ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ໂຮງໝໍ ເກົ່າແກ່ທີ່ສຸດ ໃນນະຄອນ ລອສ ແອນເຈີເລັສ ທີ່ນິຍົມ ໂດຍຊາວເອເຊຍ ຖືກປິດແລ້ວ


ເມືອງ ຈີນ ທີ່ນະຄົນ ລອສ ແອນເຈີລິສ ລັດຄາລີຟໍເນຍ ສະຫະລັດ ອາເມຣິກາ.

ໂຮງ​ໝໍ​ເກົ່າ​ແກ່​ທີ່ສຸດ​ໃນ​ນະຄອນ​ລ​ອສ​ແອນ​ເຈີ​ລິ​ສ ​ແລະ​ເປັນ​ພື້ນຖານ​ອັນ​ສຳຄັນ​ແກ່​
ປະຊາ​ຄົມຈີນອັນ​ກວ້າງ​ໃຫຍ່​ຢູ່​ໃນ​ເມືອງ ​ໄດ້​ປິດລົງ ​ຫລັງ​ຈາກ 157 ປີ.

ສູນ​ກາງ​ພັນທະ​ມິດການ​ແພດ​ປາຊິ​ຟິກ ທີ່​ຮູ້​ກັນ​ດີ​ຢູ່​ໃນ​ເມືອງວ່າ ​ໂຮງໝໍ​ຝຣັ່ງ ​ໄດ້​ປິດ​ລົງ​
ໂດຍ​ການ​ເຕືອນ​ພຽງ​ເລັກ​ນ້ອຍ ​ຫລື​ພິທີ ປ່ອຍ​ໃຫ້​ບັນດາ​ຄົນ​ເຈັບ​ທີ່ເປັນ​ຊາວ​ເອ​ເຊຍມ​າ
ຮອດ​ໃໝ່່ ​ແລະ​ພວກ​ຜູ້​ເຖົ້າ​ຈີນ​ພາກັນ​ຕື່ນ​ຕົກ​ໃຈ ​ແລະ​ເສົ້າ​ໃຈ.

ອີງ​ຕາມ​ໜັງສືພິມ ລອ​ສ ແອນເຈີ​ລິ​ສ ທາມສ ​ໂຮງໝໍດັ່ງກ່າວ ​ໄດ້​ເສຍ​ເງິນ​ມາ​ແຕ່ດົນນານ
​ແລະ​ບໍ່ສາມາດ​ປົວແປງ 100 ລ້ານ​ໂດ​ລາ​ຈາກ​ແຜ່ນດິນ​ໄຫວ ທີ່​ຕ້ອງການໂດຍກົດໝາຍ
ຂອງ​ລັດ​ຄາ​ລີ​ຟໍ​ເນຍ.

​ໂຮງໝໍນີ້ ​ໄດ້​ເລີ້ມ​ປິ່ນປົວ​ຄົນ​ເຈັບ​ມາ​ແຕ່​ປີ 1860 ​ແລະ​ໄດ້​ຮ້ອງ​ວ່າ​ໂຮງໝໍ​ຝຣັ່ງ ​ເພາະວ່າ
​ຄົນ​ເຈັບ​ສ່ວນ​ໃຫຍ່​ເປັນ​ຄົນ​ຝຣັ່ງ.

​ໃນ​ຂະນະ​ທີ່​ສັດຕະວັດ​ທີ 19 ຍ້າຍ​ເຂົ້າມາ​ສູ່​ສັດຕະວັດ​ທີ 20 ຄົນ​ເຂົ້າ​ເມືອງ​ຊາວ​ຈີນ ​ທີ່
​ມາ​ຮອດໃໝ່ ​ໄດ້​ພາກັນ​ຕັ້ງ​ຖິ່ນ​ຖານ​ຢູ່​ຄຸ້ມບ້ານ​ອ້ອມ​ແອ້ມ​ໂຮງໝໍນັ້ນ ​ແລະ​ໃນ​ບໍ່​ຊ້າ​ເຂດ​
ດັ່ງກ່າວກໍ​ໄດ້​ກາຍ​ເປັນ​ເມືອງ​ຈີນ.

​ໂຮງ​ໝໍ​ຝຣັ່ງ​ ໄດ້​ເຕີບ​ໂຕ​ຂຶ້ນເປັນພາກສ່ວນອັນສຳຄັນຂອງ​ເມືອງ​ຈີນ ຮັບ​ໃຊ້​ຫລາຍ​ຊົ່ວ
ຄົນຂອງ​ຄອບຄົວ. ບ່ອນ​ເສີ​ບອາຫານ​ມີ​ລາຍການ​ອາຫານ​ເອ​ເຊຍ ​ແລະ​ ໂຮງໝໍ​ນີ້ໄດ້​ຊຸກ
ຍູ້​ບັນດາ​ທີ​ມກິລາ​ຊາວ​ໜຸ່່ມ ​ແລະ​ຫລາ​ຍໆ​ພິທີໃຫ້​ແກ່​ສັງຄົມ.

ບັນດາ​ນັກ​ເຄື່ອນ​ໄຫວ​ເມືອງ​ຈີນກ່າວ​ວ່າ ພວກ​ຜູ້​ເຖົ້າ​ຈະ​ພາກັນໄດ້ຮັບ​ຜົນ​ກະທົບ​ຢ່າງ
​ແຮງຈາກ​ການ​ປິດລົງນີ້. ຫລາຍໆ​ຄົນ​ພາກັນ​ສາມາດ​ຍ່າງ​ໄປ​ໂຮງໝໍ ​ເພື່ອ​ປິ່ນປົວ​ທໍາ​
ມະ​ດາ ​ແລະ ​ຫ້ອງ​ຮຽນ​ສຸຂະພາບ​ຟຣີ.

​ເຂົາ​ເຈົ້າ​ຍັງ​ເປັນ​ຫ່ວງ​ກ່ຽວ​ກັບ​ຫລາຍ​ກວ່າ 600 ຄົນ​ທີ່​ພາກັ​ນຫວ່າງ​ງານ​ ໃນ​ປັດຈຸບັນ
​ແລະ​ໄດ້​ຮ້ອງຫາ​ບັນດາ​ຜູ້ນຳຂອງ​ເມືອງ ​ຊອກ​ຫາ​ຊ່ອງ​ທາງ​ ໃຫ້​ໂຮງ​ໝໍ​ນີ້ ໄດ້ປະຕິບັດ
​ງານຄືນ​ໃໝ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG