ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຄວາມວຸ້ນວາຍ ໃນ ກຽກກິດສະຖານ


ການປະທະກັນ ໄດ້ລະເບີດຂຶ້ນ ຢູ່ໃນພາກໃຕ້ ກຽກກິດ ສະຖານ ໃນວັນສຸກມື້ນີ້ ຂະນະທີ່ ພວກສະໜັບສະໜຸນ ລັດຖະບານຊົ່ວຄາວ ພະຍາຍາມຈະບຸກເຂົ້າໄປ ຢຶດຄືນເອົາ ຕຶກອາຄານ ໂຮງການ ລັດຖະບານທ້ອງຖິ່ນ ທີ່ຖືກພວກ ຈົງຮັກພັກດີ ຕໍ່ອະດີດ ປະທານາທິບໍດີ ທີ່ຖືກຂັບໄລ່ ອອກຈາກອຳນາດ ທ່ານເກີມານເບັກ ບາກີເຢັບ ຢຶດເອົາໄປນັ້ນ.

ພວກທີ່ເຫັນເຫດການ ກ່າວວ່າ ຜູ້ສະໜັບສະໜຸນ ຂອງ ແຕ່ລະຝ່າຍ ຈຳນວນຫຼາຍຮ້ອຍຄົນ ໄດ້ໃຊ້ໄມ້ຄ້ອນ ແລະກ້ອນຫີນ ຕໍ່ສູ້ກັນ ທີ່ເມືອງ ຈາລາລາບັດ ແລະເມືອງ ໂອສ໌ ບ່ອນທີ່ ພວກສະໜັບສະໜຸນ ທ່ານບາກີເຢັບ ໄດ້ບຸກເຂົ້າໄປ ຢຶດເອົາ ໂຮງການຂອງ ລັດຖະບານທ້ອງຖິ່ນ ໃນວັນພະຫັດວານນີ້.

ພວກສະໜັບສະໜຸນ ລັດຖະບານຊົ່ວຄາວ ສາມາດຂັບໄລ່ ພວກສະໜັບສະໜຸນ ທ່ານບາກີ ເຢັບ ອອກໄປຈາກ ຕຶກອາຄານ ລັດຖະບານທ້ອງຖິ່ນ ທີ່ເມືອງ ໂອສ໌ ແຕ່ທີ່ເມືອງ ຈາລາລາບັດ ບ່ອນທີ່ຢ່າງນ້ອຍ 20 ກວ່າຄົນ ໄດ້ຖືກນຳໂຕສົ່ງ ໂຮງພະຍາບານນັ້ນ ພວກເຂົາເຈົ້າ ຍັງບໍ່ທັນປະສົບ ກັບຄວາມສຳເລັດເທື່ອ.

ເຈົ້າໜ້າທີ່ ສາທາລະນະສຸກ ກ່າວວ່າ ພວກບາດເຈັບ ບາງຄົນ ແມ່ນຖືກຍິງ ແລະຖືກກະ ທົບ ຈາກວັດຖຸໜັກໆ.

XS
SM
MD
LG