ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຄວາມວຸ້ນວາຍ ຢູ່ໃນ ກຽກກິດສະຖານ


ທ່ານ KURMANBEK BAKIYEV ຜູ້ນຳກຽກກິດສະຖານ ທີ່ຖືກຂັບໄລ່ ອອກຈາກອຳນາດ ກ່າວວ່າ ທ່ານຍັງເປັນ ປະທານາທິບໍດີ ທີ່ຖືກຕ້ອງຊອບທຳ ຂອງກຽກກິດສະຖານຢູ່. ທ່ານ BAKIYEV ໃຫ້ຄວາມເຫັນດັ່ງກ່າວ ຈາກ BELARUS ບ່ອນທີ່ທ່ານກຳລັງລີ້ໄພ ຂະນະທີ່ພວກຜູ້ນຳ ຂອງ ລັດຖະບານຊົ່ວຄາວ ກຽກກິດສະຖານ ພວມຊອກຫາຊ່ອງທາງ ໃນການຟື້ນຟູ ຄວາມເປັນລະບຽບຮຽບຮ້ອຍ ລຸນຫລັງການລຸກຮືຂຶ້ນ ຢ່າງຮຸນແຮງ. ທ່ານ BAKIYEV ໄດ້ຫລົບໜີ ຈາກນະຄອນຫລວງ BISHKEK ໄປຍັງເມືອງ JALALABAD ໃນພາກໃຕ້ ກຽກກິດສະຖານ ໃນລະຫວ່າງ ທີ່ມີການປະທ້ວງ ຕໍ່ຕ້ານລັດຖະບານ ຢ່າງຮຸນແຮງ ໃນວັນທີ 7 ເມສາ ທີ່ເປັນເຫດໃຫ້ ມີຜູ້ເສຍຊີວິດ 84 ຄົນນັ້ນ. ໃນສັບປະດາແລ້ວ ທ່ານໄດ້ເດີນທາງ ໄປຍັງກາຊັກສະຖານ ຊຶ່ງເປັນປະເທດເພື່ອນບ້ານ. ໃນມື້ວານນີ້ ປະທານາທິບໍດີ BELARUS ທ່ານ ALEXANDER LUKASHENKO ກ່າວວ່າ ທ່ານ BAKIYEV ແລະຄອບຄົວ ພວມຢູ່ພາຍໃຕ້ ການປົກປ້ອງຄຸ້ມຄອງ ຂອງທ່ານ ທີ່ນະຄອນຫລວງ MINSK. ສະຖານະການ ໃນກຽກກິດສະຖານ ຍັງມີຄວາມເຄັ່ງຕຶງຢູ່. ກຳລັງຮັກສາຄວາມສະງົບ ຍັງສືບຕໍ່ ທຳການລາຕະເວນ ໃນເຂດຊານເມືອງ ຂອງນະຄອນຫຼວງ BISHKEK ບ່ອນທີ່ມີຜູ້ເສຍຊີວິດ ຢ່າງນ້ອຍ 5 ຄົນ ໃນຄວາມຮຸນແຮງ ລະຫວ່າງຊົນຊາດຊົນເຜົ່າ ໃນມື້ວັນຈັນຜ່ານມານີ້.

XS
SM
MD
LG