ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວທີີ່ອາໄສຢູ່ໃນນະຄອນລອສ ແອນເຈີເລັສ ເດືອດຮ້ອນຫຼາຍກວ່າ ລັດອື່ນໆ ເພາະນ້ຳມັນແພງກວ່າໝູ່


ລາຄານ້ຳມັນ ຢູ່ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນເຂດນະຄອນລອສ ແອນເຈີເລັສ
ລາຄານ້ຳມັນ ຢູ່ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນເຂດນະຄອນລອສ ແອນເຈີເລັສ

ໃນຂະນະທີ່ຊາວອາເມຣິກັນທົ່ວປະເທດ ກຳລັງເດືອດຮ້ອນຍ້ອນລາຄານ້ຳ ມັນສູງຂຶ້ນຢ່າງເປັນປະຫວັດການ ຫຼາຍໆຄົນກໍບໍ່ມີທາງເລືອກ ເພາະຕ້ອງໄດ້ ອາໄສຂັບລົດໄປວຽກໄປການ, ໄປເຮັດທຸລະສ່ວນຕົວກໍຕ້ອງໄດ້ ປັບປ່ຽນ​ແບບ​ແຜນການດຳລົງຊີວິດຂອງພວກເຂົາເຈົ້າແບບໃດແບບນຶ່ງ ໂດຍສະເພາະແມ່ນ ພວກທີ່ຢູ່ພາກຕາເວັນຕົກຂອງປະ​ເທດທີ່ລາຄານ້ຳມັນສູງຂຶ້ນ​ກວ່າລັດອື່ນໆ ກໍຄື ຢ່າງໜ້ອຍ 6 ໂດລາກວ່າຕໍ່ກາລອນນຶ່ງ ທີ່ເທົ່າກັບ 3.79 ລິດ ສຳລັບນ້ຳມັນ ແອັດຊັງທຳມະດາ. ນາງອາແລັກສ໌ ຫານຊະນະ ເປັນອາເມຣິກັນເຊື້ອສາລາວ ທີ່ອາໄສຢູ່ໃນເຂດນະຄອນລອສແອນເຈີລີສ ກ່າວກ່ຽວກັບສະພາບການ ດັ່ງ ກ່າວໃຫ້ຟັງວ່າ:

ຄອບຄົວຂອງນາງອາແລັກສ໌ ຫານຊະນະ ທີ່ອາໄສຢູ່ໃນນະຄອນລອສ ແອນເຈີເລັສ ລັດຄາລີຟໍເນຍ ທີ່ມີລາຄານ້ຳມັນສູງກວ່າ ລັດອື່ນໆ
ຄອບຄົວຂອງນາງອາແລັກສ໌ ຫານຊະນະ ທີ່ອາໄສຢູ່ໃນນະຄອນລອສ ແອນເຈີເລັສ ລັດຄາລີຟໍເນຍ ທີ່ມີລາຄານ້ຳມັນສູງກວ່າ ລັດອື່ນໆ

ນາງອາແລັກສ໌ ກ່າວອີກວ່າ ເມື່ອນາງຕື່ມນ້ຳມັນເຕັມຖັງລົດເທື່ອໃດນັ້ນ ແມ່ນ ຮອດຮ້ອຍກວ່າໂດລາພຸ້ນ ແລະ​ມີ​ທ່າ​ອ່ຽງ​ຈະ​ເພີ້ມຂຶ້ນ​ອີກ. ສະ​ພາບ​ການນີ້ ເຮັດ​ໃຫ້ອາຫານການກິນ ແລະ​ຄ່າ​ເຊົ່າ​ບ້ານ​ເຮືອນ ​ກໍແພງຂຶ້ນໄປຕາມໆກັນ ຊຶ່ງ​ນາງອາ​ແລັກ​ສ໌ ເວົ້າ​ກັບ​ວີ​ໂອ​ເອອີກວ່າ “ເລື້ອງຢູ່ເລື້ອງກິນນັ້ນ ກໍບໍ່ໄດ້ຕັດລົງ ແຕ່ຢ່າງໃດເລີຍ. ປັດຈຸບັນນີ້ ຄ່າເຊົ່າເຮືອນກໍແພງຂຶ້ນເຊັ່ນກັນ ຂຶ້ນບາດດຽວຮອດ ຫ້າຮ້ອຍໂດລາ.”

XS
SM
MD
LG