ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Kyrgyztan ລົງປະຊາມະຕິ ກ່ຽວກັບລັດຖະທຳມະນູນ


ປະ​ເທດ​ Kyrgyztan ຈັດ​ການ​ລົງ​ປະຊາ​ມະຕິ​ ກ່ຽວ​ກັບ​ລັດຖະທຳ​ມະ ນູນຂຶ້ນ​ໃນ​ວັນ​ອາທິດ​ນີ້​ ທ່າມກາງ​ຄວາມ​ຢ້ານ​ກົວ​ວ່າ ການ​ລົງ​ປະ​ຊາມະ ຕິ​ໃນມື້ນີ້​ ອາດ​ສາມາດ​ກໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ອີກ​ເທື່ອ​ໃໝ່ລະຫວ່າງ ພວກ​ຊົນ​ເຜົ່າ Kyrgyz ກັບ​ຊົນ​ເຜົ່າ​ Uzbek ກໍ​ໄດ້ ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ.

ຜູ້ນຳ​ຊົ່ວຄາວ​ຂອງ Kyrgyztan ທ່ານ​ນາງ Roza Otunbayeva ທີ່ຂຶ້ນ​ກຳ​ອຳນາດ​ລຸນ​ຫລັງ​ການ​ລຸກ​ຮື​ຂຶ້ນ​ຂອງ​ມະຫາຊົນ ​ເມື່ອ​ວັນ​ທີ 7 ​ເມສາ​ຜ່ານມາ ທີ່​ໄດ້​ໂຄ່ນ​ລົ້ມປະທານາທິບໍດີ Kurmanbek Bakiyev ​ແລະ​ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ 85 ຄົນ​ນັ້ນ ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ເລື່ອນ​ການລົງ​ປະຊາ​ມະຕິ​ອອກ​ໄປ.

ມີ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຢ່າງ​ເຄ່ງ​ຄັດ​ໃນ​ທົ່ວ​ນະຄອນຫລວງ Bishkek ​ແລະ​ໃນ​ເມືອ​ງ Osh ກັບ Jalalabad ທາງ​ພາກ​ໃຕ້​ຂອງ​ປະ​ເທດ ບ່ອນ​ທີ່​ໄດ້​ເກີດ​ຄວາມ​ຮຸນ​ແຮງ​ລະຫວ່າງ​ຊົນ​ເຜົ່າ​ຂຶ້ນ ​ເມື່ອ​ວັນ​ທີ 10 ​ເດືອນ​ມີ​ຖຸນາ​ນີ້ ຍັງ​ຜົນ​ໃຫ້​ມີ​ຄົນ​ຕາຍ​ຢ່າງ​ນ້ອຍ 275 ຄົນ. ​ເຈົ້າ ໜ້າ​ທີ່ບາງ​ຄົນ​ໄດ້​ໃຫ້​ໂຕ​ເລກ​ຄົນ​ຕາຍ​ວ່າ ມີ​ຫລາຍ​ຮອດ 2,000 ຄົນ.

ປະຊາຊົນ​ຈຳນວນ​ຫລາຍ​ໃນ​ພາກ​ໃຕ້​ຍັງ​ຈົ່ງ​ຮັກ​ພັກດີ ຕໍ່​ທ່ານ Bakiyev ປະທານາທິບໍດີ​ທີ່​ຖືກ​ໂຄ່ນ​ລົ້ມ ຊຶ່ງ​ເວລາ​ນີ້​ດຳລົງ​ຊີວິດ​ຢູ່​ໃນ​ປະ​ເທດ Belarus.

ການ​ລົງ​ປະຊາ​ມະຕິ​ໃນ​ມື້​ນີ້ ຊຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກສະຫະ ລັດ​ແລະຣັດ​ເຊຍ ​ແມ່ນ​ມີ​ເປົ້າໝາຍ​ເພື່ອ​ຫລຸດຜ່ອນ​ອຳນາດ​ຂອງ​ປະທານາ​ທິບໍດີ​ລົງ ​ແລະ​ມອບ​ອຳນາດ​ໃຫ້​ແກ່​ສະພາ ທີ່ໄດ້​ຖືກເລືອກ​ຕັ້ງ​ເອົາ​ແບບ​ປະຊາ​ທິປະ​ໃຕນັ້ນ ຫລາຍ​ຂຶ້ນ.

ຄາດ​ກັນ​ວ່າ​ຈະ​ຮູ້​ຜົນ​ການ​ລົງ​ປະຊາ​ມະ​ຕິ ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້.

XS
SM
MD
LG