ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວັນຈັນມື້ນີ້ ເປັນວັນແຮງງານ ຢູ່ໃນສະຫະລັດ


ຜູ້ຄົນລໍຖ້າເບິ່ງ ການສະແດງໂຕ້ຄື້ນ ຫລື Surfing ນໍ້າຈືດ ໃນ ເມືອງ Sheboygan, ລັດ Wisconsin, ເມື່ອວັນທີ 1 ກັນຍາ 2012, ເນື່ອງໃນວັນສຸດສັບປະດາຍາວ ຫລື long weekend ເພື່ອສະຫລອງວັນແຮງງານຢູ່ໃນສະຫະລັດ .
ຜູ້ຄົນລໍຖ້າເບິ່ງ ການສະແດງໂຕ້ຄື້ນ ຫລື Surfing ນໍ້າຈືດ ໃນ ເມືອງ Sheboygan, ລັດ Wisconsin, ເມື່ອວັນທີ 1 ກັນຍາ 2012, ເນື່ອງໃນວັນສຸດສັບປະດາຍາວ ຫລື long weekend ເພື່ອສະຫລອງວັນແຮງງານຢູ່ໃນສະຫະລັດ .
ວັນຈັນມື້ນີ້ແມ່ນວັນແຮງງານຢູ່ໃນສະຫະລັດ ຊຶ່ງເປັນເວລາໃຫ້
ກຽດແກ່ ການປະກອບສ່ວນຂອງບັນດາແຮງງານຂອງປະເທດ.
ເມື່ອບໍ່ດົນມານີ້ບັນດາຄົນງານທັງຫຼາຍໃນສະຫະລັດໄດ້ຕົກຢູ່
ໃນໄລຍະທີ່ຝືດເຄືອງທີ່ສຸດ ຄືອັດຕາການວ່າງງານສູງ ໃຂະນະ
ທີ່ຄ່າແຮງງານແລະສະວັດດີການອື່ນໆສືບຕໍ່ຕົກຕໍ່າລົງ ເຊ່ນດຽວ
ກັນກັບຖັ້ນແຖວຂອງອົງການຈັດຕັ້ງຂອງພວກແຮງງານ ຫລືສະ
ຫະພັນກໍາມະບານ. ທອງປານ ນັກຂ່າວຂອງເຮົາ ລາຍງານວ່າ:

“ຖັ້ນແຖວຫລືຈໍານວນສະມາຊິກຂອງສະຫະພັນແຮງງານນັ້ນ
ໄດ້ຫລຸດ ຕໍ່າລົງເຖິງ 50 ເປີເຊັນ ຕະຫຼອດໄລຍະ 40 ປີຜ່ານນີ້.
ນັກເສດຖະສາດຫຼາຍຄົນຄິດວ່າ ການຫລຸດນ້ອຍຖອຍລົງຂອງ
ຈໍານວນສະມາຊິກຂອງສະຫະ ພັນນັ້ນ ເປັນປັດໃຈສໍາຄັນ
ອັນນຶ່ງ ທີ່ເຮັດໃຫ້ຄ່າແຮງງານຕົກຕໍ່າລົງ ຫລັງຈາກປັບເຂົ້າ
ກັບສະພາວະເງິນເຟີ້ແລ້ວ.


Lawrence Mishel ເປັນປະທານສະຖາບັນນະໂຍບາຍເສດຖະກິດ ທີ່ນິ ຍົມແນວທາງເສລີ.
“And this is because we have ທ່ານ Mishel ເວົ້າວ່າ : “ແລະທີ່ເປັນເຊ່ນນີ້
ກໍຍ້ອນວ່າພວກເຮົາໄດ້ມີ ອັດຕາການວ່າງງານທີ່ສູງເກີນຂອບເຂດ ເປັນເວລາຫຼາຍ
ປີບໍ່ດົນຜ່ານມານີ້ ແຕ່ຕະຫຼອດໄລຍະ 30 ປີຜ່ານມາ ພວກເຮົາກໍປະສົບກັບສະພາວະ
ໂລກາພິວັດເຊ່ນກັນ ທີ່ສົ່ງຜົນໃຫ້ບັນດາຄົນງານອາເມຣິກັນ ຕ້ອງໄດ້ແຂ່ງຂັນກັບ
ພວກຄົນທີ່ໄດ້ຄ່າແຮງງານຕໍ່າກ່ວາຫຼາຍ. ການຈັດຕັ້ງຂອງສະຫະພັນຈຶ່ງ ເຊື່ອມ
ໂຊມລົງໄປ.”
XS
SM
MD
LG