ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຮງງານລາວ ທີ່ລັກລອບມາແຕ່ສາມຫຼ່ຽມຄໍາ ແມ່ນພົບໂຕແລ້ວ ແລະກໍາລັງທໍາການກັກໂຕ ແລະລໍຖ້າຜົນກວດຢູ່


ບັນຍາກາດຂອງແມ່ນໍ້າຂອງ ຊາຍແດນລະຫວ່າງລາວ-ໄທ ເຊິ່ງແນມເຫັນຈາກທາງຝັ່ງໜອງຄາຍ, ປະເທດໄທ.
ບັນຍາກາດຂອງແມ່ນໍ້າຂອງ ຊາຍແດນລະຫວ່າງລາວ-ໄທ ເຊິ່ງແນມເຫັນຈາກທາງຝັ່ງໜອງຄາຍ, ປະເທດໄທ.

ອີງຕາມແຈ້ງການຂອງຄະນະສະເພາະກິດແຂວງຫລວງພະບາງ ໃຫ້ມີການລະມັດລະວັງ ເນື່ອງຈາກແຮງງານລາວທີ່ມີການລັກລອບມາແຕ່ສາມຫລ່ຽມຄໍາໂດຍ ບໍ່ໄດ້ແຈ້ງໃຫ້ທາງອົງການກ່ຽວຂ້ອງຮັບຮູ້, ຈຶ່ງໄດ້ເຮັດໃຫ້ມີການອອກແຈ້ງການເຕືອນໃຫ້ປະຊາຊົນມີຄວາມລະມັດລະວັງ ຕໍ່ກຸ່ມຄົນເຫລົ່ານັ້ນ. ມາເຖິງວັນທີ 18 ກໍລະກົດ, ໄດ້ມີການແຈ້ງການອອກມາຕື່ມວ່າ ພົບກຸ່ມຄົນເຫລົ່ານັ້ນແລ້ວ ແລະກໍາລັງທໍາການກັກໂຕຕາມຂັ້ນຕອນຢູ່ໃນຂະນະນີ້. ຕໍ່ບັນຫານີ້ ປະຊາຊົນຄົນນຶ່ງທີ່ອາໄສ ແລະດໍາເນີນທຸລະກິດຢູ່ແຂວງຫລວງພະບາງ ໄດ້ກ່າວສູ່ທາງ VOA ຟັງ ເຖິງຄວາມຮູ້ສຶກຂອງລາວວ່າ:

“ບໍ່ໃຫ້ເຮັດໂດຍພະລະການຕາມອໍາເພີໃຈເນາະ ຢາກເຂົ້າຢາກອອກຊາຍແດນບ່ອນໃດລະເຮັດໄປຕາມໃຈ ຊີ້ລະມັນເດືອດຮ້ອນເພາະວ່າເຮົາກໍ່ບໍ່ຮູ້ວ່າເຮົາເປັນລະພະຍາດນີ້ນະ ອັນນີ້ລະຕ້ອງໄດ້ຮ່ວມຈິດຮ່ວມໃຈກັນລະມັດລະວັງ ມີຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ໃຫ້ຢ້ານເນາະ ມາໂລດສູນກັກກັນນະ ເພີ່ນບໍ່ຂ້າ ບໍ່ຕີ ເພິ່ນກະເອົາມາປົວຫັ້ນລະຄັນຊິວ່າກະດາຍນະ. ຢາກໃຫ້ທຸກຄົນຫັ້ນເຮັດຕາມກົດໝາຍເພິ່ນວ່າແນວໃດ ເພາະວ່າປະເທດອື່ນເພິ່ນກໍ່ເຮັດຈັ່ງຊີ້ຄືກັນ.”

ອີງຕາມຂໍ້ມູນຂອງລາຍງານ ໃນຕອນເຊົ້າວັນອາທິດນີ້ໄດ້ແຈ້ງໃຫ້ຮູ້ວ່າ ປັດຈຸບັນພວກທີ່ລັກລອບເຂົ້າມາທັງໝົດມີ 31 ຄົນ, ຮູ້ຜົນກວດອອກມາເປັນລົບ 21 ຄົນ ສ່ວນ ອີກ 10 ຄົນແມ່ນຍັງລໍຖ້າຜົນກວດຢູ່.

XS
SM
MD
LG