ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະພັນແຮງງານ ຮັບຮູ້ວ່າ ຄ່າແຮງງານ ໃນສະຫະລັດ ຍັງຕໍ່າຢູ່ (ວີດີໂອ)


ລິງໂດຍກົງ

ສະຫະພັນແຮງງານສະຫະລັດ ເຫັນຄ່າແຮງງານ ຕົກຕໍ່າລົງໄປເລື້ອຍໆ

ວັນ​ຈັນມື້​ນີ້​ແມ່ນ​ວັນ​ແຮງ​ງານຢູ່ໃນ​ສະຫະລັດ ຊຶ່ງ​ເປັນ​ເວລາ​ໃຫ້​ກຽດ​ແລະສະດຸ​ດີການ​ປະກອບ​ສ່ວນຂອງ​ບັນດາ​ແຮງ​ງານ​ຂອງ​​ປະ​ເທດ. ​ເມື່ອ​ບໍ່ດົນ​ມາ​ນີ້ ບັນດາ​ຄົນ​ງານ​ທັງຫຼາຍໃນ​ສະຫະລັດ​ໄດ້​ຕົກ​ຢູ່​ໃນ​ຊ່ວງທີ່​ຝືດ​ເຄືອງ​ທີ່​ສຸດ. ຄື ອັດຕາ​ກາ​ນ ວ່າງ​ງານ​ສູງ ​ໃນ​ຂະນະ​ທີ່​ຄ່າ​ແຮງ​ງານ​ແລະ​ສະ​ວັດ​ດີກາ​ນອື່ນໆ​ສືບ​ຕໍ່​ຕົກ​ຕໍ່າລົງ ​ເຊ່ນ​ດຽວ​ກັນ​ກັບ​ຖັ້ນ​ແຖວຂອງ​ອົງການ ຈັດ​ຕັ້ງຂອງ​ພວກແຮງ​ງານ​ ​ຫລື​ສະຫະພັນ​ກໍາມະບານ. ​ໃນ​ຂະນະ​ທີ່ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ ກໍາລັງ​ດໍາ​ເນີນ​ໄປ​ຢ່າງ​ສຸດ​ຂີດ​ໃນ​ເວລາ​ນີ້ ຜູ້​ສະ​ໜັກ​ເລືອກ​ຕັ້ງ​ທັງ​ສອງຕ່າງ​ກໍ​ອ້າງວ່າ ​ພວກ​ເຂົາ​ເຈົ້າ ສາມາດ​ຈະ​ເຮັດ​ໃນ​ສິ່ງ​ທີ່​ວ່າ​ດີ​ທີ່​ສຸດ​ ສໍາລັບ​ຄົນ​ງານ​ອາ​ເມຣິກັນ. ໃນ​​ໂອກາດ​ວັນ​ແຮງ​ງານ​ມື້​ນີ້ ພວກ​ເຮົາ​ຈະ​ສຶກສາ​ເບິ່ງຄວາມ​ສໍາພັນກັນລະຫວ່າງການ​ເປັນ​ສະມາຊິກ​ສະຫະພັນ​ກໍາມະບານ ​ແລະ​ຄ່າ​ແຮງ​ງານ​ໃນ​ສ​ະຫະລັດ. ​

Tom Lee ​ເປັນ​ອະດີດ​ປະທານ​ສະຫະພັນນັກ​ດົນຕີ​ອາ​ເມຣິກັນ
ຊຶ່ງ​ເປັນ ສະຫະ​ພັນ​ນັກ​ດົນຕີ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ. ລາວ​ຊີ້​ໃຫ້​ເບິ່ງ
​ຮູບ​ບ່ອນ​ທີ່​ລາວ​ເຄີຍ​ໄປສະ​ແດງ​ດົນຕີ.

“ພາບ​ເຫຼົ່າ​ນີ້​ລ້ວນ​ແລ້ວ​ແຕ່​ເປັນ​ພາບ​ຂອງ​ທໍານຽບຂາວ” ບໍ່​ຕ້ອງ​ອ່ານ ​ເອົາ​ແຕ່​ສຽງ​ອັງກິດ ທັງ​ໝົດ

ທ່ານ ທອມ ລີ ເລີ່ມຕົ້ນ​ອາຊີບ​ນີ້ ​ກັບ​ວົງ​ດົນຕີຂອງ​ກອງ​ທັບ​ມາຣີນ ຫລື Marine Corps ຂອງສະຫະລັດ ​ແລະ​ໄດ້​ຮ່ວມ​ຫຼິ້ນ​ດົນຕີໃນ​ການສະ​ແດງ​ຫຼາຍໆ​ບັ້ນ ​ທີ່​ທໍານຽບຂາວ.

ນີ້​ແມ່ນຮູບ​ສຸດ​ທ້າຍ​ຂອງ​ຂ້າພະ​ເຈົ້າທີ່​ທໍານຽບຂາວ ​ແມ່ນ​ຮູບ​ຕອນ​ຖ່າຍ​ກັບ​ປະທານາທິບໍດີ​ບູສ ຜູ້​ພໍ່.

​ເຖິງ​ແມ່ນ​ວ່າ​ສະຫະພັນ​ແຮງ​ງານ​ໄດ້​ສູນ​ເສຍ​ຄວາມ​ສໍາຄັນ​ໄປໃນ​ສະຫະລັດ​ ​ເມື່ອ​ຫຼາຍ​ສິບ​ປີຜ່ານມາ​ນີ້ກໍ​ຕາມ ທ່ານ ລີ ກໍ​ເຊື່ອ​ວ່າ​ ສະຫະ​ພັນ​ກໍ​ຍັງ​ມີ​ບົດບາດ​ສໍາຄັນຢູ່

ທອມ​ ລີ ​ເວົ້າ​ວ່າ: “ຂ້າພະ​ເຈົ້າ​ເຊື່ອ​ວ່າ​ສະຫະພັນ​ໄດ້​ຊ່ວຍ​ຊາວ​ອາ​ເມ​ຣິກັນ​. ແມ່ນ​ແຕ່ພວກ​ທີ່​ບໍ່​ໄດ້​ເປັນ​ສະມາຊິກ​ຂອງ​ສະຫະພັນ​ ​ແຕ່​ກໍ​ໄດ້​ປະສົບຜົນ​ສໍາ​ເລັດ​ອັນ​ຍິ່ງ​ໃຫຍ່​ ໃນແງ່ດ້ານ​ຄ່າ​ແຮງ​ງານ ແລະ​ດ້ານ​ສະ​ວັດ​ດີກາ​ນ.”

​ແຕ່​ຖັ້ນ​ແຖວ​ຫລືຈໍານວນ​ສະມາຊິກ​ຂອງ​ສະຫະພັນ​ແຮງ​ງານ​ນັ້ນ ​ໄດ້ຫລຸດ ຕໍ່າລົງ​ເຖິງ 50 ​ເປີ​ເຊັນ ຕະຫຼອດ​ໄລຍະ 40 ປີຜ່ານ​ນີ້.

​ແລະ​ເມື່ອ​ປີຜ່ານມາ ລັດ​ວີສຄອນ​ຊິນ ​ໄດ້​ຕັດ​ສິດ​ການ​ຕໍ່​ຮອງ​ຮຽກຮ້ອງເອົາ​ຜົນ​ປະ​ໂຫຍ​ດ​ໂດຍ​ລວມ ຂອງ​ຄົນ​ງານ​ລັດ​ສ່ວນ​ໃຫຍ່.

ນັກ​ເສດຖະສາດ​ຫຼາຍ​ຄົນ​ຄິດ​ວ່າ ການ​ຫລຸດ​ນ້ອຍ​ຖອຍ​ລົງ​ຂອງ​ຈໍານວນສະມາຊິກ​ຂອງ ສະຫະພັນ​ນັ້ນ ​ເປັນ​ປັດ​ໃຈ​ສໍາຄັນອັນ​ນຶ່ງ ທີ່​ເຮັດ​ໃຫ້​ຄ່າ​ແຮງ​ງານ​ຕົກ​ຕໍ່າລົງ ຫລັງ​ຈາກປັບ​ເຂົ້າກັບ​ສະພາວະ​ເງິນ​ເຟີ້​ແລ້ວ.

Lawrence Mishel ​ເປັນ​ປະທານ​ສະ​ຖາ​ບັນນະ​ໂຍບາຍ​ເສ​ດຖະກິດ ທີ່​ນິຍົມ​ແນວທາງ​ເສລີ​.

ທ່ານ Mishel ​ເວົ້າ​ວ່າ : “​ແລະ​ທີ່​ເປັນ​ເຊ່ນນີ້​ ກໍ​ຍ້ອນ​ວ່າ​ພວກ​ເຮົາ​ໄດ້​ມີ ອັດຕາການວ່າງ​ງານທີ່​ສູງເກີນ​ຂອບ​ເຂດ​ ເປັນ​ເວລາ​ຫຼາຍ​ປີ​ບໍ່​ດົນ​ຜ່ານ​ມາ​ນີ້ ​ແຕ່​ຕະຫຼອດໄລຍະ 30 ປີຜ່ານມາ ພວກ​ເຮົາ​ກໍປະສົບ​ກັບ​ສະພາວະ​ໂລກາ​ພິວັດ​ເຊ່ນ​ກັນ ທີ່ສົ່ງ​ຜົນ​ໃຫ້ບັນດາ​ຄົນ​ງານ​ອາ​ເມຣິກັນ ຕ້ອງ​ໄດ້​ແຂ່ງຂັນກັບ​ພວກຄົນ​ທີ່ໄດ້​ຄ່າ​ແຮງ​ງານ​ຕໍ່າກ່ວາຫຼາຍ. ການ​ຈັດ​ຕັ້ງ​ຂອງສະຫະພັນ​ຈຶ່ງ ເຊື່​ອມ​ໂຊມລົງ​ໄປ.”

ອິງ​ຕາມ ລາຍ​ງານ​ຂອງ​ທ່ານ Mishel ​ເອັງ​ນັ້ນ ການ​ສ້າງ​ຜົນ​ຜະລິດ​ຂອງ ຄົນ​ງານ​ສະຫະລັດ ​ໄດ້​ເພີ່ມ​ຂຶ້ນເຖິງ 80 ​ເປີ​ເຊັນ ຕະຫຼອດ​ໄລຍະສາມ​ສິບ​ປີ ຜ່າ​ນມາ ​ແຕ່​ຄ່າ​ແຮງ​ງານ​ຕໍ່​ຊົ່ວ​ໂມງກັບເພີ່ມ​ຂຶ້ນ​ແຕ່ພຽງ 11 ​ເປີ​ເຊັນ​ເທົ່າ​ນັ້ນ.

ບັນດາ​ນັກ​ເສດຖະສາດຫົວ​ອະນຸລັກ​ນິຍົມ ບໍ່​ເຫັນ​ພ້ອມ​ໃນ​ເລຶ່ອງນີ້. Andrew Biggs ​ເປັນນັກ​ວິຊາ​ການປະ​ຈໍາ​ຢູ່​ສະຖາ​ບັນ​ວິ​ສາ​ຫະກິດ​ອາ​ເມ ຣິກັນ.

ທ່ານ ບິ​ກສ໌ ​ເວົ້າ​ວ່າ: ຜ່ານ​ມາ ​ແມ່ນ​ໄດ້​ມີ​ຄວາມ​ແຕກຕ່າງ​ຢ່າງສໍາຄັນ ​ໃນວິທີ​ການ​ຈ່າຍ​ເງິນ​ຊົດ​ເຊີຍ​ຂອງ​ນາຍ​ຈ້າງໃຫ້​ແກ່​ພະນັກງານ ຊຶ່ງ​ດຽວ​ນີ້ ນາຍ​ຈ້າງ​ຈະ​ຈ່າຍ​ເງິນສໍາລັບຄ່າ​ຮັກສາ​ສຸຂະພາບ​​ໃຫ້​ພະນັກງານ ຫຼາຍ​ກວ່າ​​ແຕ່​ກ່ອນ. ສະ​ນັ້ນ ຈຶ່ງມີ​​ເງິນໜ້ອຍ​ລົງ ສໍາລັບ​ຈ່າຍຄ່າ​ແຮງ​ງານ ​ແລະ​ສະ ວັດ​ດີກາ​ນຕ່າງ. ນັ້ນ​ບໍ່​ແມ່ນ​ການ​ກະທໍາ​ທີ່​ເປັນ​ການ​ສວາຍ​ເອົາປະ​ໂຫຍ​ດ ຈາກ​ຄົນ​ງານ ​ແຕ່​ມັນ​ເປັນ​​ເລື້ອງ​ຂອງຄ່າ​ໃຊ້​ຈ່າຍ​ດ້ານ​ຮັກສາ​ສຸຂະພາບ​ທີ່​ ຖີບ​ຕົວ​ສູງຂຶ້ນ​ໄປ​ນັບ​ມື້ ​ແລະຄ່າ​ໃຊ້​ຈ່າຍ​ນັ້ນ ກໍຈະ​ຕ້ອງ​ໄດ້​ຫັກ​ອອກ​ຈາກ ບ່ອນໃດ​ບ່ອນ​ນຶ່ງ​.”

ທ່ານ ບິ​ກສ໌ ​ໂຕ້​ແຍ້​ງວ່າ ການຫລຸດ​ອັດຕາ​ຄ່າ​ໃຊ້​ຈ່າຍໃນ​ການ​ຮັກສາ​ສຸຂະພາບລົງ ​ແລະ​ເພີ່ມທະວີ​ຄວາມ​ສາມາດ​ຜະລິດ​ຂອງ​ຄົນ​ງານຂຶ້ນ ກໍ​ແມ່ນ​ຈະເຮັດ​ໃຫ້​ຄ່າ​ແຮງ​ງານສູງຂຶ້ນກວ່າ​ເກົ່າ.

​ແຕ່ທ່ານ Mishel ບໍ່​ເຊື່ອ​ວ່າ ນັ້ນຈະ​ເປັນ​ຈິງໄປໄດ້.

ທ່ານ Mishel ກ່າວ​ວ່າ ທັງ​ນີ້​ກໍ​ເພາະວ່າ​ ພວກ​ເຮົາ​ເຫັນ​ຄ່າ​ແຮງ​ງານ​ຫລຸດ​ຕໍ່າລົງ ​ແມ່ນ​ແຕ່​ໃນກຸ່ມ​ປະຊາຊົນ​ ທີ່​ບໍ່​ມີຮອດ​ປະກັນ​ໄພ​ສຸຂະ​ພາບ.”

​ທາງ​ດ້ານ ທອມ ລີ ຜູ້​ນໍາ​ສະຫະພັນ​ແຮງ​ງານ ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ຄ່າ​ແຮງ​ງານ​ຍັງ​ຈະ​ສືບ​ຕໍ່​ຕົກ​ຕໍ່າລົງ​ໄປ​ເລື້ອຍໆ​ ​ເວັ້ນ​ເສຍ​ແຕ່​ວ່າ​ພວກ​ຄົນ​ງານ​ທັງຫຼາຍ​ຈະ​ຈັດ​ຕັ້ງກັນ​ເປັນກຸ່ມ​ກັນ​ຂຶ້ນມາ ​ແລະ​ກົດດັນໃຫ້​ອອກນະ​ໂຍບານ​ທີ່​ສຸມ​ໃສ່ ດ້ານຄວາມ​ໝັ້ນຄົງ​ຂອງ​ເສດຖະກິດ​ເປັນ​ຫຼັກ ​ເພື່ອຜົນ​ປະ​ໂຫຍ​ດ ຂອງ​ປວງ​ຊົນ​ທັງ​ໝົດ.
XS
SM
MD
LG