ປາກົດວ່າ ກຽກກີສຖານຈະຕ້ອງໄດ້ປະກອບລັດຖະບານ ຜະສົມ ຫລັງຈາກການເລືອກຕັ້ງເອົາສະພາແຫ່ງຊາດເທື່ອ ທຳອິດ ພາຍໃຕ້ລັດຖະທໍາມະນູນສະບັບໃໝ່. ການ ເລືອກຕັ້ງ ໃນກຽກກີສຖານໃນວັນອາທິດວານນີ້ ແມ່ນຈັດ ຂື້ນພຽງບໍ່ເທົ່າໃດເດືອນ ຫລັງການເກີດຄວາມວຸ້ນວາຍ ທາງ ການເມືອງ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດຫລາຍຮ້ອຍຄົນ.
ຈາກການນັບບັດລົງຄະແນນເກືອບວ່າທັງໝົດແລ້ວນັ້ນ ພັກ ຊາດນິຍົມ Ata-Zhut ມີຄະແນນນໍາໜ້າພັກອື່ນເກືອບ 9 ເປີເຊັນ. ສ່ວນພັກການເມືອງອື່ນ ອີກສີ່ພັກ ກໍປາກົດວ່າໄດ້ຮັບຄະແນນກາຍ 5 ເປີເຊັນ ທີ່ຕ້ອງການເພື່ອຈະມີສິດເຂົ້າ ໄປນັ່ງໃນສະພາແຫ່ງຊາດ.
ທາງການກຽກກີສຖານກ່າວວ່າ ຫລາຍກວ່າ 56 ເປີເຊັນ ຂອງປະຊາຊົນຜູ້ມີສິດປ່ອນບັດ ຈໍານວນ 2 ລ້ານ 8 ແສນ ຄົນ ໄດ້ໄປປ່ອນບັດເລືອກເອົາຜູ້ສະມັກ ແຂ່ງຂັນຈາກ 29 ພັກ ເພື່ອເລືອກເຜູ້ແທນເຂົ້ານັ່ງໃນສະພາຊຸດໃໝ່ ທີ່ມີບ່ອນນັ່ງ 120 ບ່ອນ ຊຶ່ງມີ ກໍານົດຈະຈັດຕັ້ງລັດຖະບານຊຸດໃໝ່ ແລະແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່.
ເມື່ອເດືອນມິຖຸນາຜ່ານມາ ການກໍ່ຈະລາຈົນລະຫວ່າງຊາວພື້ນເມືອງກຽກກີສ ທີ່ເປັນຊົນ ເຜົ່າກຸ່ມໃຫຍ່ ແລະ ຊົນເຜົ່ານ້ອຍ ອູສເບກສ໌ ໃນເຂດພາກໃຕ້ຂອງປະເທດ ໄດ້ຍັງຜົນ ໃຫ້ມີຜູ້ເສຍຊີວິດຫລາຍຮ້ອຍຄົນ ຊຶ່ງສ່ວນຫລາຍແມ່ນຊາວອູສເບກສ໌ ແລະປະຊາຊົນອີກ ສີ່ແສນຄົນ ຕ້ອງໄດ້ຫລົບໜີຈາກເຮືອນຊານບ້ານຊ່ອງ.