ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄວາມຮຸນແຮງໄດ້ຜ່ອນເບົາລົງ ໃນກຽກກິດສະຖານ


ຄວາມຮຸນແຮງທີ່ ກຽກກິດສະຖານ
ຄວາມຮຸນແຮງທີ່ ກຽກກິດສະຖານ

ກຽກກິດສະຖານເລີ້ມໄວ້ທຸກເປັນເວລາ 3 ມື້ໃຫ້ແກ່ພວກທີ່
ເສຍຊີວິດ ຈຳນວນເກືອບ 180 ຄົນ ໃນຄວາມຮຸນແຮງ
ລະຫວ່າງຊົນເຜົ່າໃນພາກໃຕ້ຂອງ ປະເທດ.

ເຈົ້າໜ້າທີ່ຂອງລັດຖະບານກຽກກິດສະຖານກ່າວວ່າ ຈະມີ
ການຊັກທຸງຊາດ ຂຶ້ນເຄິ່ງເສົາ ເລີ້ມໃນວັນພຸດມື້ນີ້
ແລະການຈັດງານບັນເທີງຕ່າງໆ ຈະໄດ້ມີການຍົກເລີກ.
ອົງການຂ່າວຕ່າງໆລາຍງານວ່າ ຄວາມຮຸນແຮງໄດ້
ຜ່ອນເບົາລົງ ໃນໄລຍະສອງມື້ຜ່ານມານີ້ ແລະວ່າ ທະຫານ
ກຽກກິດສະຖານທີ່ປະກອບອາວຸດໄດ້ ອອກລາຕະເວນ
ຢູ່ຕາມຖະໜົນຫົນທາງສາຍຕ່າງໆໃນເມືອງ OSH ແລະໄດ້ມີການຕັ້ງດ່ານກວດຂອງ
ທະຫານຂຶ້ນ ຢູ່ໃນຫົນທາງຫຼາຍໆເສັ້ນ.

ນອກນັ້ນແລ້ວໃນວັນພຸດມື້ນີ້ ກຽກກິດສະຖານຍັງໄດ້ສົ່ງເລຂາທິການດ້ານ ຄວາມໝັ້ນຄົງ
ຂອງຕົນ ໄປຍັງກຸງມົສກູ ເພື່ອພົບປະກັບເຈົ້າໜ້າທີ່ອະວຸໂສຂອງ ຣັດເຊຍ ເພື່ອປຶກສາ
ຫາລືກ່ຽວກັບຊ່ອງທາງຕ່າງໆ ສຳລັບເລັ່ງລັດການຈັດສົ່ງ ເຄື່ອງຊ່ອຍເຫຼືອທາງດ້ານ
ມະນຸດສະທຳໄປໃຫ້. ການຊ່ອຍເຫຼືອທາງດ້ານມະນຸດ ສະທຳຈຳນວນນຶ່ງ ໄດ້ຕົກສົ່ງໄປເຖິງ
ຂົງເຂດທີ່ເກີດຄວາມວຸ້ນວາຍ ຂອງກຽກ ກິດສະຖານແລ້ວ.

ເຈົ້າໜ້າທີ່ອົງການສະຫະປະຊາຊາດກ່າວວ່າ ເຮືອບິນລຳທຳອິດຂອງ​ຕົນ ທີ່ລຳລຽງ
ເຄື່ອງບັນເທົາທຸກສຳລັບພວກອົບພະຍົບຫຼາຍພັນຄົນ ທີ່ຫລົບໜີຄວາມ ຮຸນແຮງນັ້ນ
ໄດ້ລົງຈອດໃນວັນພຸດມື້ນີ້ ທີ່ສະໜາມບິນເມືອງ ANDIJAN ໃນ ປະເທດອຸດສະເບັກ
ກິດສະຖານ ທີ່ຕັ້ງຢູ່ໃກ້ຄຽງນັ້ນ.

XS
SM
MD
LG