ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຜູ້ນໍາຊົ່ວຄາວກຽກກິດສະຖານ ຢ້ຽມຢາມເມືອງ OSH


ຜູ້ນຳຊົ່ວຄາວ ຂອງກຽກກິດສະ ຖານ ທ່ານນາງ ROZA OTUNBAYEVA ພວມເດີນ ທາງໄປຢ້ຽມຢາມ ເມືອງ OSH ເປັນເທື່ອທຳອິດ ນັບແຕ່ໄດ້ເກີດ ຄວາມຮຸນແຮງ ແລະຄວາມວຸ້ນ ວາຍ ທີ່ເຮັດໃຫ້ພາກໃຕ້ກຽກກິດ ສະຖານ ເລີ້ມສັ່ນສະເທືອນໃນມື້ ວັນພະຫັດແລ້ວ.

ປະທານາທິບໍດີ ຮັກສາການ ຂອງກຽກກິດສະຖານ ໄດ້ເດີນທາງ ໄປເຖິງ ເມືອງດັ່ງກ່າວ ໃນວັນສຸກມື້ນີ້ ໂດຍເຮືອບິນ ເຮຣີຄອບເຕີ້ ທ່າມກາງ ທີ່ມີການ ຮັກສາຄວາມປອດໄພ ຢ່າງເຄັ່ງຄັດ. ທ່ານນາງເວົ້າວ່າ ລັດຖະບານ ຂອງທ່ານນາງ ພວມດຳເນີນງານ ຢ່າງໜັກ ໃນການບູລະນະ ສ້າງສາເມືອງ OSH ເພື່ອໃຫ້ ປະຊາຊົນ ສາມາດກັບຄືນເມືອເຮືອນຊານບ້ານຊ່ອງ ຂອງພວກເຂົາເຈົ້າ.

ໃນຕອນເຊົ້າມື້ນີ້ ທ່ານນາງ OTUNBAYEVA ກ່າວຕໍ່ໜັງສືພິມສະບັບນຶ່ງ ຂອງຣັດເຊຍ ວ່າ ທ່ານນາງເຊື່ອວ່າ ຈຳນວນພວກເສຍຊີວິດ ຈາກຄວາມຮຸນ ແຮງ ທາງດ້ານຊົນເຜົ່າ ທີ່ເມືອງໂອສຫ໌ ແລະເມືອງ JALALABAD ໃນພາກໃຕ້ ຂອງກຽກກິດສະຖານ ແມ່ນ 10 ເທົ່າ ສູງກວ່າໂຕເລກ ຂອງທາງການ ທີ່ວ່າ ມີປະມານ 200 ຄົນນັ້ນ.

ຂະນະດຽວກັນ ລັດຖະມົນຕີ ຊ່ອຍວ່າການ ກະຊວງການ ຕ່າງປະເທດ ສະຫະລັດທ່ານ ROBERT BLAKE ໄດ້ຮຽກຮ້ອງ ໃຫ້ມີການສືບສວນ ກ່ຽວກັບຄວາມຮຸນແຮງ ທີ່ເຮັດໃຫ້ ຊາວກຽກກິດສະຖານ 400 ພັນຄົນ ຕ້ອງໄດ້ຫຼົບໜີ ໄປຈາກ ເຮືອນຊານບ້ານຊ່ອງ ຂອງ ພວກເຂົາເຈົ້າ. ທ່ານ BLAKE ໃຫ້ທັດສະນະດັ່ງກ່າວ ໃນວັນສຸກມື້ນີ້ ລະຫວ່າງ ການເດີນ ທາງໄປຢ້ຽມຢາມ ສູນອົບພະຍົບ ທີ່ອຸດສະເບັກກິດສະຖານ ບ່ອນທີ່ ພວກອົບພະຍົບ ຈາກກຽກກິດສະຖານ ປະມານ 100 ພັນຄົນ ພາກັນໄປຫຼົບໄພນັ້ນ.

ການຫຼົບໜີ ຂອງພວກອົບພະຍົບ ເລີ້ມຂຶ້ນ ຫຼັງຈາກ ມີລາຍງານວ່າ ການຕໍ່ສູ້ກັນ ລະຫວ່າງ ພວກຊົນເຜົ່າ ກຽກກິດ ແລະຊົນເຜົ່າອຸດສະເບັກ ທີ່ເມືອງ OSH ໄດ້ເພີ້ມທະວີ ຄວາມຮຸນ ແຮງຂຶ້ນ ເປັນການຈະລາຈົນ ໃນວັນທີ 10 ມິຖຸນາ. ຄວາມວຸ້ນວາຍ ດັ່ງກ່າວ ໄດ້ແຜ່ລາມ ໄປທົ່ວເຂດພາກໃຕ້ ກຽກກິດສະຖານ ແລະ ໄດ້ດຳເນີນ ຢູ່ຕໍ່ມາ ເປັນເວລາ ຫຼາຍໆມື້.

XS
SM
MD
LG