽມ ແຕ່ຜັກແຕ່ຫຍ້າ ເຄື່ອງຜະລິດ ແລະລົດພາຫະນະ

ເອົາມາແຕ່ຕ່າງປະເທດໝົດທີບ, ຄັນຊັ້ນກະຫາເງິນຕາໄປໃຊ້ເຂົານະ ຄັນຫາເງິນຕາໄປ
ໃຊ້ເຂົາມັນກະຍາດກັນ ມັນກະແພງ
ລະເນາະ ຈັ່ງຊັ້ນລະເຫດຜົນ, ບໍ່ກ່ຽວປານໃດດອກ
ໂຄວອກໂຄວິດ ມັນກະ ຍາດກັນຊື່ໆ ຊິງກັນແລ້ວກະແພງ ຮອດຍາມຊໍາລະໜີ້ ເຂົາກະ
ຕ້ອງໄດ້ຈ່າຍ
ບໍ່ແມ່ນໂຄວິດນະຍາມອື່ນກະຄືກັນ ຊ່ວງນີ້ເປັນຊ່ວງໃຊ້ໜີ້ເດ ທ້າຍປີກະ
ຕ້ອງ
ໃຊ້ຢູ່, ແຕ່ຜ່ອນກະຜ່ອນ ໜີ້ກະຕ້ອງໃຊ້. ສ່ວນໃຫຍ່ ມັນຕິດພັນກັບຕ່າງປະເທດ.
ພາຍໃນແທ້ກະບໍ່ປານໃດ ເພາະສິນຄ້າຊື້ມາແຕ່ຕ່າງປະເທດສ່ວນໃຫຍ່ 80-90%
ແມ່ນເອົາມາແຕ່ຕ່າງປະເທດໝົດ
. ເຮົາຜະລິດໄດ້ບາງສ່ວນ ກະບໍ່ ກຸ້ມກັນກິນຊໍ້າ. ສຸດ
ທ້າຍ
ກະໃຊ້ເງິນຕາບໍ່ມີເງິນຕາ ເຮົາກະສົ່ງອອກບໍ່ໄດ້ ການສົ່ງອອກຂອງເຮົາມັນໜ້ອຍ.

ອີງຕາມລາຍງານຢູ່ໃນເວັບໄຊທ໌ ຂອງທະນາຄານໂລກ ອັດຕາຂະຫຍາຍຕົວຂອງຜະ
ລິດຕະພັນລວມພາຍໃນຫລື GDP ຂອງລາວໃນປີ 2020 ນີ້ ຈະມີພຽງແຕ່ 1 ເປີເຊັນ
ປາຍເທົ່ານັ້ນ ຊຶ່ງຫລຸດລົງປະມານ 3 ເປີເຊັນຈາກອັດຕາເຕີບໂຕໃນ ປີ 2019 ທີ່ຢູ່ໃນ
ອັດຕາສະ ເລ່ຍ 4.70 ເປີເຊັນນັ້ນ ຊຶ່ງສະພາບການດັ່ງກ່າວ ກໍເຮັດໃຫ້ມີໄພເງິນເຟີ້ຖີບ
ຕົວສູງຂຶ້ນໄປຕາມໆກັນ ດັ່ງຢູ່ໃນລາຍງານ ຂອງອົງການສະເຕຕິສຕາທີ່ເປັນອົງການສໍາ
ຫລວດ ແລະເກັບກໍາສະຖິຕິກ່ຽວກັບເສດຖະກິດ ຢູ່ທົ່ວໂລກສະແດງໃຫ້ເຫັນວ່າ ສະ
ພາບເງິນເຟີ້ໃນລາວຊຶ່ງໃນປັດຈຸບັນ ແມ່ນມີຢູ່ 6.5 ເປີເຊັນນັ້ນ ມີທ່າອ່ຽງເພີ້ມຂຶ້ນຫລາຍ
ໃນປີນີ້ ເມື່ອທຽບໃສ່ປີ 2019 ທີ່ມີຢູ່ 3.32 ເປີເຊັນ ແລະປີ 2018 ທີ່ມີຢູ່ 2.08 ເປີເຊັນ.
ອົງການດັ່ງກ່າວຍັງບອກອີກວ່າ ສິນຄ້າຕົ້ນຕໍທີ່ສົ່ງຜົນສະທ້ອນຕໍ່ດັດຊະນີລາຄາສິນຄ້າ
ຂອງລາວ ກໍຄືອາຫານ ແລະເຄື່ອງດື່ມທີ່ບໍ່ແມ່ນເຫລົ້າ (36.5 ເປີເຊັນ) ແລະ ການຂົນ
ສົ່ງລວມທັງນໍ້າມັນ (24.2 ເປີເຊັນ).

ພ້ອມກັນນັ້ນ ກໍເຮັດໃຫ້ອັດຕາແລກປ່ຽນ ຖີບຕົວສູງຂຶ້ນ ຢ່າງວ່ອງໄວ. ຕົວຢ່າງ ເຊັ່ນອັດຕາແລກປ່ຽນລະຫວ່າງເງິນໂດລາ ແລະເງິນກີບ ແມ່ນເພີ້ມຂຶ້ນປະມານ 6.1 ເປີເຊັນໃນຊ່ວງ
ສອງເດືອນຜ່ານມານີ້ ຈາກອັດຕາ 9,000 ກີບ ຕໍ່ 1ໂດລາ ມາເປັນ 9.550 ກີບ ຕໍ່ 1ໂດລາ
ແລະອັດຕາແລກປ່ຽນເງິນບາດກໍເພີ້ມຂຶ້ນ ປະ ມານ 6,4 ເປີເຊັນໃນໄລຍະດຽວກັນນີ້ ຊຶ່ງ
ຂຶ້ນຈາກ 301 ກີບຕໍ່ 1 ບາດ ມາເປັນ 321 ກີບ ຕໍ່ 1 ບາດ.

ແຕ່ຢ່າງໃດກໍຕາມ ສໍາລັບປະຊາຊົນທົ່ວໄປແລ້ວ ແມ່ນຮູ້ສຶກວ່າ ການລະບາດຢ່າງໜັກຂອງ
ພະຍາດໂຄວິດ 19 ສົ່ງຜົນເຮັດໃຫ້ ການຫາລາຍໄດ້ຝືດເຄືອງຫລາຍຂຶ້ນກວ່າເກົ່າໂດຍສະ
ເພາະຜູ້ທີ່ໃຫ້ບໍລິການດ້ານຂົນສົ່ງ ແລະເອກະສານໃຫ້ຄົນໄປຕ່າງປະເທດ ເຊັ່ນໄປເທດໄທ
ຍ້ອນວ່າການປິດຊາຍແດນກັບປະເທດເພື່ອນບ້ານ ເຮັດໃຫ້ບໍ່ມີຄົນເດີນທາງໄປເຮັດວຽກ
ຫລືດໍາເນີນທຸລະກິດ ຢູ່ໃນປະ ເທດເພື່ອນບ້ານແຫ່ງນັ້ນຫຼາຍ ດັ່ງການໃຫ້ສໍາພາດຂອງຄົນ
ຂັບລົດຕຸກຕຸກ ແລະທັງໃຫ້ບໍລິການ ຂຽນຟອມຂໍວີຊາສໍາລັບຜູ້ທີ່ຕ້ອງການໄປເຮັດວຽກຢູ່
ໄທ ແລະສົ່ງສິນຄ້າໄປຕ່າງປະເທດວ່າ:

“ແຕ່ຊ່ວງກ່ອນໂຄວິດກະພໍໄດ້ຢູ່ ກະພໍມີລູກຄ້າຢູ່ ພໍມີລູກຄ້າປະຈໍາ ເພາະວ່າຂ້ອຍກະແລ່ນ
ຊິບປີງພ້ອມ ຂຽນຟອມກະຂຽນ ຈັດຄີວອອນໄລໃຫ້ຕ່າງປະເທດກະພໍໄດ້ຊ່ວງນັ້ນມາຊ່ວງ
ນີ້ບໍ່ໄດ້ ກ່ອນ ໂຄວິດ ພໍໄດ້ຢູ່, ດຽວນີ້ແລ້ວຮ່າເລີຍ ບໍ່ຮູ້ຄືກັນ ຈັກຊິເຮັດຈັ່ງໃດ ລະບົບວິຊາ
ມັນຈັກຊິເຮັດຈັ່ງໃດ. ”

ສະຫລຸບແລ້ວ ສະພາບສະພາບເງິນເຟີ້ ຊຶ່ງເຮັດໃຫ້ສິນຄ້າແພງແມ່ນມີສອງສາເຫດໃຫຍ່
ຊຶ່ງນັ້ນກໍຄືການຂາດດຸນບັນຊີໝູນວຽນເງິນຕາຕ່າງປະເທດທີ່ເພີ້ມຂຶ້ນ ຊຶ່ງເຮັດໃຫ້ພາກທຸ
ລະກິດໃນລາວ ຕ້ອງການເງິນຕາຕ່າງປະເທດເພື່ອນຳໃຊ້ໃນການຊຳລະ ລາຄາສິນຄ້າທີ່
ນຳເຂົ້າຈາກຕ່າງປເທດ ເພີ້ມຂຶ້ນນັບມື້ ແລະຜົນກະ ທົບ ຂອງການລະບາດຢ່າງໜັກຂອງ
ພະຍາດໂຄວິດ-19 ໃນທົ່ວໂລກ ທີ່ກະທົບໃສ່ເສດຖະກິດທັງໝົດຂອງປະເທດ ກໍຍິ່ງເຮັດ
ໃຫ້ລາວຂາດແຄນເງິນຕາຕ່າງປະ ເທດ ເພື່ອຊໍາລະໜີ້ສິນການຄ້າ ຂາເຂົ້າອີກດ້ວຍ.

XS
SM
MD
LG