ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

9 to 5 - Dolly Parton (ຄາຣະໂອເກະ)


Dolly Parton
Dolly Parton
ລິງໂດຍກົງ

ສະບາຍດີ ສຳລັບ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ໃນ​ຄ່ຳ​ຄືນ​ວັນ​ອາທິດ​ຕົ້ນເດືອນ​ກັນຍາ​ນີ້ ຊຶ່ງ​ວັນ​ຈັນ​ມື້​ອື່ນ​ເປັນ​ວັນ​ທີ່​ກົງກັບ​ວັນ​ກຳມະກອນຂອງ​ສະຫະລັດ ວັນນະ​ສອນ​ຈຶ່ງ​ຂໍ​ນຳສະ​ເນີ​ເພງ​ທີ່​ກ່ຽວຂ້ອງ​ກັບ​ຢາດ​ເຫື່ອ​ແລະ​ແຮງ​ງານ​ຂອງ​ທຸກໆ​ໜ້າ​ທີ່​ການ​ງານ ​ແລະ​ເພງ​ທຳອິດ​ນີ້ ​ເປັນ​ເພ​ງທີ່​ສະ​ແດງ​ເຖິງ​ໜ້າ​ທີ່​ວຽກ​ງານ​ຂອງ​ຜູ້ຄົນທຸກໆ​ລະດັບ​ກໍ​ວ່າ​ໄດ້​ ທີ່​ໄດ້​ເຮັດ​ວຽກ ​ແບບ​ວ່າ 9 to 5 ດັ່ງ​ຊື່​ຂອງ​ເພງ​ນີ້ ທີ່​ຂັບ​ຮ້ອງໂດຍ Dolly Parton​ ລາ​ຊີ​ນີລູກ​ທົ່ງຂອງ​ສະຫະລັດ.

ເພງ​ທີ່​ໂດ່​ງດັງ​ໃນ​ຊຸມ​ປີ 1980 ອີກ​ເພ​ງນຶ່ງ ກໍ​ແມ່ນເພງ “Holiday” ຊຶ່ງນັກ​ຮ້ອງ​ທີ່​ກ້າ​ປາກ
ກ້າ​ເວົ້າ ກ້າເຮັດ​ກ້າ​ທໍາ ຢ່າງ ​Madonna ​ຂັບ​ຮ້ອງ​ໄວ້ ກໍ​ຖື​ວ່າ​ວັນ​ພັກ ວັນ​ເ​ເຮ​ງງານໃນ​ສັບ
ປະດາ​ນີ້ ​ເປັນ​ວັນ​ພັກສະຫຼອງ ມ່ວນ​ຊື່ນ​ກັນ ກໍ​ແລ້ວ​ກັນ.

ສ່ວນ​ເພງ​ສຸດ​ທ້າຍ​ນີ້ ​ເປັນ​ເພງ​ທີ່​ມີ​ຄວາມ​ໝາຍ​ດີ ທີ່​ໄດ້​ລະບາຍ​ເຖິງ​ຄວາມ​ຮູ້ສຶກ​ເຖິງ​ໜ້າ​ທີ່ ​ແລະ​ບົດບາດ​ຂອງ​ທຸກ​ແຮງ​ງານ ທີ່​ໄດ້​ອຸທິດ​ໃຫ້​ຊາດ​ສະຫະລັດ ທີ່ Dropkick Murphys ຂັບ​ຮ້ອງ​ໃນ​ບົດ​ເພງ Workers Song ຂໍ​ໃຫ້ທຸກໆທ່ານ​ນອນ​ຫຼັບ​ຝັນ​ດີ.

XS
SM
MD
LG