ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Madonna: Holiday


Madonna ນັກຮ້ອງຊື່ດັງກ້ອງໂລກຂອງສະຫະລັດ ເຈົ້າຂອງສຽງເພງ Holiday ທີ່ເຮົານໍາມາສະເໜີທ່ານ ເນື່ອງໃນວັນສຸດສັບປະດາ ວັນແຮງງານ ຢູ່ໃນສະຫະລັດ.
Madonna ນັກຮ້ອງຊື່ດັງກ້ອງໂລກຂອງສະຫະລັດ ເຈົ້າຂອງສຽງເພງ Holiday ທີ່ເຮົານໍາມາສະເໜີທ່ານ ເນື່ອງໃນວັນສຸດສັບປະດາ ວັນແຮງງານ ຢູ່ໃນສະຫະລັດ.

ສະບາຍດີ ບັນດາແຟນເພງ ເນື່ອງໃນໂອກາດວັນແຮງງານ ສະຫະລັດ ລາຍການສຽງເພງຈາກແດນໄກ ຂອງເຮົາໃນແລງວັນອາທິດມື້ນີ້ ຈະໄດ້ນໍາເອົາເພງສາກົນ ມາສະເໜີບັນດາແຟນໆເພງ ທີ່ພາກັນ ລໍຄອຍຮັບຟັງຢູ່ໃນຄະນະນີ້ ຈະມີເພງຫຍັງແດ່ນັ້ນ ໂປຣດເຂົ້າສູ່ລາຍການກັບ ວັນນະສອນ ໄດ້ນະບັດນີ້.

ສະບາຍດີ ສໍາລັບລາຍການສຽງເພງຈາກແດນໄກຂອງ VOA
ໃນຄໍ່ຄືນວັນອາທິດທໍາອິດຂອງເດືອນກັນຍານີ້ ຊຶ່ງວັນຈັນມື້ອື່ນນີ້
ເປັນວັນທີ່ກົງກັບວັນເຮງງານຂອງສະຫະລັດວັນນະສອນ ຈຶ່ງຂໍ
ນໍາສະເນີເພງທີ່ກ່ຽວຂ້ອງກັບຢາດເຫື່ອແລະແຮງງານຂອງທຸກໆ
ຄົນ ທຸກໆໜ້າທີ່ການງານ ແລະເພງທໍາອິດນີ້ ເປັນເພງທີ່ສະແດງ
ເຖິງໜ້າທີ່ວຽກງານຂອງບັນດາຜູ້ທີ່ທຸ້ມເທທັງຢາກເຫື່ອ ແຮງງານ
ແລະຊີວິດຂອງພວກນັກສູ້ຜູ້ກ້າຫານທັງຍິງແລະຊາຍ ໃນການ
ເປັນຮົ້ວປ້ອງກັນຊາດໃນບົດເພງ “We Gave Our All” ຂອງ
Manny Lee ທີ່ມີຄວາມໝາຍວ່າ ພວກເຮົາໄດ້ຖວາຍຊີວິດຂອງ
ພວກເຮົາແລ້ວ.
ເພງ: “We Gave Our All” ໂດຍ Manny Lee

ສ່ວນເພງທີ່ສອງນີ້ ອອກຈະໄປທາງ country ລູກທົ່ງຂອງສະຫະລັດ
ແລະວັນພັກ ວັນແຮງງານນີ້ຖືວ່າສໍາຄັນ ທາງສໍານັກງານ ລາດຊະການ ແລະທະນາຄານ
ໂຮງຮຽນຕ່າງໆ ແມ່ນຢຸດພັກ ເພື່ອສະແດງເຖິງການຕອບບຸນແທນຄຸນແລະຮູ້ຊຶ້ງຂອງເເຮງ
ງານເຫຼົ່ານີ້ທີ່ໄດ້ອຸທິດໃຫ້ຊາດສະຫະລັດ ຂໍມອບເພງ “Worker’s Song” ນີ້ໃຫ້ນັກຮ້ອງ
ໂດຍ Dick Gaughan ມອບໃຫ້ທຸກໆແຮງງານ ລະກັນ.
ເພງ: “Worker’s Song” ໂດຍ Dick Gaughan

ແລະເພງສຸດທ້າຍນີ້ ຂໍຈັດໃຫ້ເປັນເພງທີ່ສະບາຍໆ ໂດງດັງໃນຊຸ່ມປີ 1980 ພຸ້ນ ເພາະ
Madonna ໄດ້ນໍາເພງ “Holiday” ຂຶ້ນມາຂັບຮ້ອງ ກໍຖືວ່າວັນພັກ ວັນເຮງງານນີ້
ເປັນວັນຢຸດ ສະຫຼອງມ່ວນຊື່ນກັນ ກໍແລ້ວກັນ ເຊີນຮັບຟັງໄດ້,
ເພງ: “Holiday” ໂດຍ Madonna
XS
SM
MD
LG