ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການສ້າງແຊລ໌ກະດູກ ໃນຫ້ອງທົດລອງ ວິທະຍາສາດ ປະສົບຜົນສຳເລັດ


Lab-grown Bones Successfully Transplanted
please wait

No media source currently available

0:00 0:01:54 0:00

ມີຄວາມຫວັງໃໝ່ ສຳຫຼັບຜູ້ຄົນທີ່ກະດູກເຊື່ອມເສຍ. ກຸ່ມນັກວິໄຈກຸ່ມນຶ່ງ ໄດ້ຮັບຜົນ
ສຳເລັດ ໃນການສ້າງແຊລ໌ກະດູກໃນຫ້ອງທົດລອງວິທະຍາສາດ ໃຫ້ ຄົນປ່ວຍ ທີ່ກະດູກຄາງ ເສຍຫາຍ. ນັກ​ຂ່າວ VOA Kevin Enochs ມີລາຍງານເລື້ອງນີ້
ຊຶ່ງວັນນະ​ສອນ ຈະ​ນຳ​ລາຍ​ລະອຽດມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ພວກແຊລ໌ ກະດູກເຫຼົ່ານີ້ ຖືກສ້າງຂຶ້ນມາຢູ່ໃນຫ້ອງທົດລອງວິທຍາສາດ ຈາກເນື້ອເຍື່ອ ທີ່ເຕັມ ໄປດ້ວຍໄຂມັນຂອງຜູ້ປ່ວຍເອງ.

ຕໍ່ມາກໍເອົາມັນສັກເຂົ້າໄປໃນໂຕຂອງຜູ້ປ່ວຍທີ່ກະດູກຄາງກະໄຕຊຸດໂຊມ ແລະໃນເວລາ ຜ່ານໄປ ແຊລ໌ນັ້ນກໍຈະເລີ່ມກາຍເປັນກະດູກໃໝ່.

ທ່ານ Ora Burger ຈາກກຸ່ມ Bonus Biogroup ກ່າວວ່າ “ສິ່ງທີ່ພວກເຮົາກຳລັງ
ປະກາດອອກ ໄປໃຫ້ທົ່ວໂລກຮູ້ກໍຄື​ຜົນສຳເລັດທີ່ແທ້ຈິງໃນການສຶກສາຂອງການ
ສ້າງກະດູກໃໝ່ ອັນເປັນກະດູກຄາງກະໄຕ ມັນເປັນຜົນສຳເຣັດ100 ເປີເຊັນ ໃນຈຳນວນຜູ້ປ່ວຍ ທັງໝົດ 11 ຄົນ ພວກເຂົາເຈົ້າໄດ້ແຂ້ວໃໝ່ໝົດທຸກຄົນ.”

ເທັກນິກນີ້ ແມ່ນໄດ້ສ້າງຂຶ້ນມາໂດຍບໍລິສັດ Bonus Biogroup ຂອງ ອິສຣາແອລ
ຊຶ່ງພວກ ຜູ້ນຳພາຂອງຄະນະ ກ່າວວ່າ ມັນເປັນເລື້ອງທີ່ງ່າຍແລະກໍໄວດີ.

ທ່ານ Atara Novak ຈາກ Bonus Biogroup ກ່າວວ່າ “ພວກເຮົາສັກທາດ ທີ່ແຫຼວໆ
ເຂົ້າ ໄປ ໃນບ່ອນທີ່ໄດ້ຮັບຜົນກະທົບ ແລ້ວກໍຈະເຫັນ “ຜົນພາຍໃນ 12 ສັບປະດາ
ພວກ ເຮົາສາມາດ ເຫັນການປະຕິບັດງານຂອງກະດູກທັງໝົດ ຊຶ່ງເປັນກະດູກ
ທັງທີ່ແຂງແກ່ນ ແລະປະຕິບັດໜ້າທີ່ໄດ້ຢ່າງເຕັມປ່ຽມ.”
ກຸ່ມດັ່ງກ່າວ ພວມສືບຕໍ່
ທົດລອງ ກັບພວກສັດເພື່ອຊອກຫາວິທີທາງອື່ນເພື່ອຈະສາມາດນຳມາໃຊ້ ໃນການຕໍ່
ແລະສ້າງກະດູກໃໝ່ ເຊັ່ນກະດູກແຂນແລະກະດູກຂາໃນມວນມະນຸດເຮົາ.

ທ່ານ Ora Burger ກ່າວຕື່ມອີກວ່າ “ການວິໄຈທາງການແພດໃນກະດູກໂຄງໜ້າ ແລະ
ປະ ຈຸບັນນີ້ ພວກເຮົາ ຈະທຳການສຶກສາທາງການແພດແບບສຸດຂີດ ໃນພວກກະດູກ
ທີ່ ຍາວໆ. ກ່ອນທີ່ພວກເຮົາຈະເຮັດໄດ້ຮອດຂັ້ນນັ້ນພວກເຮົາກໍຈະທຳການ ທົດລອງ ກັບພວກສັດເຊັ່ນພວກແກະ ເປັນຕົ້ນ.”

ຖ້າວ່າມັນໄດ້ຜົນ ກໍໝາຍຄວາມວ່າ ມັນຈະເປີດປະຕູໃຫ້ສັກກະຫຼາດໃໝ່ ສຳຫຼັບການ
ປະດິດ ຄິດສ້າງກະດູກຂຶ້ນມາໃຊ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG