ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຽກກິສຖານເລືອກຕັ້ງເອົາ ປະທານາທິບໍດີຄົນໃໝ່


ອະດີດນາຍົກລັດຖະມົນຕີ ແລະຜູ້ສະມັກແຂ່ງຂັນປະທານາທິບໍດີກຽກກິສຖານ ທ່ານ Almazbek Atambayev ປ່ອນບັດຂອງທ່ານ ຢູ່ໜ່ວຍເລືອກຕັ້ງ ໃນນະຄອນຫລວງ Bishkek.
ວັນທີ 30 ຕຸລາ 2011.
ອະດີດນາຍົກລັດຖະມົນຕີ ແລະຜູ້ສະມັກແຂ່ງຂັນປະທານາທິບໍດີກຽກກິສຖານ ທ່ານ Almazbek Atambayev ປ່ອນບັດຂອງທ່ານ ຢູ່ໜ່ວຍເລືອກຕັ້ງ ໃນນະຄອນຫລວງ Bishkek. ວັນທີ 30 ຕຸລາ 2011.

ປະຊາຊົນ​ຜູ້​ມີ​ສິດເລືອກ​ຕັ້ງ​ໃນ Kyrgyzstan ພາກັນ​ອອກ​ໄປ​ປ່ອນ​ບັດໃນ​ວັນ​ອາທິດ​ມື້​ນີ້​ ເພື່ອ​ເລືອກ​ເອົາ​ປະທານາທິບໍດີ​ຄົນ​ໃໝ່​.

ມີ​ຜູ້​ສະມັກ​ຮັບ​ເລືອກ​ຕັ້ງ 16 ຄົນ​ເຂົ້າ​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ​ຄັ້ງທໍາ​ອິດ​ໃນ​ປະ​ເທດ​ໃນ
ເອ​ເຊຍ​ກາງ​ແຫ່ງ​ນີ້ ນັບ​ແຕ່​ມີ​ການ​ປະຕິວັດ​ຢ່າງນອງ​ເລືອດ​ແລະ​ຄວາມ​ວຸ້ນວາຍ​ລະຫວ່າງ
ຊົນ​ຊາດ​ຊົນ​ເຜົ່າ​ເກີດ​ຂຶ້ນ​ໃນ​ປີ​ແລ້ວ​ນີ້​.

ອະດີດ​ປະທານາທິບໍດີ Kurmanbek Bakiyev ​ໄດ້​ຖືກ​ໂຄ່ນ​ລົ້ມ​ອອກຈາກ​ຕໍາ​ແໜ່​ງ​ໃນ​ການ​ລຸກ​ຮື​ຂຶ້ນ​ຢ່າງ​ຮຸນ​ແຮງ​ໃນ​ເດືອ​ນເມສາ​ປີ 2010 ຊຶ່ງໄດ້​ເຮັດ​ໃຫ້​ປະຊາຊົນ​ຫລາຍ​ກວ່າ 90 ຄົນ​ເສຍ​ຊີວິດ. ໃນຫລາຍໆສັບປະດາ​ຕໍ່​ມາ ປະຊາຊົນ​ຈໍານວນ​ເກືອບ 500 ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນລະຫວ່າງ​ສອງ​ປະຊາ​ຄົມ​ພື້ນ​ເມືອງ ຊາວ Kyrgyz ​ແລະຊາວ Uzbek ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ.

ຜູ້​ສະມັກ​ທີ່​ມີ​ສຽງ​ນໍາ​ໜ້າ​ແມ່ນ​ອະດີດ​ນາຍົກ​ລົດ​ຖະມົນຕີ Alnasbek Atambayev ນັກທຸ
ລະກິດ​ທີ່​ລໍ້າ​ລວຍຈາກ​ພາກ​ເໜືອ​ຂອງ Kyrgyztan ທີ່​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​ ຈະ​ນໍາເອົາ
ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ມາສູ່​ປະ​ເທດ​ທີ່​ທຸກ​ຈົນແຫ່ງ​ນີ້ ຊຶ່ງ​ປະຊາຊົນ​
ສ່ວນ​ໃຫຍ່ເປັນ​ຊາວ​ມຸສລິ​ມນັ້ນ​.

ຄູ່​ແຂ່ງຄົນສໍາຄັນ​ຂອງທ່ານ Atambayev ມີ​ຄື ອະດີດ​ລັດຖະມົນຕີກະຊວງສຸກ​ເສິນ Kam
chibek Tashiyev ​ໃນ​ຄະນະ​ລັດຖະບານ​ຂອງ​ອະດີດປະທານາທິບໍດີ Bakiyev ​ແລະ
ອະດີດ​ປະທານສະພາ​ແຫ່ງ​ຊາດ​ທ່ານ Adakhan Madumarov ຊຶ່ງ​ທັງ​ສອງທ່ານ​ນີ້​ມາ​
ຈາກ​ພາກ​ໃຕ້​ຂອງປະ​ເທດ.

ທ່ານນາງ Roza Otunbayeva ຊຶ່ງ​ເປັນ​ຜູ້​ເປັນ​ນໍາພາ​ປະ​ເທດ​ມາ​ຕັ້ງ​ແຕ່ທ່ານ Bakiyev
ຖືກ​ໂຄ່ນ​ລົ້ມ​ໄປ​ນັ້ບໍ່​ໄດ້​ສະມັກ​ເຂົ້າ​ແຂ່ງຂັນ​ໃນ​ການເລືອກ​ຕັ້ງ​ຄັ້ງ​ນີ້.

ຖ້າ​ບໍ່​ມີ​ຄົນ​ໃດໃນ​ບັນດາ​ຜູ້​ສະມັກເລືອກ​ຕັ້ງ​ເຫລົ່າ​ນີ້ ​ບໍ່​ໄດ້​ຮັບ​ຄະ​ແນນ​ສຽງສະໜັບສະໜຸນ
ຮອດ 50 ສ່ວນ​ຮ້ອຍ​ຂອງ​ຈໍານວນ​ບັດ​ເລືອກ​ຕັ້ງ​ທັງ​ໝົດ ກໍຈະ​ມີ​ການ​ເລືອກ​ຕັ້ງ​ຮອບ​ຕັດສິນ​
ຊີ້​ຂາດ​ໃນເດືອນ​ພະຈິກ​ຕໍ່ໜ້າ​ນີ້.

XS
SM
MD
LG