ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຂໍການຊ່ອຍເຫຼືອ ໃຫ້ກຽກກິດສະຖານ


ເລຂາທິການໃຫຍ່ ຂອງອົງການ ສະຫະປະຊາຊາດ ໄດ້ຮ້ອງຂໍ ການຊ່ອຍເຫຼືອ ສຸກເສີນ 71 ລ້ານໂດລາ ເພື່ອນຳໄປຊ່ອຍ ກຽກກິດສະຖານ ໃຫ້ຟື້ນໂຕຄືນ ຈາກການປະທະກັນ ລະຫວ່າງພວກຊົນເຜົ່າ ໃນເຂດພາກໃຕ້ ຂອງປະເທດດັ່ງກ່າວ.

ທ່ານ BAN KI MOON ກ່າວວ່າ ຢູ່ໃນບາງເຂດ ໄດ້ປະສົບກັບ ການຂາດແຄນ ອາຫານການກິນ ນໍ້າດື່ມ ໄຟຟ້າ ແລະ ຢາປົວພະຍາດ ລຸນຫຼັງທີ່ໄດ້ເກີດ ການຈະລາຈົນ ທີ່ເມືອງໂອສຫ໌ ແລະເມືອງ ຈາລາລາບັດ.

ຜູ້ນຳຊົ່ວຄາວ ຂອງກຽກກິດສະຖານ ທ່ານນາງ ROZA OTUNBAYEVA ກ່າວວ່າ ຄວາມຮຸນແຮງ ທີ່ວ່ານີ້ ມີທ່າທາງວ່າ ອາດເຮັດໃຫ້ ມີຜູ້ເສຍຊີວິດ ເຖິງ 2 ພັນຄົນ. ໃນວັນເສົາມື້ນີ້ ທ່ານນາງ ໄດ້ພົບປະ ກັບລັດຖະມົນຕີ ຊ່ອຍວ່າການ ກະຊວງການ ຕ່າງປະເທດ ສະຫະລັດ ທ່ານ ROBERT BLAKE ທີ່ໄດ້ຮຽກຮ້ອງ ໃຫ້ລັດຖະບານຊົ່ວຄາວ ຂອງກຽກກິດສະຖານ ທຳການສືບສວນ ແລະໃຫ້ ເປັນທີ່ແນ່ນອນວ່າ ພວກກໍ່ຄວາມວຸ້ນວາຍຂຶ້ນນັ້ນ ຈະຕ້ອງເປັນ ຜູ້ຮັບຜິດຊອບ.

ກະປະມານວ່າ ມີ 3 ແສນຄົນ ໄດ້ພາກັນ ອົບພະຍົບຫຼົບໄພ ຢູ່ໃນກຽກກິດສະຖານເອງ ຂະນະທີ່ ພວກອົບພະຍົບ ອີກ 1 ແສນຄົນ ໄດ້ຫຼົບໜີ ຂ້າມຊາຍແດນ ໄປຍັງ ອຸດສະເບັກກິດສະຖານ.

ໄດ້ມີການຈັດສົ່ງ ການຊ່ອຍເຫຼືອສຸກເສີນ ໄປຍັງ ອຸດສະເບັກກິດສະຖານແລ້ວ. ໂຄສົກຂອງ ອົງການອົບພະຍົບ ສະຫະປະຊາຊາດ ກ່າວວ່າ ເຮືອບິນ 2 ລຳ ທີ່ລຳລຽງ ເຄື່ອງບັນເທົາທຸກ ໜັກ 80 ໂຕນ ມີກຳນົດ ທີ່ຈະເດີນທາງໄປເຖິງ ເມືອງໂອສຫ໌ ໃນວັນເສົາມື້ນີ້ ແລະວັນອາທິດ ມື້ອື່ນ.

XS
SM
MD
LG