ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸດສະເບັກກິດສະຖານ ປິດຊາຍແດນ


ອຸດສະເບັກກິດສະຖານ ກ່າວວ່າ ຕົນໄດ້ປິດຊາຍແດນ ບໍ່ຮັບເອົາ ພວກອົບພະຍົບ ທີ່ຫຼົບໜີ ຄວາມຮຸນແຮງ ທາງດ້ານຊົນຊາດຊົນເຜົ່າ ໃນກຽກກິດສະຖານນັ້ນ ອີກ​ແລ້ວ.

ການປິດຊາຍແດນ ທີ່ວ່ານີ້ ມີຂຶ້ນໃນເວລາດຽວກັນ ກັບທີ່ ເຈົ້າໜ້າທີ່ ອຸດສະເບັກກິດສະຖານ ກ່າວວ່າ ມີພວກຊົນກຸ່ມນ້ອຍ ຊາວອຸດສະເບັກ 100 ພັນຄົນ ໄດ້ໄປເຕົ້າໂຮມກັນ ໃນພາກໃຕ້ ກຽກກິດສະຖານ ຕິດກັບຊາຍແດນ ອຸດສະເບັກກິດສະຖານນັ້ນ.

ຮອງນາຍົກລັດຖະມົນຕີ ຂອງອຸດສະເບັກກິດສະຖານ ທ່ານ ABDULLAH ARIPOV ກ່າວວ່າ ຊາຍແດນໄດ້ຖືກປິດ ຍ້ອນບໍ່ມີບ່ອນ ໃຫ້ຜູ້ຄົນ ໃນຈຳນວນເພີ້ມຕື່ມ ພັກພາອາໄສ. ທ່ານເວົ້າວ່າ ເຈົ້າໜ້າທີ່ ອຸດສະເບັກກິດສະຖານ ໄດ້ລົງທະບຽນ ພວກອົບພະຍົບແລ້ວ 45 ພັນຄົນ. ທ່ານເວົ້າວ່າ ຊາຍແດນ ຈະເປີດຄືນອີກ ຫລັງຈາກ ອຸດສະເບັກກິດສະຖານ ໄດ້ຮັບການຊ່ອຍເຫຼືອ ທາງດ້ານມະນຸດສະທຳ.

ອົງການອົບພະຍົບ ຂອງສະຫະປະຊາຊາດ ກ່າວໃນມື້ວານນີ້ວ່າ ຕົນກຳລັງກະກຽມ ທີ່ຈະຈັດສົ່ງ ຄະນະປະຕິບັດງານສຸກເສີນ ແລະການຊ່ອຍເຫຼືອ ໄປຍັງ ອຸດສະເບັກກິດສະຖານ ເພື່ອຊ່ວຍ​ເຫລືອ ພວກອົບພະຍົບ ທີ່​ໄປຈາກ ກຽກກິດສະຖານ.

ໃນມື້ວານນີ້ ສະພາກາແດງສາກົນ ໄດ້ທຳການຮ້ອງຂໍ ການຊ່ອຍເຫຼືອ ໃນຂັ້ນຕົ້ນ 10 ລ້ານໂດລາ ​ໃຫ້​ແກ່ພວກທີ່ໄດ້ຮັບ ຜົນກະທົບ ຈາກຄວາມຮຸນແຮງ ​ໂດຍຈະເລີ້ມ ຈັດສົ່ງອາຫານ ແລະການຊ່ອຍເຫຼືອອື່ນໆ ໄປຍັງເມືອງ OSH ໃນພາກໃຕ້ ຂອງກຽກກິດສະຖານ ໃນວັນອັງຄານມື້ນີ້.

XS
SM
MD
LG