ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂາດການປະຕິຮູບ ທາງດ້ານປະຊາທິປະໄຕ ມີຄວາມສ່ຽງຕໍ່ຄວາມບໍ່ໝັ້ນຄົງ ຢູ່ໃນປະເທດສຣີລັງກາ


ແຟ້ມຮູບ-ເຈົ້າໜ້າທີ່ຕໍາຫຼວດນັບຜູ້ປະທ້ວງ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ, ທ່າມກາງວິກິດການທາງດ້ານເສດຖະກິດ, ໃນນະຄອນຫຼວງໂຄລອມໂບ, ປະເທດສຣີລັງກາ, ວັນທີ 30 ສິງຫາ 2022.
ແຟ້ມຮູບ-ເຈົ້າໜ້າທີ່ຕໍາຫຼວດນັບຜູ້ປະທ້ວງ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ, ທ່າມກາງວິກິດການທາງດ້ານເສດຖະກິດ, ໃນນະຄອນຫຼວງໂຄລອມໂບ, ປະເທດສຣີລັງກາ, ວັນທີ 30 ສິງຫາ 2022.

ລາຍງານກ່ຽວກັບສະຖານະການທາງດ້ານສິດທິມະນຸດຢູ່ໃນປະເທດສຣີລັງກາ ໄດ້ຮຽກ​ຮ້ອງໃຫ້ລັດຖະບານທີ່​ຫາ​ກໍໄດ້ຮັບການເລືອກຕັ້ງໃໝ່ ​ຈັດ​ຕັ້ງ​ປະ​ຕິ​ບັດການປະຕິຮູບປະຊາທິປະໄຕແລະປາບ​ປາມ​ການ​ກະ​ທຳ​ຜິດ​ທີ່​ບໍ່​ຖືກ​ລົງໂທດ ເພື່ອປ້ອງກັນບໍ່ໃຫ້ມີການລະເມີດສິດທິມະນຸດຂຶ້ນມາອີກຄັ້ງ. ບົດລາຍງານໄດ້ຖືກສົ່ງໄປເຖິງສະພາສິດທິມະນຸດຂອງອົງການສະຫະປະຊາຊາດ ໃນວັນຈັນແລ້ວນີ້. ລິຊາ ສໄລນ໌ ມີລາຍງານຈາກນະຄອນເຈເນວາ, ເຊິ່ງ ທິບສຸດາຈະ​ນຳ​ເອົາລາຍ ລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການປະທ້ວງໄດ້ແຜ່ລາມໄປຢ່າງກວ້າງຂວາງກ່ຽວກັບສະຖານະການເງິນເຟີ້ຢູ່ໃນລະດັບທີ່ໜ້າຕົກໃຈ, ສະພາບການຂາດແຄນນໍ້າມັນເຊື້ອໄຟ, ອາຫານ, ຢາປົວພະ ຍາດແລະສິ່ງຈໍາເປັນອື່ນໆ ໄດ້ເຮັດໃຫ້ປະທານາທິບໍດີຄົນກ່ອນຕ້ອງໄດ້ລາອອກຈາກຕໍາແໜ່ງໃນວັນທີ 14 ກໍລະກົດ. ນຶ່ງອາທິດຕໍ່ມາ, ປະທານາທິບໍດີຄົນໃໝ່ກໍໄດ້ຮັບເລືອກຕັ້ງໂດຍລັດຖະສະພາ.

ການມອບໂອນອໍານາດ ແມ່ນດໍາເນີນໄປໂດຍສັນຕິ ແລະສະຫງົບ. ຢ່າງໃດກໍຕາມ, ຮັກ​ສາ​ການ ​ຂ້າ​ຫຼວ​ງ​ໃຫຍ່ດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ທ່ານນາງນາດາ ອາລ-ນາຊິຟ, ໄດ້ສະແດງຄວາມກັງວົນກ່ຽວກັບການດໍາເນີນງານບາງຢ່າງຂອງລັດຖະບານໃໝ່ໃນຊ່ວງບໍ່ເທົ່າໃດອາທິດມານີ້. ເຊິ່ງທ່ານ ນາງ ອາລ-ນາຊິຟ ກ່າວວ່າ:

“ຜູ້ນໍາ ແລະສະມາຊິກຂອງຂະບວນການປະທ້ວງ ລວມທັງ ສະຫະພັນ​ກຳ​ມະ​ບານຈໍານວນຫຼາຍ ໄດ້ຖືກຈັບ. ສິ່ງທີ່ເຮັດໃຫ້ຕົກໃຈຫຼາຍ ແມ່ນການນໍາໃຊ້ກົດ​ໝາຍ​ຕໍ່​ຕ້ານການກໍ່ການຮ້າຍ ແລະຈັບໂຕຫົວໜ້ານັກສຶກສາສາມຄົນ ໃນວັນທີ 18 ສິງຫາ. ຂ້າພະເຈົ້າຂໍຮຽກຮ້ອງໃຫ້ລັດຖະບານ ຈົ່ງຢ່າກັບຄືນໄປເພິ່ງພາກົດໝາຍຄວາມໝັ້ນຄົງທີ່ເຂັ້ມງວດ, ແຕ່ໃຫ້ນໍາໃຊ້ການດໍາເນີນງານໄປໃນທາງບວກ ເພື່ອນໍາໄປສູ່ການປະທ້ວງທີ່ສັນຕິ, ການປຶກສາຫາລືໃນລັກສະຕໍາໜິຕິຕຽນແລະ ການອະ​ພິ​ປາຍຕ່າງໆ.”

ທ່ານນາງກ່າວວ່າ ລັດຖະບານຍັງມີໂອກາດໃໝ່ ໃນການບັງຄັບ ແລະຄວບຄຸມສະຖານະການຂອງປະເທດ ໃຫ້ໄປໃນທາງທີ່ຖືກຕ້ອງຕາມກົດໝາຍ ແລະການປະນີປະນອມກັນ ເພື່ອຈັດການກັບ​ຮາກ​ເຫງົ້າ​ຂອງຄວາມຂັດແຍ້ງ. ການເຮັດສົງຄາມ​ກາງ​ເມືອງທີ່ຍາວນານເປັນເວລາ 26 ປີ, ໂດຍສິ້ນສຸດລົງ​ເມື່ອ 13 ປີທີ່ຜ່ານມາ. ແນວໃດກໍຕາມ, ທ່ານນາງ ອາລ-ນາຊິຟ ໄດ້​ໃຫ້ຂໍ້ສັງເກດວ່າ ຜູ້ລອດຊີວິດຫຼາຍສິບພັນຄົນຍັງບໍ່ທັນຮູ້ ກ່ຽວກັບຊະຕາກໍາຂອງບຸກຄົນທີ່ພວກເຂົາຮັກ ເຊິ່ງໄດ້ຫາຍສາບສູນໄປ, ເຊັ່ນດຽວກັນ ພວກເຂົາກໍຍັງບໍ່ໄດ້ຮັບຄວາມຍຸຕິ ທໍາ ແລະການຊົດເຊີຍຄ່າເສຍຫາຍ.

ຮັກສາການຂ້າຫຼວງໃຫຍ່ສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານນາງນາດາ ອາລ-ນາຊີຟ ກ່າວປາໄສຢູ່ທີ່ຫ້ອງການຂອງອົງການສະຫະປະຊາຊາດ ປະຈໍານະຄອນເຈເນວາ, ວັນທີ 12 ກັນຍາ 2022.
ຮັກສາການຂ້າຫຼວງໃຫຍ່ສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານນາງນາດາ ອາລ-ນາຊີຟ ກ່າວປາໄສຢູ່ທີ່ຫ້ອງການຂອງອົງການສະຫະປະຊາຊາດ ປະຈໍານະຄອນເຈເນວາ, ວັນທີ 12 ກັນຍາ 2022.

ທ່ານນາງ ກ່າວວ່າ ສົມຄວນຕ້ອງມີການຮັບຜິດຊອບຕໍ່ການລະເມີດສິດທິມະນຸດ ແລະການລ່ວງ​ລະ​ເມີດ​ຕ່າງໆໃນອະດີດທີ່ຜ່ານມາ. ທ່ານນາງ​ກ່າວ​ຢ້ຳວ່າ ລັດຖະ ບານຄວນຖື​ເອົາໂອກາດນີ້ ເພື່ອປ່ຽນແປງສະ​ຖາ​ນະ​ການ​ພາຍໃນປະເທດ ເພື່ອແກ້ໄຂຄວາມຜິດພາດທັງຫຼາຍເຫຼົ່ານີ້, ເຊິ່ງທ່ານນາງ ອາລ-ນາຊີຟ ກ່າວວ່າ:

“ການ​ກະ​ທຳ​ຜິດ​ທີ່​ບໍ່​ຖືກ​ລົງໂທດ ຍັງຄົງເປັນອຸປະສັກທີ່ສໍາຄັນໃນການ​ປົກ​ຄອງ​ດ້ວຍ​ຕົວ​ບົດກົດໝາຍ, ການປອງດອງ​ຊາດ, ພ້ອມທັງສັນຕິພາບ ແລະການພັດທະນາທີ່ຍືນຍົງຂອງສຣີລັງກາ. ການ​ກະ​ທຳ​ຜິດ​ທີ່​ບໍ່​ຖືກ​ລົງໂທດ ຍັງຄົງຜັກດັນຈິດໃຈຂອງຜູ້ທີ່ທໍາການລະເມີດສິດທິມະນຸດ, ແລະເຮັດໃຫ້ເກີດມີການສໍ້ລາດບັງຫຼວງ ແລະໃຊ້ອໍານາດໄປໃນທາງທີ່ຜິດ, ເຊັ່ນດຽວກັບການກໍ່ໃຫ້ເກີດມີບັນຫາຄວາມຂັດແຍ້ງທາງດ້ານເສດຖະກິດ.”

ໃນການຕອບໂຕ້, ລັດຖະມົນຕີກະຊວງການຕ່າງປະເທດຂອງສຣີລັງກາ ທ່ານອາລີ ຊາບຣີ (Ali Sabry) ກ່າວວ່າ ລັດຖະບານແມ່ນ​ຮູ້​ເລື້ອງ​ດີ ​ກ່ຽວ​ກັບສະ ພາບການທີ່ຫຍຸ້ງຍາກລໍາບາກທາງດ້ານເສດຖະກິດ ແລະສັງຄົມ ທີ່ປະຊາຊົນຂອງປະເທດກໍາລັງປະເຊີນຢູ່, ແລະກໍາລັງດໍາເນີນການຊັ່ງຊາເບິ່ງ ເພື່ອປັບ​ປຸງສະຖານະການຂອງພວກເຂົາເຈົ້າໃຫ້ດີຂຶ້ນ. ທ່ານກ່າວວ່າ ຍັງ​ມີການ​ເອົາ​ບາດ ກ້າວຕ່າງໆ ເພື່ອເສີມສ້າງລັດຖະບານປະຊາທິປະໄຕໃຫ້ເຂັ້ມແຂງຂຶ້ນ ແລະຕໍ່ ຕ້ານການສໍ້ລາດບັງຫຼວງ.

ທ່ານກ່າວຕື່ມວ່າ ຄວາມກັງວົນທີ່​ຮີບ​ດ່ວນກໍຄື ການຟື້ນຟູລະບົບເສດຖະກິດຂອງປະເທດ, ແຕ່ການ​ສ້າງຄວາມກ້າວໜ້າທາງດ້ານສິດທິມະນຸດ ຢູ່ໃນສຣີລັງກາ ກໍມີຄວາມສໍາຄັນເທົ່າໆກັນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG