ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານະການ ໃນ ກຽກກິດສະຖານ


ຜູ້ຊາຍຄົນນຶ່ງ ເບິ່ງສະພາບ ຄວາມເສຍຫາຍ ຈາກການກໍ່ຈະລາຈົນ ທີ່ເມືອງ ໂອສຫ໌ (11 ມິຖຸນາ 2010)
ຜູ້ຊາຍຄົນນຶ່ງ ເບິ່ງສະພາບ ຄວາມເສຍຫາຍ ຈາກການກໍ່ຈະລາຈົນ ທີ່ເມືອງ ໂອສຫ໌ (11 ມິຖຸນາ 2010)

ລັດຖະມົນຕີ ສາທາລະນະສຸກ ຂອງກຽກກິດສະຖານ ກ່າວວ່າ ມີ 23 ຄົນ ເສຍຊີວິດ ແລະອີກ 300 ກວ່າຄົນ ໄດ້ຮັບບາດເຈັບ ໃນການກໍ່ຈະລາຈົນ ທີ່ເມືອງ OSH ຊຶ່ງຕັ້ງຢູ່ ໃນເຂດພາກໃຕ້ ຂອງປະເທດ.

ການສູ້ລົບກັນ ໄດ້ລະເບີດຂຶ້ນ ລະຫວ່າງ ຊົນເຜົ່າກຽກກິດ ແລະຊົນເຜົ່າ ອຸສະເບັກ ໃນຕອນກາງຄືນ ແລະະດຳເນີນຕໍ່ມາ ຈົນຮອດຕອນເຊົ້າ ຂອງວັນສຸກມື້ນີ້.

ພວກກໍ່ຈະລາຈົນ ໄດ້ທັບປະຕູປ້ອງຢ້ຽມ ບຸກເຂົ້າໄປລັກ ເອົາເຄື່ອງຂອງ ຕາມຫ້າງຮ້ານຕ່າງໆ ແລະຈູດເຜົາລົດ ເຮັດໃຫ້ລັດຖະບານ ກຽກກິດສະຖານ ຕ້ອງໄດ້ປະກາດ ພາວະສຸກເສີນ ຢູ່ທີ່ເມືອງ OSH ແລະຫົວເມືອງ ໃກ້ຄຽງອີກ 3 ເມືອງ. ໂຄສົກຄົນນຶ່ງ ຂອງລັດຖະບານ ກຽກກິດສະຖານ ກ່າວວ່າ ເຈົ້າໜ້າທີ່ ໄດ້ສົ່ງລົດຫຸ້ມເກາະ ໃນຈຳນວນເພີ້ມຕື່ມ ໄປຍັງບ່ອນ ກໍ່ຈະລາຈົນ ແລະ ໄດ້ປະກາດ ຫ້າມບໍ່ໃຫ້ອອກ ນອກເຮືອນ ໃນຍາມກາງຄືນ.

ເຂດພາກໃຕ້ ກຽກກິດສະຖານ ເປັນຖານທີ່ໝັ້ນ ຂອງອະດີດ ປະທານາທິບໍດີ KURMANBEK BAKIYEV ທີ່ໄດ້ຖືກໂຄ່ນລົ້ມ ໃນການລຸກຮືຂຶ້ນ ເມື່ອເດືອນເມສາ ຜ່ານມາ ທີ່ເຮັດໃຫ້ມີ 85 ຄົນ ເສຍຊີວິດນັ້ນ.

ນັກຄົ້ນຄວ້າຄົນນຶ່ງ ຂອງກຸ່ມປົກປ້ອງ ສິດທິມະນຸດ HUMAN RIGHTS WATCH ທີ່ເມືອງ OSH ກ່າວ ຕໍ່ VOA ວ່າ ເມືອງດັ່ງກ່າວ ໄດ້ສະຫງົບແລ້ວ ໃນຕອນສວຍ ຂອງວັນສຸກມື້ນີ້ ຫລັງຈາກ ນາງໄດ້ຍິນສຽງປືນ ດັງຂຶ້ນຕະຫຼອດຄືນ.

XS
SM
MD
LG