ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ການຢຸດ ເຈລະຈາ ເຮັດໃຫ້ກຸ່ມກະບົດ ໃນ ຟີລິບປິນ ມີອຳນາດຂຶ້ນ


ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣີໂກ ດູເຕີເຕ ສະແດງ
ທ່າທີໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ນອກກອງປະຊຸມ
ສຸດຍອດ ອາຊຽນ ໃນເມືອງ ປາເຊ, ນະຄອນຫຼວງ ມະນີລາ, ຟີລິບປິນ. 14 ພະຈິກ, 2017.
ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣີໂກ ດູເຕີເຕ ສະແດງ ທ່າທີໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ນອກກອງປະຊຸມ ສຸດຍອດ ອາຊຽນ ໃນເມືອງ ປາເຊ, ນະຄອນຫຼວງ ມະນີລາ, ຟີລິບປິນ. 14 ພະຈິກ, 2017.

ຄຳສັ່ງຂອງປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣີໂກ ດູເຕີເຕ ໃນເດືອນນີ້ ເພື່ອຍຸຕິ
ການເຈລະຈາສັນຕິພາບ ກັບກຸ່ມຫົວຮຸນແຮງຂອງພວກກະບົດຄອມມູນິສ ອາດກໍ່ໃຫ້
ການປະທະກັນຄັ້ງໃໝ່ ແຕ່ໃນທີ່ສຸດກໍຈະເຮັດໃຫ້ອິດທິພົນທີ່ເສື່ອມໂຊມຢູ່ແລ້ວ ຂອງ
ກຸ່ມດັ່ງກ່າວ ອ່ອນແອລົງໄປຕື່ມ.

ທ່ານ ດູເຕີເຕ ໄດ້ປະກາດການອາວະສານຂອງການເຈລະຈາສັນຕິພາບ ກັບພັກ
ຄອມມູນິສ ແນວໜ້າປະຊາທິປະໄຕແຫ່ງຊາດ ຂອງກອງທັບປະຊາຊົນໃໝ່ ຟີລິບປິນ
ໃນວັນພະຫັດທີ່ຜ່ານມາ, ອີງຕາມການກ່າວຂອງເວັບໄຊທ໌ ຫ້ອງການປະທານາທິບໍດີ.

ທ່ານ ດູເຕີເຕ ໄດ້ຄົ້ນພົບວ່າ ພວກຄອມມູນິສຂາດ “ຄວາມຊື່ສັດ ແລະ ຄຳໝັ້ນສັນ
ຍາ” ຍ້ອນການໂຈມຕີຕໍ່ປະຊາຊົນ ແລະ ຊັບສິນຂອງເຂົາເຈົ້າເມື່ອບໍ່ດົນມານີ້, ອີງຕາມ
ຄໍາເວົ້າຂອງຫ້ອງການຂອງທ່ານ.

ທ່ານ ເອດູອາໂດ ອາຣາຣາລ ຮອງສາສະດາຈານ ພາກວິຊານະໂຍບາຍສາທາລະນະ
ທີ່ມະຫາວິທະຍາໄລ ສິງກະໂປ ກ່າວວ່າ “ຂ້າພະເຈົ້າຄິດວ່າ ທ່ານ ດູເຕີເຕ ຮູ້ຈັກດີ
ແລະ ກອງກຳລັງຕິດອາວຸດກໍຮູ້ຈັກດີວ່າກຸ່ມພວກນີ້ ບໍ່ແມ່ນໄພຂົ່ມຂູ່ ທີ່ໃຫຍ່ໂຕພໍ ທີ່ຕໍ່
ຕ້ານລັດຖະບານ.”

ໃນວັນເສົາທີ່ຜ່ານມາ, ທີ່ປຶກສາ ຫົວໜ້າດ້ານການເມືອງຂອງພັກແນວໜ້າປະຊາທິ
ປະໄຕແຫ່ງຊາດ, ທ່ານ ໂຮເຊ ມາເຣຍ ຊີເຊິນ ໄດ້ເອີ້ນທ່ານ ດູເຕີເຕ ວ່າ “ນັກຂີ້ຕົວະ
ໃຫຍ່.” ທ່ານ ດູເຕີເຕ ໄດ້ກ່າວ ຢູ່ໃນຖະແຫຼງການສະບັບນຶ່ງວ່າ ທ່ານປະທານາທິບໍດີ
ໄດ້ປະຕິຍານວ່າ ຈະສ້າງລັດຖະບານພັນທະມິດ ກ່ອນທ່ານຈະຖືກເລືອກເອົາ ໃນ
ເດືອນພຶດສະພາ 2016, ແຕ່ທ່ານບໍ່ຢາກຈັດຕັ້ງມັນຂຶ້ນມາເລີິຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG